ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີIX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ນໍາໂດຍທ່ານ ບຸນຕາ ເທບພະວົງ ສສຊ ຮອງປະທານກຳມາທິການແຜນການ ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ທ່ານ ບຸນທາມ ພຸດທະວົງສາ ສສຊ ຮອງປະທານສະພາປະຊາຊົນ ນວ ແລະ ທ່ານ ນາງ ວິໄຊ ສຣິດທິຣາດ ສສຊ ສະມາຊິກສະພາປະຊາຊົນ ນວ ສືບຕໍ່ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະພາແຫ່ງຊາດຊຸດທີ IX ວັນທີ 9 ກຸມພາ 2022 ຢູ່ກະຊວງຍຸຕິທຳ ຖືກຕ້ອນຮັບໂດຍທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳພ້ອມດ້ວຍຄະນະ. ຈຸດປະສົງເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມ ສະພາແຫ່ງຊາດຊຸດທີ IX ແລະ ຮັບຟັງຄຳຄິດເຫັນ ຄຳສະເໜີຂອງຜູ້ມີສິດເລືອກຕັ້ງ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຜນງົບປະມານແຫ່ງລັດ ການຈັດຕັ້ງປະຕິບັດລັດຖະທຳມະນູນ ກົດໝາຍ ແລະ ບັນດາບັນຫາພົ້ນເດັ່ນຕ່າງໆ ເພື່ອເປັນຂໍ້ມູນໃຫ້ແກ່ ສສຊ ໄດ້ນໍາໄປຄົ້ນຄວ້າ ພິຈາລະນາ ແລະ ປະກອບຄໍາເຫັນໂດຍສະເພາະ ກ່ຽວກັບບັນຫາຂັດຂ້ອງໃຈຕ່າງໆຂອງຜູ້ມີສິດເລືອກຕັ້ງ ກໍຄືປະຊາຊົນລາວບັນດາເຜົ່າ ເພື່ອນໍາໄປສະເໜີຕໍ່ພາກສ່ວນກ່ຽວຂ້ອງຂອງລັດຖະບານພິຈາລະນາແກ້ໄຂຢ່າງຖືກຕ້ອງ.

ການລົງພົບປະຄັ້ງນີ້ ສສຊ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເນື້ອໃນກອງປະຊຸມດັ່ງກ່າວ ເປັນຕົ້ນ ຂໍ້ມູນສຳຄັນທີ່ໄດ້ກຳນົດໃນມະຕິຕ່າງໆທີ່ຮັບຮອງເອົາໃນກອງປະຊຸມສະພາແຫ່ງຊາດ ຊຸດທີ IX ນັບແຕ່ກອງປະຊຸມຄັ້ງປະຖົມມະລຶກ ຫາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອໃຫ້ພະນັກງານ-ລັດຖະກອນ ກະຊວງຍຸຕິທຳໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງ ຈາກນັ້ນ ສສຊ ໄດ້ເປີດໂອກາດໃຫ້ປະກອບຄິດຄຳເຫັນ ແລະ ສະເໜີບັນຫາຂ້ອງໃຈຕ່າງໆ ເປັນຕົ້ນ ບັນຫາເຄື່ອງອຸປະໂພກບໍລິໂພກແພງກວ່າລາຍຮັບຕົວຈິງຂອງພະນັກງານ-ລັດຖະກອນ ໂດຍສະເພາະ ການເພີ່ມຂື້ນຂອງລາຄານໍ້າມັນເຊື້ອໄຟ ແລະ ອັດຕາການຄິດໄລ່ຄ່າການຊົມໃຊ້ກະແສໄຟຟ້າ ຢາກໃຫ້ປັບຫຼຸດລົງ ຫຼຸດໃຫ້ເໝາະສົມກັບສະພາບເສດຖະກິດປັດຈຸບັນ ສະເໜີໃຫ້ລັດຖະບານສຸມໃສ່ພັດທະນາພື້ນຖານໂຄງລ່າງ ເຊັ່ນ ທາງຮ່ອມທາງຊອຍເຂົ້າບ້ານ ຍັງມີຫຼາຍບ້ານພົບຄວາມຫຍຸ້ງຍາກໃນການໄປ-ມາໃນລະດູຝົນ ບັນຫາເສັ້ນທາງຫຼາຍຈຸດໃນນະຄອນຫຼວງ ຍັງພົບເຫັນມີລະບົບໄຟເຍືອງທາງແຕ່ບໍ່ມີໄຟເປີດ ສະເໜີໃຫ້ແກ້ໄຂໃຫ້ປະຊາຊົນໄດ້ໄປ-ມາໃນຍາມກາງຄືນໄດ້ສະດວກ ແລະ ອື່ນໆ ພ້ອມນັ້ນ ສສຊ ຍັງໄດ້ອະທິບາຍຊີ້ແຈງບາງຄຳສະເໜີທີ່ຫຼາຍທ່ານສະເໜີມາໃຫ້ເຂົ້າໃຈຈະແຈ້ງ ພ້ອມທັງເຫັນດີຈະນໍາເອົາຄໍາສະເໜີດັ່ງກ່າວ ໄປສະເໜີຕໍ່ພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າພິຈາລະນາແກ້ໄຂໃຫ້ແທດເໝາະກັບສະພາບຄວາມເປັນຈິງ.
.
. # ຂ່າວ – ພາບ : ລັດເວລາ