ທົ່ວປະເທດກວດພົບເຊື້ອພະຍາດໂຄວິດ-19 ທັງໝົດ 513 ຄົນ

    ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກປະຈໍາວັນທີ 9 ກຸມພາ 2022 ທີ່ກະຊວງສາທາລະນະສຸກ.

    ໃນວັນທີ 8 ກຸມພາ 2022 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອພະຍາດໂຄວິດ-19 ທັງໝົດ 3.546 ຕົວຢ່າງ ໃນນີ້ ກວດພົບເຊື້ອພະຍາດໂຄວິດ-19 ທັງໝົດ 513 ຄົນ ເປັນການຕິດເຊື້ອພາຍໃນ 496 ຄົນ ແລະ ນໍາເຂົ້າ 17 ຄົນ ສຳລັບຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ 496 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:

  • ແຂວງຊຽງຂວາງ 115 ຄົນ
  • ນະຄອນຫຼວງວຽງຈັນ 57 ຄົນ
  • ແຂວງອຸດົມໄຊ 57 ຄົນ
  • ຫົວພັນ 41 ຄົນ
  • ເຊກອງ 33 ຄົນ
  • ສະຫວັນນະເຂດ 29 ຄົນ
  • ຄຳມ່ວນ 28 ຄົນ
  • ໄຊສົມບູນ 22 ຄົນ
  • ບໍລິຄຳໄຊ 21 ຄົນ
  • ຫຼວງພະບາງ 20 ຄົນ
  • ຜົ້ງສາລີ 18 ຄົນ
  • ໄຊຍະບູລີ 15 ຄົນ
  • ຈຳປາສັກ 13 ຄົນ
  • ວຽງຈັນ 10 ຄົນ
  • ສາລະວັນ ອັດຕະປື ແຂວງລະ 6 ຄົນ
  • ບໍ່ແກ້ວ 3 ຄົນ ແລະ
  • ແຂວງຫຼວງນ້ຳທາ 2 ຄົນ

    ສ່ວນການຕິດເຊື້ອນໍາເຂົ້າຈຳນວນ 17 ຄົນ ທັງໝົດຈາກນະຄອນຫຼວງວຽງຈັນ 1 ຄົນ ແຂວງບໍລິຄໍາໄຊ 3 ຄົນ ແລະ ແຂວງສະຫວັນນະເຂດ 13 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ. ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 137.616 ກໍລະນີ ອອກໂຮງໝໍວັນທີ 8 ກຸມພາ 2022 ຈຳນວນ 224 ຄົນ ກຳລັງປິ່ນປົວ 3.943 ຄົນ ແລະ ເສຍຊີວິດສະສົມທັງໝົດ 583 ຄົນ (ເສຍຊິວິດໃໝ່ 6 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 6 ຄົນ ຈາກນະຄອນຫຼວງວຽງຈັນ 2 ຄົນ ແຂວງຫົວພັນ ອຸດົມໄຊ ໄຊສົມບູນ ແລະ ບໍລິຄໍາໄຊ ແຂວງລະ 1 ຄົນ.

    ທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 400.267.168 ຄົນ (ໃໝ່ 2.117.546 ຄົນ) ເສຍຊິວິດທັງໝົດ 5.780.760 ຄົນ (ໃໝ່ 10.099 ຄົນ) ແລະ ປີ່ນປົວຫາຍດີ 320.297.631 ຄົນ (ໃໝ່ 2.739.934 ຄົນ).

.

                                 . # ຂ່າວ – ພາບ :  ຊິລິການດາ

error: Content is protected !!