ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພ້ອມການນຳ ແລະ ພະນັກງານລັດຖະກອນ ໄດ້ຕ້ອນຮັບສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 2 ລົງມາພົບປະໂອ້ລົມກັບຜູ້ມີສິດເລືອກຕັ້ງຢູ່ເມືອງຫາດຊາຍຟອງ ໃນວັນທີ 7 ກຸມພາ 2022 ຜ່ານມາ ຢູ່ສະໂມສອນປົກຄອງເມືອງ ນຳໂດຍທ່ານຮອງສາດສະດາຈານ ວຽງວິໄລ ທ່ຽງຈັນໄຊ ສສຊ ຊຸດທີ 9 ປະຈຳເຂດເລືອກຕັ້ງທີ່ 1 ນະຄອນຫຼວງວຽງຈັນ ກຳມະການປະຈຳພັກມະຫາວິທະຍາໄລແຫ່ງຊາດ ປະທານກວດກາພັກ ຄະນະນິຕິສາດ-ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ທ່ານ ສຸກສະຫວັນ ບຸດຕະວົງ ສສນວ ຊຸດທີ 2 ຫົວໜ້າຄະນະສະມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງເມືອງຫາດຊາຍຟອງ ຮອງເລາຂາພັກເມືອງ ປະທານກວດກາພັກ-ລັດເມືອງຫາດຊາຍຟອງ ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ສສນວ ຊຸດທີ 2 ຄະນະບໍລິຫານງານ ສຍນວ ຊຸດທີ 1 ຜູ້ອຳນວຍການບໍລິສັດ ສວນວັດທະນະທຳຊຽງຄວນຈຳກັດຜູ້ດຽວ ຄະນະບໍລິຫານງານແນວລາວສ້າງຊາດເມືອງຫາດຊາຍຟອງ ຄະນະບໍລິຫານງານສະຫະພັນແມ່ຍິງເມືອງຫາດຊາຍຟອງ ຊຸດທີ 8 ປະທານສະພາການຄ້າເມືອງຫາດຊາຍຟອງ ຊຸດທີ 1.

ທ່ານເຈົ້າເມືອງຫາດຊາຍຟອງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເນື້ອທີ່ແຜນການຜະລິດນາແຊງ 3.700 ເຮັກຕາ ນາປີ 6.050 ເຮັກຕາ ສາມາດຜະລິດເຂົ້າໄດ້ທັງໝົດ 46-350 ໂຕນ ການເກັບລາຍຮັບເຂົ້າງົບປະມານປີ 2021 ຕົວເລກຈັດເກັບ 21.530.000.000 ກີບ ສາມາດເກັບໄດ້ 22.873.447.586 ກີບ ລື່ນແຜນການ 6,24% ເປັນເງີນ 1 ຕື້ກວ່າກີບ ການຄ້າການບໍລິການໄດ້ຮັບການຊຸກຍູ້ສົ່ງເສີມ ມີສິນຄ້າໂອດ໋ອບ 6 ຜະລິດຕະພັນ ນອກນັ້ນ ຍັງມີໂຄງການຕ່າງໆຂອງລັດຖະບານ ຂັ້ນນະຄອນຫຼວງ ແລະ ຂັ້ນເມືອງທີ່ໄດ້ຮັບການຈັດຕັ້ງປະຕິບັດ ເປັນຕົ້ນ ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ແລະ ໂຄງການອື່ນໆ

ໂອກາດດັ່ງກ່າວ ທ່ານຄະນະ ສສຊ ແລະ ສສນວ ກໍໄດ້ຜັດປ່ຽນກັນກ່າວລາຍງານ ພົບປະໂອ້ລົມກັບຜູ້ມີສິດເລືອກຕັ້ງ ແລະ ນຳເອົາເນື້ອໃນຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລຶກ ກອງປະຊຸມສະໄໝວິສາມັນ ແລະ ກອງປະຊຸມວິສາມັນ ທີ່ໄດ້ຕົກລົງຄົ້ນຄ້ວາພິຈາລະນາຮັບຮອງເອົາບັນຫາສຳຄັນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃນ 5 ປີຕໍ່ໜ້າ ພ້ອມທັງແຈ້ງໃຫ້ຊາບຜົນຂອງກົງຈັກການຈັດຕັ້ງທີ່ແຕ່ງຕັ້ງ ແລະ ຮັບຮອງເອົາຂອງທັງສອງສະພາ ພາລະບົດບາດ ສິດ ແລະ ໜ້າທີ່ ພ້ອມທັງໄດ້ເປີດໂອກາດໃຫ້ຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມຄິດເຫັນຕ່າງໆເພື່ອສະເໜີບັນຫາຄຳຖາມ ແລະ ພິຈາລະນາແກ້ໄຂ ໂດຍຕົ້ນຕໍແມ່ນໄດ້ສະເໜີໃຫ້ ສສຊ ສສນວ ຊ່ວຍພິຈາລະນາແກ້ໄຂ ການຈ່າຍຄ່າຊົດເຊີຍທີ່ດິນຂອງປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສາງທາງລົດໄຟ ລາວ-ຈີນ ແລະ ໂຄງການກໍ່ສ້າງສະຖານີຄ່ຽນຖ່າຍສິນຄ້າ ເຂດພັດທະນາທ່າບົກທ່ານນາແລ້ງ ໂລຈິສຕິກ ເຊີ່ງປັດຈຸບັນແມ່ນສ້າງຄວາມຫຍຸ້ງຍາກສັບສົນໃຫ້ແກ່ຄະນະກຳມະການໄກ່ເກ່ຍ ແລະ ປະຊາຊົນຜູ້ຖືກຜົນກະທົບ ແລະ ປັດຈຸບັນ ການຈ່າຍຄ່າຊົດເຊີຍດັ່ງກ່າວແມ່ນຍັງບໍ່ທັນສຳເລັດ ໃນຕໍ່ໜ້າ ຫາກວ່າມີໂຄງການໃດກ່ຽວກັບທີ່ດິນ ກໍ່ຢາກໃຫ້ຈ່າຍຄ່າຊົດເຊີຍແລ້ວເສຍກ່ອນ ຈື່ງສາມາດດຳເນີນໂຄງການພັດທະນາໄດ້ ນອກນັ້ນ ກໍ່ໃຫ້ຊ່ວຍແກ້ໄຂບັນຫາຄວັນຈາກໂຮງງານຜະລິດເຫຼັກເສັ້ນຊຽງຄວນ ປະຊາຊົນຜູ້ໃກ້ຄຽງໄດ້ຮັບຜົນກະທົບທາງໝອກຄວັນເຄມີທາງສີ່ງແວດລ້ອມ ສະເໜີໃຫ້ກະຊວງທີ່ກ່ຽວຂ້ອງອອກນິຕິກຳເພື່ອຄຸ້ມຄອງນຳໃຊ້ລົດບັນທຸກທີ່ມີນ້ຳໜັກເກີນ ບໍ່ໃຫ້ຜ່ານໃນເສັ້ນທາງເຂດເທດສະບານເມືອງ ເພາະຈະເຮັດໃຫ້ເສັ້ນທາງເປ່ເພໄວ ນອກນັ້ນກໍຍັງມີບັນຫາອື່ນໆທີ່ໄດ້ມີການສະເໜີເພື່ອໃຫ້ ສສຊ ສສນວ ຊ່ວຍພິຈາລະນາແກ້ໄຂຢ່າງຮີບດ່ວນ.
