ວັນທີ 08 ກຸມພາ 2022 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ປອ. ອະນຸລັກ ກິດຕິຄຸນ ຫົວໜ້າກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນຄົນໃໝ່ (Mekong River Commission Secretariat ຫຼື MRCS). ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຢ່າງຈິງໃຈ ທີ່ທ່ານ ປອ. ອະນຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນຫົວໜ້າກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ຄົນໃໝ່ ສົກປີ 2022-2024 ຊຶ່ງເປັນຮອບວຽນຂອງ ສປປ ລາວ ສໍາລັບການຄັດເລືອກຜູ້ດໍາລົງຕຳແໜ່ງດັ່ງກ່າວ ແມ່ນໝູນວຽນກັນລະຫວ່າງປະເທດສະມາຊິກຕາມລຳດັບຕົວອັກສອນ ທ່ານລັດຖະມົນຕີຍັງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນ ແລະ ມີປະສິດ ທິຜົນຂອງຄະນະກຳມາທິການ ແມ່ນ້ຳຂອງສາກົນ (MRC) ໃນວຽກງານການຄຸ້ມຄອງ ແລະ ພັດທະນາຊັບພະຍາກອນນໍ້າ ຮ່ວມກັບລັດຖະບານ ສປປ ລາວ ຕະຫຼອດໄລຍະເວລາທີ່ຜ່ານມາ ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນຕໍ່ຫົວໜ້າກອງເລຂາຄົນໃໝ່ ແລະ ຄະນະ ໃນການສືບຕໍ່ໃຫ້ການສະໜັບສະໜູນການຈັດຕັ້ັ້ງປະຕິບັດບັນດາໂຄງການຕ່າງໆຢ່າງຕັ້ງໜ້າ ແລະ ເອົາໃຈໃສ່ສືບຕໍ່ຂົນຂວາຍການຮ່ວມມືຊ່ວຍເຫຼືອຈາກພາຍນອກ ເພື່ອນໍາຜົນປະໂຫຍດອັນສໍາຄັນ ດ້ານການພັດທະນາອ່າງແມ່ນໍ້າ ຂອງ ແລະ ແມ່ນໍ້າສາຂາໃຫ້ມີຄວາມຍືນຍົງ. ພ້ອມດຽວກັນນີ້ ທ່ານລັດຖະມົນຕີກໍຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ຄະນະກຳມາທິການແມ່ນ້ຳຂອງສາກົນ ຈະສືບຕໍ່ການປະສານງານ ປຶກສາຫາລືບັນດາຫົວຂໍ້ຕ່າງໆ ກັບກອງເລຂາຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ ຢ່າງໃກ້ຊິດ ລວມທັງກະຊວງທີ່ກ່ຽວຂ້ອງ ເພື່ອການດໍາເນີນໂຄງການຕ່າງໆໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ໂດຍແນໃສ່ຍຸດທະສາດດ້ານການພັດທະນາຂອງ ສປປ ລາວ ໂດຍສອດຄ່ອງຕາມສັນຍາແມ່ນໍ້າຂອງ ປີ 1995.

ໃນໂອກາດດຽວກັນນີ້ ທ່ານ ປອ. ອະນຸລັກ ກິດຕິຄຸນ ກໍໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມຢ່າງສຸດຄວາມສາມາດເພື່ອຊຸກຍູ້ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ເພື່ອພັດທະນາ ແລະ ຄຸ້ມຄອງຊັບພະຍາກອນນ້ຳຕາມລຳແມ່ນ້ຳຂອງ ແລະ ຈະສືບຕໍ່ປະສານງານຢ່າງໃກ້ຊິດຮ່ວມກັບ ກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ແລະ ກະຊວງທີ່ກ່ຽວຂ້ອງ ເພື່ອເສີມຂະຫຍາຍການພົວພັນຮ່ວມມື ແລະ ການດຳເນີນວຽກງານໂຄງການຕ່າງໆໃນຕໍ່ໜ້າໃຫ້ມີປະສິດທິຜົນຍິ່ງຂຶ້ນ ລວມທັງການຈັດກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນ ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2023. ສຳລັບ ຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ແມ່ນເປັນອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ຊຶ່ງລິເລີ່ມເປັນຄະນະກຳມາທິການແມ່ນ້ຳຂອງ ໃນປີ 1957 ແລະ ກາຍເປັນຄະນະກໍາມະການຊົ່ວຄາວໃນປີ 1978 ເພື່ອສໍາຫຼວດແມ່ນໍ້າຂອງຕອນລຸ່ມ.

ມາຮອດວັນທີ 5 ເມສາ 1995 ສີ່ປະເທດທີ່ຢູ່ໃນອ່າງແມ່ນ້ຳຂອງຕອນລຸ່ມຄື: ກຳປູເຈຍ ສປປ ລາວ ລາຊະອານາຈັກໄທ ແລະ ສສ. ຫວຽດນາມ ໄດ້ເຊັນສັນຍາວ່າດ້ວຍການຮ່ວມມືເພື່ອການພັດທະນາອ່າງແມ່ນ້ຳຂອງແບບຍືນຍົງ (ສັນຍາແມ່ນໍ້າຂອງ ປີ 1995) ແລະ ໄດ້ກຳນົດເອົາວັນດັ່ງກ່າວເປັນມື້ສ້າງຕັ້ງຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ຄະນະກຳມາທິການແມ່ນ້ຳຂອງສາກົນ ປະກອບດ້ວຍ: ສະພາມົນຕີ (ຂັ້ນລັດຖະມົນຕີ) ຄະນະກຳມະການຮ່ວມ (ຂັ້ນຫົວໜ້າກົມ) ແລະ ກອງເລຂາ (MRCS). ພ້ອມດຽວກັນນັ້ນ ປະເທດສະມາຊິກໄດ້ສ້າງຕັ້ງຄະນະກຳມະທິການແມ່ນ້ຳຂອງແຫ່ງຊາດຂຶ້ນ (NMC) ເພື່ອສະໜັບສະໜູນພາລະກິດຂອງຄະນະກຳມາທິການແມ່ນ້ຳຂອງສາກົນ.
.
. # ຂ່າວ – ພາບ : ໄຊບັນດິດ