ວັນທີ 6 ກຸມພາ 2022 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ພ້ອມດ້ວຍຜູ້ໃຈບຸນ ໄດ້ສືບຕໍ່ນຳເອົາເຄື່ອງບໍລິໂພກໄປຊ່ວຍເຫຼືອປະຊາຊົນບ້ານໂພນສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທີ່ມີຄວາມຫຍຸ້ງຍາກໃນການດໍາລົງຊີວິດປະຈໍາວັນ ໄລຍະທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ມີປະຊາຊົນມາຮັບເຄື່ອງຊ່ວຍເຫຼືອຈຳນວນ 100 ຄົນ.

ເຄື່ອງທີ່ນໍາໄປມອບຄັ້ງນີ້ ໄດ້ຈາກການປະກອບສ່ວນຂອງບຸກຄົນຕ່າງໆ ເປັນຕົ້ນ ທ່ານ ຄໍາໃບ ທຳມະວົງສາ ທ່ານ ພຸດທະເສນ ຄໍາວິໄລ ພ້ອມຄອບຄົວ ທ່ານ ສຸຂັນສັກ ສີສຸດ ນາງໂຄຕາມີ ທ່ານວິໄລສັກ ນາງມະນີພອນ ແລະ ທ່ານນາງແກ້ວ.

.
. # ຂ່າວ – ພາບ : ຂັນທະວີ