Meta ນໍາສະເໜີວິດີໂອຊີຣີ້ “ວິທີການຕໍ່ຕ້ານການຫຼອກລວງອອນລາຍ” ເພື່ອຊ່ວຍໃຫ້ຄົນລາວ ນໍາໃຊ້ອິນເຕີເນັດໄດ້ຢ່າງປອດໄພ

    ການເຂົ້າເຖິງອິນເຕີເນັດ ແລະ ອຸປະກອນຕ່າງໆ ຈະມາພ້ອມກັບຄວາມຮັບຜິດຊອບທີ່ຕາມມາຢູ່ສະ ເໝີ ການທີ່ຜູ້ຄົນໃຊ້ເວລາເທິງໂລກອອນລາຍຫຼາຍຂຶ້ນ ກໍເປັນການເປີດໂອກາດໃຫ້ບັນດາອາດຊະຍາກອນ ອອນລາຍເຊັ່ນກັນ ແລະ ມັນມີການເພີ່ມຂຶ້ນຢູ່ເລື້ອຍໆໃນຫຼາຍຮູບແບບ ມັນແມ່ນຄວາມມຸ່ງໝັ້ນຂອງ Facebook ຈາກ Meta ແພັດຟອມອັນດັບຕົ້ນໆໃນຊຸມຊົນຂອງພວກເຮົາ ໃນການສ້າງສະພາບແວດ ລ້ອມ ແລະ ຮັບປະກັນຄວາມປອດໄພໃຫ້ທຸກຄົນ.

    ເພື່ອສະເຫຼີມສະຫຼອງວັນຄວາມປອດໄພທາງອິນເຕີເນັດ (ວັນທີ 8 ກຸມພາ) Meta ໄດ້ປ່ອຍວິດີໂອຊີ ຣີ້ “ວິທີການຕໍ່ຕ້ານການຫຼອກລວງອອນລາຍ” ໂດຍນໍາໃຊ້ຄຳແປພາສາລາວ ແລະ ຮູບພາບປະກອບ ເພື່ອ ສ້າງຄວາມຮັບຮູ້ກ່ຽວກັບການຫຼອກລວງເທິງໂລກອອນລາຍໃນຮູບແບບຕ່າງໆ ແລະ ຊ່ວຍໃຫ້ຜູ້ຄົນນໍາໃຊ້ ອິນເຕີເນັດໄດ້ຢ່າງປອດໄພ ຫຼາຍປີຜ່ານມາຄົນສ່ວນຫຼາຍໄດ້ໃຊ້ເວລາເທິງໂລກອອນລາຍຫຼາຍຂຶ້ນ ເນື່ອງ ຈາກສະພາບການຂອງໂລກ ແລະ ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແອັບ Facebook ໄດ້ກາຍເປັນແພັດຟອມອັນດັບຕົ້ນໆທີ່ຜູ້ຄົນໃຊ້ເພື່ອແບ່ງປັນຂໍ້ມູນ ແລະ ເຊື່ອມຕໍ່ເຊິ່ງກັນ ແລະ ກັນ ຜູ້ຄົນໄດ້ໃຊ້ເວລາສ່ວນໃຫຍ່ໃນມື້ໜຶ່ງເທິງໂລກອອນລາຍບໍ່ພຽງແຕ່ສຳລັບການສຶກສາ ແລະ ເຮັດວຽກອອນລາຍເທົ່ານັ້ນ ແຕ່ຍັງລວມເຖິງການຮັບຂໍ້ມູນຂ່າວສານ ເຊື່ອມຕໍ່ກັບໝູ່ເພື່ອນ ຄອບຄົວ ແລະ ຊຸມຊົນຂອງພວກເຂົາ ການຄ້າ-ຂາຍອອນລາຍ ຕະຫຼອດເຖິງການຕິດຕໍ່ສື່ສານເຊິ່ງກັນ ແລະ ກັນ.

    ພວກເຮົາປະຕິບັດຢ່າງຈິງຈັງໃນການລຶບກິດຈະກຳຕ່າງໆທີ່ຜິດຕໍ່ກົດໝາຍອອກຈາກແພັດຟອມ ໂດຍ ໄວທີ່ສຸດເທົ່າທີ່ຈະໄວໄດ້ ແລະ ປຸກລະດົມໃຫ້ຜູ້ໃຊ້ງານ ລາຍງານກິດຈະກຳຕ່າງໆທີ່ໜ້າສົງໃສເທິງແພັດ ຟອມຂອງພວກເຮົາຢ່າງເຄັ່ງຄັດ ວິດີໂອດັ່ງກ່າວຈະລວມສ່ວນສຳຄັນຂອງລາຍລະອຽດຕ່າງໆ ທີ່ຖືກສ້າງ ຂຶ້ນໂດຍຜູ້ຊ່ຽວຊານຊັ້ນນຳດ້ານຄວາມປອດໄພຈາກ Meta ເຊິ່ງພວກເຮົາມີພະນັກງານທີ່ເຮັດໜ້າທີ່ດ້ານ ຄວາມປອດໄພຫຼາຍກວ່າ 35.000 ຄົນ ທີ່ເຮັດໜ້າທີ່ຄົ້ນຄວ້າກ່ຽວກັບຮູບແບບການສໍ້ໂກງທາງອອນລາຍທີ່ ແຜ່ຫຼາຍ ລວມເຖິງມິດສາຊີບໃນຮູບແບບຕ່າງໆ ເປັນຕົ້ນມິດສາຊີບໃນຮູບແບບກູ້ຢືມ ມິດສາຊີບໃນຮູບ ແບບການຊື້ຫວຍ ມິດສາຊີບໃນຮູບແບບຄວາມຮັກ ມິດສາຊີບໃນຮູບແບບການຈ້າງງານ ແລະ ມິດສາ ຊີບໃນຮູບແບບການຊື້-ຂາຍອອນລາຍ.​

    ມິດສາຊີບທາງອອນລາຍທີ່ພົບເຫັນຫຼາຍທີ່ສຸດ ປະກອບມີມິດສາຊີບໃນຮູບແບບຄວາມຮັກ: ອ້າງວ່າ ພວກເຂົາກຳລັງຊອກຫາຄົນຮັກ ຫຼື ມິດຕະພາບ ແຕ່ຄວາມຈິງແລ້ວ ພວກເຂົາພຽງຕ້ອງການເງິນເທົ່ານັ້ນ ເຮົາຕ້ອງຈື່ໄວ້ວ່າ ຫ້າມຮັບຄົນແປກໜ້າເປັນໝູ່ຢ່າງເດັດຂາດ ມິດສາຊີບໃນຮູບແບບການຊື້ຫວຍ: ອ້າງວ່າ ທ່ານໄດ້ຮັບເງິນລາງວັນ ແລະ ຂໍໃຫ້ຊຳລະຄ່າບໍລິການກ່ອນທີ່ຈະໄດ້ຮັບເງິນລາງວັນດັ່ງກ່າວ ແຕ່ຄວາມຈິງ ແລ້ວລາງວັນນັ້ນບໍ່ມີຢູ່ຈິງ ຫ້າມໂອນເງິນ ຫຼື ສົ່ງຂໍ້ມູນສ່ວນຕົວຂອງທ່ານໃຫ້ຄົນທີ່ທ່ານບໍ່ຮູ້ຈັກຢ່າງເດັດ ຂາດ ມິດສາຊີບໃນຮູບແບບການກູ້ຢືມ: ຍື່ນຂໍ້ສະເໜີການກູ້ຢືມໃນອັດຕາດອກເບ້ຍຕໍ່າ ແຕ່ພວກເຂົາພຽງ ຕ້ອງການຄ່າບໍລິການເທົ່ານັ້ນ ຖ້າເບິ່ງແລ້ວຄືດີຈົນເກີນຄວາມເປັນຈິງ ສະແດງວ່ານັ້ນກໍຄວນຈະບໍ່ແມ່ນ ຄວາມຈິງ ທ່ານຕ້ອງສຶກສາປະຫວັດຂອງຄົນທີ່ທ່ານກຳລັງຕົກລົງນຳຢູ່ສະເໝີ ມິດສາຊີບໃນຮູບແບບການ ຈ້າງງານ: ລໍ້ລວງໃຫ້ທ່ານສົ່ງຂໍ້ມູນສ່ວນຕົວໃຫ້ພວກເຂົາ ດ້ວຍການສະເໜີວຽກທີ່ບໍ່ມີຢູ່ຈິງ ທ່ານຕ້ອງຈື່ໄວ້ ວ່າຫ້າມສົ່ງຂໍ້ມູນສ່ວນຕົວໃຫ້ຄົນທີ່ທ່ານບໍ່ຮູ້ຈັກຢ່າງເດັດຂາດ ມິດສາຊີບໃນຮູບແບບການຊື້ຂາຍອອນລາຍ: ລໍ້ລວງໃຫ້ທ່ານຊື້ສິນຄ້າຕ່າງໆໃນລາຄາທີ່ຖືກ ແຕ່ວ່າສິນຄ້າດັ່ງກ່າວບໍ່ມີຢູ່ຈິງ ທ່ານຄວນລະວັງຂໍ້ສະເໜີທີ່ດີ ຈົນເກີນເປັນຄວາມຈິງ ແລະ ສັ່ງຊື້ແຕ່ກັບຜູ້ຂາຍເຄື່ອງອອນລາຍທີ່ສາມາດເຊື່ອຖືໄດ້ເທົ່ານັ້ນ.

    ພວກເຮົາທຸກຄົນມີໜ້າທີ່ຮັບຜິດຊອບໃນການປ້ອງກັນຕົວເອງຈາກການຫຼອກລວງທາງອອນລາຍ ແລະ ຮັບປະກັນຄວາມປອດໄພໃນການນຳໃຊ້ອິນເຕີເນັດຂອງຕົວເຮົາເອງ ເຊິ່ງນີ້ແມ່ນ 5 ເຄັດລັບງ່າຍໆ ເພື່ອຊ່ວຍໃຫ້ທ່ານສາມາດປ້ອງກັນຕົວເອງຈາກການສໍ້ໂກງເທິງໂລກອອນລາຍ: ຫ້າມໂອນເງິນ ຫຼື ສົ່ງຂໍ້ ມູນສ່ວນຕົວຂອງທ່ານໃຫ້ຄົນທີ່ທ່ານບໍ່ຮູ້ຈັກຢ່າງເດັດຂາດ ຫ້າມກົດເຂົ້າລິ້ງທີ່ທ່ານບໍ່ຮູ້ຈັກ ຫ້າມບອກລະຫັດ ຜ່ານຂອງທ່ານກັບຄົນອື່ນຢ່າງເດັດຂາດ ຫ້າມຮັບຄົນແປກໜ້າເປັນໝູ່ຢ່າງເດັດຂາດ ຕັ້ງຄ່າລະບົບການຢືນ ຢັນຕົວຕົນແບບ 2 ຂັ້ນຕອນ.

    ທ່ານສາມາດຕິດຕາມເພຈ Facebook ຂອງ InsideLaos ຕະຫຼອດອາທິດນີ້ ເພື່ອຮຽນຮູ້ກ່ຽວກັບ ຮູບແບບຂອງການຫຼອກລວງທີ່ແຜ່ຫຼາຍ ຜ່ານວິດີໂອຊຸດດັ່ງກ່າວ ແລະ ເຈາະເລິກກ່ຽວກັບເຄັດລັບທີ່ຈະ ຊ່ວຍໃຫ້ທ່ານ ແລະ ຄົນທີ່ທ່ານຮັກນໍາໃຊ້ອິນເຕີເນັດໄດ້ຢ່າງປອດໄພ ນອກນີ້ທ່ານຍັງສາມາດເບິ່ງຂໍ້ມູນ ແລະ ເຄັດລັບໃນການນຳໃຊ້ອິນເຕີເນັດຢ່າງປອດໄພເພີ່ມເຕີມໄດ້ທີ່ https://www.facebook.com/help.

error: Content is protected !!