ສະມາຄົມມັງກອນທອງ ມອບອຸປະກອນການສຶກສາແກ່ຜູ້ດ້ອຍໂອກາດ

   ສະຫະພັນກີລາແລ່ນ-ລານຄົນພິການແຫ່ງຊາດ ແລະ ສະມາຄົມມັງກອນທອງ ຮ່ວມກັບກະຊວງສຶກສາທິການ ແລະ ກີລາ ຄະນະກໍາມະການກີລາພາຣາແລມປິກແຫ່ງຊາດລາວ ຈັດກິດຈະກໍາເພື່ອການຊ່ວຍເຫຼືອຕ້ານໄພໜາວ ອຸປະກອນການສຶກສາ ແລະ ອຸປະກອນກີລາ ໃຫ້ນັກຮຽນຄົນພິການ ແລະ ຄົນປົກ ກະຕິ ກໍຄືຜູ້ດ້ອຍໂອກາດຢູ່ 2 ແຂວງ ຄື: ແຂວງໄຊສົມບູນ ແລະ ແຂວງຊຽງຂວາງ ໃນວັນທີ 7-10 ກຸມພາ 2022 ເຊິ່ງນໍາພາໂດຍທ່ານນາງ ແສງເດືອນ ຫຼ້າຈັນທະບູນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດ ແລະ ທ່ານ ວັດທະນະໄຊ ລາດຊະວົງສິງ ປະທານສະຫະພັນກີລາແລ່ນ-ລານຄົນພິການແຫ່ງຊາດລາວ ທັງເປັນປະທານສະມາຄົມມັງກອນທອງ.

    ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ໃຫ້ສໍາພາດວ່າ: ໃນການເຄື່ອນໄຫວມອບເຄື່ອງໃນຄັ້ງນີ້ ສະ ເພາະຢູ່ແຂວງໄຊສົມບູນ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ແລະ ສະຫະພັນກີລາແລ່ນ-ລານຄົນພິການແຫ່ງຊາດລາວ ຈະໄດ້ຈັດເຝິກອົບຮົມ ພ້ອມທັງມອບອຸປະກອນກີລາສໍາລັບຄົນພິການ ໃຫ້ຜູ້ບໍລິການການກີລາຂອງແຂວງ ພ້ອມນີ້ ຫ້ອງການສຶກສາທິການ ແລະ ກີລາ ຈະມອບອຸປະກອນການແພດສໍາລັບນໍາໃຊ້ປ້ອງກັນພະຍາດໂຄວິດ-19 ໃຫ້ພະແນກສຶກສາທິການ ແລະ ກີລາແຂວງ ແລະ ໂຮງຮຽນອາຊີວະສຶກສາຂອງແຂວງ ນອກຈາກນີ້ ຍັງມີອຸປະກອນການຮຽນ ອຸປະກອນກີລາ ເຄື່ອງນຸ່ງຫົ່ມ ແລະ ເຄື່ອງບໍລິໂພກຈໍານວນໜຶ່ງທີ່ສະມາຄົມມັງກອນທອງລະດົມໄດ້ຈາກສະມາຊິກ ເພື່ອໄປມອບໃຫ້ນັກຮຽນໃນເຂດຫ່າງໄກສອກຫຼີກ ລວມມູນຄ່າເຄື່ອງຊ່ວຍເຫຼືອທີ່ນໍາໄປມອບຄັ້ງນີ້ ທັງໝົດຫຼາຍກວ່າ 200 ລ້ານກີບ.

    ສ່ວນທ່ານ ວັດທະນະໄຊ ລາດຊະວົງສິງ ໃຫ້ສໍາພາດວ່າ: ເປົ້າໝາຍໃນການໄປມອບເຄື່ອງຄັ້ງນີ້ ສະ ເພາະຢູ່ແຂວງໄຊສົມບູນ ມີ 89 ບ້ານພາຍໃນ 5 ເມືອງ ຄື:ເມືອງອະນຸວົງ ລ້ອງແຈ້ງ ລ້ອງຊານ ທ່າໂທມ ແລະ ເມືອງຮົ່ມ ສ່ວນຢູ່ແຂວງຊຽງຂວາງ ມີ 6 ບ້ານ ພາຍໃນ 2 ເມືອງ ຄື:ເມືອງຄໍາ ແລະ ເມືອງໜອງແຮດ ໂດຍເນັ້ນໃສ່ເດັກນ້ອຍນັກຮຽນໃນເຂດຊົນນະບົດເປັນຕົ້ນຕໍ ເພື່ອປະກອບສ່ວນຊຸກຍູ້ສົ່ງເສີມການຮຽນຂອງເຂົາເຈົ້າໃຫ້ດີຂຶ້ນກວ່າເກົ່າ ແລະ ກາຍເປັນຜູ້ສືບທອດທີ່ດີຂອງປະເທດຊາດໃນອະນາຄົດ ເຊິ່ງປີນີ້ ຖືເປັນປີທີ 12 ທີ່ສະມາຄົມມັງກອນທອງ ຈັດຂະບວນການຊ່ວຍເຫຼືອສັງຄົມ ເຊິ່ງງຄັ້ງຫຼ້າສຸດ ຄືປີ 2021 ຜ່ານມາ ໄດ້ໄປມອບຢູ່ເມືອງດາກຈຶງ ແຂວງເຊກອງ.

ສີພອນ 7.2.2021

error: Content is protected !!