ການລະບາດຂອງພະຍາດໂຄວິດ-19 ຢູ່ ນວ ມີທ່າອ່ຽງຫຼຸດລົງ

    ທ່ານ ສີສະຫວາດ ສຸດທາລະນີໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 8 ກຸມພາ 2022 ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ ວັນທີ 7 ກຸມພາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.794 ຕົວຢ່າງ ພົບເຊື້ອທັງໝົດ 324 ຄົນ (ຕິດເຊື້ອພາຍໃນ 321 ຄົນ ແລະ ນໍາເຂົ້າ 3 ຄົນ). ບັນດາແຂວງທີ່ມີຜູ້ຕິດເຊື້ອຄື

  • ນະຄອນຫຼວງວຽງຈັນ (ນວ) 77 ຄົນ
  • ຫົວພັນ 29 ຄົນ
  • ຜົ້ງສາລີ 28 ຄົນ
  • ຊຽງຂວາງ 26 ຄົນ
  • ອັດຕະປື 24 ຄົນ
  • ສະຫວັນນະເຂດ 19 ຄົນ
  • ໄຊຍະບູລີ 19 ຄົນ
  • ວຽງຈັນ 18 ຄົນ
  • ບໍລິຄຳໄຊ 18 ຄົນ
  • ໄຊສົມບູນ 18 ຄົນ
  • ຄຳມ່ວນ 10 ຄົນ
  • ອຸດົມໄຊ 9 ຄົນ
  • ຫຼວງພະບາງ 9 ຄົນ
  • ເຊກອງ 8 ຄົນ
  • ຈຳປາສັກ 4 ຄົນ
  • ບໍ່ແກ້ວ 2 ຄົນ
  • ຫຼວງນໍ້າທາ 2 ຄົນ
  • ແຂວງສາລະວັນ 2 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າມີ 3 ຄົນຈາກຈຳປາສັກ 2 ຄົນ ແລະ ສະຫວັນນະເຂດ 1 ຄົນ ໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 137.103 ກໍລະນີ ອອກໂຮງໝໍ 224 ຄົນ ກຳລັງປິ່ນປົວ 4.052 ຄົນ ແລະ ເສຍຊີວິດສະສົມທັງໝົດ 577 ຄົນ ເສຍຊິວິດໃໝ່ 3 ຄົນຄືຢູ່ຜົ້ງສາລີ 2 ຄົນ ແລະ ຫົວພັນ 1 ຄົນ.

    ປັດຈຸບັນຄະນະສະເພາະກິດໄດ້ອອກແຈ້ງການ ສະບັບເລກທີ 130/ຫສນຍ ລົງວັນທີ່ 3 ກຸມພາ 2022 ກ່ຽວກັບມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ແລະ ຄຳນຶງເຖີງຄວາມປອດໄພຂອງປະຊາຊົນເຊັ່ນ ບຸກຄົນທົ່ວໄປລວມທັງຄົນຕ່າງປະເທດທີ່ເປັນ ຊ່ຽວຊານ ວິຊາການ ແຮງງານ ຜູ້ປະກອບການ ນັກສຶກສາ ຄົນເຊື້ອຊາດລາວ ແລະ ຄອບຄົວຂອງພົນລະເມືອງລາວແມ່ນມີການຫຼຸດໄລຍະຈຳກັດບໍລິເວນຈາກ 14 ວັນໃນເມື່ອກ່ອນມາເປັນ 7 ວັນ ແລະ ຈຳກັດບໍລິເວນຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນໄລຍະລໍຖ້າຜົນກວດບໍເກີນ 48 ຊົ່ວໂມງ ຖ້າຜົນກວດບໍພົບເຊື້ອຈີ່ງຈະສາມາດໄປສືບຕໍ່ຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນເອງໃຫ້ຄົບອີກ 7 ວັນ ໂດຍປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ປະຕິບັດຕາມລະບຽບການທີ່ທາງຄະນະສະເພາະກິດກຳນົດໄວ້ຢ່າງເຄັ່ງຄັດ.

.

..# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!