ສະໂມສອນເທັນນິດອາໂນໄທ ສືບຕໍ່ພັດທະນານັກກີລາຮຸ່ນເຍົາວະຊົນ ກ້າວສູ່ທີມຊາດ

    ສະໂມສອນເທັນນິດອາໂນໄທ ຮ່ວມກັບສະຫະພັນເທັນນິດແຫ່ງຊາດລາວ ສືບຕໍ່ພັດທະນາ ແລະ ສົ່ງ ເສີມນັກກີລາເທັນນິດ ຮຸ່ນເຍົາວະຊົນ ເພື່ອກ້າວເຂົ້າສູ່ທີມຊາດ ໃນອະນາຄົດ ໂດຍພິທີຖະແຫຼງຂ່າວການຮ່ວມພັດທະນາດັ່ງກ່າວ ຈັດຂຶ້ນວັນທີ 3 ກຸມພາ 2022 ຢູ່ສະໜາມເທັນນິດອາໂນໄທ ສະປອດຕິງ ຄລັບ ບ້ານດົງນາໂຊກ ເມືອງສີໂຄດຕະບອດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ດາວວອນ ພະຈັນທະວົງ ປະ ທານສະຫະພັນເທັນນິດແຫ່ງຊາດລາວ ທ່ານ ເອັກແຊນ ອາໂນໄທ ປະທານສະໂມສອນເທັນນິດອາໂນໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ເອັກແຊນ ອາໂນໄທ ກ່າວວ່າ: ເພື່ອສືບຕໍ່ສົ່ງເສີ່ມ ແລະ ພັດທະນານັກກີລາເທັນນິດ ຮຸ່ນເຍົາ ວະຊົນ ກໍຄືການພັດທະນາກີລາເທັນນິດໃນປະເທດລາວໃຫ້ມີການພັດທະນາດີຂຶ້ນ ທັງເປັນການດຶງດູດນັກ ກີລາມາຫຼິ້ນເທັນນິດນັບມື້ເພີ່ມຂຶ້ນ ເພື່ອຍາດເອົາຜົນງານໃນອັນດັບສາກົນ ສະໂມສອນເທັນນິດອາໂນໄທ ໄດ້ໃຫ້ການສະໜັບສະໜູນນັກກີລາ ຮຸ່ນສືບທອດ ມາເຝິກຊ້ອມ 2 ຄັ້ງຕໍ່ອາທິດ ພ້ອມນີ້ຍັງສະໜັບສະໜູນໂຮງຮຽນພອນສະຫວັນກີລາ-ກາຍຍະກໍາ ເພື່ອໃຫ້ນັກກີລາແຫ່ງຊາດມາເຝິກຊ້ອມນໍາກັນຢູ່ສະຖານທີ່ນີ້ ແນ ໃສ່ພັດທະນາກີລາເທັນນິດລາວໃຫ້ກ້າວໄປພ້ອມກັນ ໂດຍພວກເຮົາຈະສະໜັບສະໜູນຢ່າງເຕັມທີ່ ໂດຍສະ ເພາະເດີ່ນເທັນນິດ ໝາກບານ ສາຍໄມ້ເທັນນິດ ນໍ້າດື່ມ ຄູເຝິກສອນລະດັບຊາດ ແລະ ອື່ນໆອີກ ສະໂມ ສອນເທັນນິດອາໂນໄທ ມີແຜນຈັດການແຂ່ງຂັນເທັນນິດ 2-3 ຄັ້ງຕໍ່ປີ ນອກນີ້ຍັງຈະຮ່ວມກັບສະຫະພັນ ເທັນນິດແຫ່ງຊາດລາວ ຈັດແຂ່ງຂັນໃນລະດັບຕ່າງໆ ຕື່ມອີກ ເພື່ອພັດທະນາກີລາດັ່ງກ່າວໃຫ້ມີຄວາມຕໍ່ເນື່ອງ.   

    ທ່ານ ດາວວອນ ພະຈັນທະວົງ ກ່າວວ່າ: ຕ້ອງຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈເຈົ້າຂອງສະ ໂມສອນເທັນນິດອາໂນໄທ ທີ່ໄດ້ໃຊ້ທຶນສ່ວນຕົວຂອງຕົນໃນການປະກອບສ່ວນພັດທະນານັກກີລາເທັນນິດ ຮຸ່ນສືບທອດ ແລະ ຊ່ວຍໂຮງຮຽນພອນສະຫວັນກີລາ-ກາຍຍະກໍາດ້ານກີລາເທັນນິດ ລວມມູນຄ່າ 90 ລ້ານກີບຕໍ່ປີ ເຊິ່ງເປັນການແບ່ງເບົາພາລະຄ່າໃຊ້ຈ່າຍຂອງລັດຖະບານສົມຄວນ ເຮັດໃຫ້ນັກກີລາເທັນນິດທີມຊາດ ອະນາຄົດທີມຊາດ ຄູເຝິກ ແລະ ພາກສ່ວນກ່ຽວຂ້ອງ ໄດ້ມາເຕົ້າໂຮມເພື່ອສ້າງຂະບວນການໃຫ້ວົງການເທັນນິດລາວເປັນຂະບວນຟົດຟື້ນ ສະໜາມກີລາເທັນນິດແຫ່ງນີ້ ກໍເປັນສະໜາມທີ່ໄດ້ມາດຕະຖານ ແຂ່ງຂັນໄດ້ຕະຫຼອດປີ ເຊິ່ງເປັນນິມິດໝາຍສໍາຄັນໃນການພັດທະນາວົງການກີລາເທັນນິດລາວ ໃຫ້ກ້າວສູ່ລະດັບສາກົນ ໃນອະນາຄົດ.

(ສະບາໄພ 4/2/2021)

error: Content is protected !!