ຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ບໍລິສັດ ພັນເພັດ ພັດທະນາກະສິກຳ ຈຳກັດຜູ້ດຽວ

    ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ພ້ອມຄະນະ ໄດ້ຢ້ຽມຢາມ ເເລະ ຊຸກຍູ້ການຜະລິດກະສິກຳເປັນສິນຄ້າຢູ່ບໍລິສັດ ພັນເພັດ ພັດທະນາກະສິກຳ ຈຳກັດ ຜູ້ດຽວ ວັນທີ 3 ກຸມພາ 2022 ໂດຍຖືກຕ້ອນຮັບຈາກທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ແລະ ທ່ານ ທອງສະຫວັນ ມີບຸນ ປະທານບໍລິສັດ ພັນເພັດ ພັດທະນາກະສິກຳ ຈຳກັດ ຜູ້ດຽວ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ຫົວໜ້າ ຮອງຫົວໜ້າພະແນກ ຫ້ອງການ ຂະແໜງການກ່ຽວຂ້ອງ ແລະ ກຸ່ມຊາວນາເຂົ້າຮ່ວມ.

    ທ່ານ ທອງສະຫວັນ ມີບຸນ ໄດ້ລາຍງານປະຫວັດຄວາມເປັນມາ ແລະ ການເຄື່ອນໄຫວການຜະລິດກະສິກຳເປັນສິນຄ້າຂອງບໍລິສັດ ພັນເພັດ ພັດທະນາກະສິກຳ ຈຳກັດ ຜູ້ດຽວ ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ ພ້ອມນັ້ນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫາດຊາຍຟອງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານກະສິກໍາພາຍໃນເມືອງຂອງຕົນ ແລະ ຕາງໜ້າໃຫ້ແກ່ກຸ່ມຜະລິດຊາວນາ ໄດ້ສະເໜີຂອດການຜະລິດ ການເກັບຊື້ບໍ່ທັນຕາມລະດູການ ແລະ ມີຕົ້ນທຶນການຜະລິດສູງ ແລະ ອື່ນໆ.

    ໂອກາດນີ້ ທ່ານ ໄຊສົມພອນ ພົມວິຫານ ໄດ້ມີຄໍາເຫັນວ່າ: ພາຍໃຕ້ການຊີ້ນໍາຂອງອົງຄະນະພັກ ອົງການປົກຄອງ ນວ ຕະຫຼອດຮອດພາກສ່ວນກ່ຽວຂ້ອງ ແລະ ດ້ວຍຄວາມບຸກບືນເອົາໃຈໃສ່ຂອງບໍລິສັດພັນເພັດ ພັດທະນາກະສິກຳ ຈຳກັດ ຜູ້ດຽວ ພ້ອມນັ້ນ ກຸ່ມການຜະລິດຂອງເມືອງຫາດຊາຍຟອງ ເຊິ່ງເປັນເມືອງມີມູນເຊື້ອປູກເຂົ້າກະສິກໍາ ແລະ ເປັນຄົນດຸໝັ່ນ ມີຄວາມອົດທົນ ເຮັດໃຫ້ບໍລິສັດມີໂຄງສ້າງພື້ນຖານທີ່ແໜ້ນໜາ ມີຄວາມເຂັ້ມແຂງ ແລະ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນປັດຈຸບັນ ພັກ ແລະ ລັດ ໄດ້ມີນະໂຍບາຍເນັ້ນໃສ່ການຜະລິດກະສິກໍາເປັນພື້ນຖານຂອງປະເທດ ມີຕະຫຼາດຈໍາໜ່າຍທີ່ໃຫຍ່ເຊັ່ນ: ສສ ຫວຽດນາມ ແລະ ສປ ຈີນ ສະນັ້ນ ທຸກພາກສ່ວນກ່ຽວຂ້ອງ ຕ້ອງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ສະເພາະສະພາແຫ່ງຊາດ ຈະສືບຕໍ່ຊຸກຍູ້ຕິດຕາມກວດກາຕື່ມຕາມພາລະບົດບາດຂອງຕົນ ເຊິ່ງໃນກອງປະຊຸມສະໄໝສາມັນສະພາແຫ່ງຊາດຜ່ານມາ ກໍໄດ້ເວົ້າຫຼາຍ ກ່ຽວກັບນະໂຍບາຍການສົ່ງເສີມກະສິກໍາ ສົ່ງເສີມຂາອອກ ບົດບາດຂອງບັນດາກະຊວງ ໂດຍສະເພາະ ການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດການເງິນຂອງປະເທດ ການຍູ້ແຮງຂາອອກປ່ຽນແທນການນໍາເຂົ້າ ມາເຖິງປັດຈຸບັນ ຕາມກະຊວງກະສິກໍາ ແລະ ປ່າໄມ້ ປະກາດ ມີ 6 ລາຍການຫ້າມນໍາເຂົ້າ ນີ້ເປັນໝາກຜົນເບື້ອງຕົ້ນໃນການບຸກບືນ ສ່ວນບັນຫາເລື່ອງປຸ໋ຍ ໃຫ້ຫັນມາໃຊ້ຝຸ່ນຊີວະພາບໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນຕົ້ນທຶນ ກ່ຽວກັບແນວພັນ ສະເໜີໃຫ້ມີການຄົ້ນຄວ້າແບບລວມສູນ ເພີ່ມທະວີການໂຄສະນາໃຫ້ຫຼາຍຂຶ້ນ ເພື່ອໃຫ້ນໍາໃຊ້ແນວພັນໃໝ່ເລື້ອຍໆ ແນໃສ່ໃຫ້ສາມາດຜະລິດເປັນສິນຄ້າ ສາມາດຈໍາໜ່າຍ ແລະ ແຂ່ງຂັນກັບສາກົນໄດ້ ນອກນີ້ ໃຫ້ປັບປຸງຕື່ມ ຄຸນນະພາບແນວພັນ ການໃສ່ຝຸ່ນ ໃສ່ປຸ໋ຍ ບໍາລຸງຮັກສາດິນ ແລະ ການເກັບກ່ຽວຕື່ມອີກ

# ຂ່າວ & ພາບ :  ຂັນທະວີ

error: Content is protected !!