ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

   ວັນທີ 4 ກຸມພາ 2022 ທີ່ກະ ຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຜູ້ເກົ່າ ແລະ ທ່ານ ຄຳເຈນ ວົງໂພສີ ກໍາມະການສູນກາງພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຜູ້ໃໝ່ ເພື່ອສືບຕໍ່ ຊີ້ນຳ-ນຳພາວຽກງານຕາມທີ່ການຈັດຕັ້ງພັກ-ລັດໄດ້ມອບໝາຍໃຫ້, ໂດຍສະເພາະການຈັດຕັ້ງປະຕິບັດ ຂອບເຂດສິດ ແລະ ໜ້າທີ່ ຊຶ່ງໄດ້ກຳນົດໄວ້ໃນດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 636/ນຍ ລົງວັນທີ 26 ພະຈິກ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງແຜນການ ແລະ ການລົງທຶນ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຍິ່ງໆຂຶ້ນ. 

    ພິທີດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ການເປັນສັກຂີພິຍານຂອງທ່ານ ພັນຄຳ ວິພາວັນ ກໍາມະການກົມ ການເມືອງສູນກາງພັກ ນາຍົກລັດຖະມົນຕີ ມີທ່ານ ລັດຖະມົນຕີ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການນໍາພາ-ຊີ້ນຳວຽກ ງານແຜນການ ແລະ ການລົງທຶນ ໃນໄລຍະ 2 ປີກວ່າ ຊຶ່ງເປັນບາດລ້ຽວອັນສຳຄັນໃນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ ຄັ້ງທີ VIII ແລະ ການສ້າງແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ພາຍໃຕ້ການຊີ້ນໍາຂອງກົມການ ເມືອງ ລັດຖະບານ ແລະ ການຮ່ວມແຮງຮ່ວມໃຈອັນສຳຄັນຂອງຄະນະພັກ ຄະນະນຳ ແລະ ສະມາຊິກພັກ-ພະນັກງານທັງໝົດຂອງຂະແໜງແຜນການ ແລະ ການລົງທຶນ ພ້ອມກັນຈັດຕັ້ງປະຕິ ບັດທຸກໜ້າທີ່ວຽກງານທີ່ສຳຄັນ ແລະ ໃຫຍ່ຫຼວງທີ່ຂັ້ນເທິງມອບໝາຍໃຫ້ ເປັນຕົ້ນ ໄດ້ປັບປຸງ ກົງຈັກການຈັດຕັ້ງ ແລະ ພາລະບົດບາດຂອງກະຊວງ ແລະ ບັນດາກົມກອງພາຍໃນກະຊວງໃຫ້ກະ ທັດຮັດ ແລະ ເຄື່ອນໄຫວມີປະສິດທິພາບ ໄດ້ປັບປຸງກົນໄກ ວິທີການ ນິຕິກຳ ແລະ ເຄື່ອງມືຮັບໃຊ້ ວຽກງານແຜນການ ແລະ ການລົງທຶນຂອງລັດໃຫ້ຄົບຖ້ວນ ແລະ ສອດຄ່ອງກັບເງື່ອນໄຂ ແລະ ສະພາບການໃນໄລຍະໃໝ່ ຄົ້ນຄວ້າວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ແລະ ບົດແນະນຳກ່ຽວກັບການຈັດຕັ້ງປະຕິບັດວາລະດັ່ງກ່າວ ຄົ້ນຄວ້າຈັດສັນ ແຜນການລົງທຶນຂອງລັດໃຫ້ມີປະສິດທິຜົນຂຶ້ນ ຄົ້ນຄວ້າແກ້ໄຂໜີ້ສິນໂຄງການລົງທຶນຂອງລັດດ້ວຍຫຼາຍ ຮູບແບບ ປະເມີນໂຄງການລົງທຶນຂອງລັດ ກ່ອນເອົາເຂົ້າແຜນເຮັດໃຫ້ສາມາດຕັດຮອນມູນຄ່າໂຄງການ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍໄດ້ຈຳນວນຫຼາຍ ດຶງດູດການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດໄດ້ຫຼາຍກວ່າ 9 ຕື້ໂດລາ ແລະ ຈັດຕັ້ງປະຕິບັດໂຄງການກໍ່ສ້າງພື້ນຖານໂຄງລ່າງ ຂະໜາດໃຫຍ່ ເປັນຕົ້ນ ໂຄງການກໍ່ສ້າງທາງດ່ວນວຽງຈັນ-ວັງວຽງ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໂຄງການກໍ່ສ້າງດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ ໂຄງການພັດທະນາ ເມືອງທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ (ເຂດນາເຕີຍ) ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ, ໂຄງການມະຫານາທີສີທັນດອນ ແລະ ໂຄງການອື່ນໆ ຂົນຂວາຍທຶນຊ່ວຍເຫຼືອທາງການເພື່ອການພັດ ທະນາ ແລະ ການຊ່ວຍເຫຼືອຈາກປະເທດເພື່ອນມິດຍຸດທະສາດ ແລະ ຈັດຕັ້ງປະຕິບັດຍຸດທະສາດການພັດ ທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ ໂດຍການສ້າງລະບົບຖານຂໍ້ມູນ ດຳເນີນການສຳຫຼວດເກັບ ກຳ ສັງລວມ ປຸງແຕ່ງ ວິໄຈ ເຜີຍແຜ່ ແລະ ການສະໜອງຂໍ້ມູນສະຖິຕິທາງການຕ່າງໆ. 

    ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳໃຫ້ຄະນະນຳ ແລະ ພະນັກງານທັງໝົດຂອງ ກະຊວງ ແຜນການ ແລະ ການລົງທຶນ ກໍາແໜ້ນພາລະບົດບາດໜ້າທີ່ຂອງກະຊວງແຜນການ ແລະ ການລົງທຶນ ຊື່ງລະບຸໄວ້ໃນດຳລັດເລກທີ 636/ນຍ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງແຜນ ການ ແລະ ການລົງທຶນ ເພື່ອເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນ ສຸມໃສ່ແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໂດຍສະເພາະແຜນພັດທະ ນາເສດຖະກິດ-ສັງຄົມ ຕ້ອງສາມາດກໍານົດທິດ ແລະ ຮູບແບບ ການພັດທະນາທີ່ຈະແຈ້ງ ສອດຄ່ອງ, ຕົວຈິງ ແລະ ມີຈຸດສຸມ ປັບປຸງກົນໄກການຄົ້ນຄວ້າ ແລະ ຄຸ້ມຄອງການລົງທຶນຂອງລັດ ແລະ ການແກ້ໄຂ ໜີ້ສິນໂຄງການລົງທຶນຂອງລັດໃຫ້ມີຄວາມຄືບໜ້າໄວ ຍູ້ແຮງການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນກໍາລັງຕົ້ນຕໍໃນການຊຸກຍູ້ການເຕີບໂຕຂອງເສດຖະກິດ ຂົນຂວາຍການຊ່ວຍ ເຫຼືອທາງການເພື່ອການພັດທະນາທັງໃນກອບຫຼາຍຝ່າຍ ແລະ ສອງຝ່າຍຢ່າງເປັນເຈົ້າການຫຼາຍຂຶ້ນ ແລະ ສ່ອງແສງຄວາມຕ້ອງການດ້ານການພັດທະນາຂອງປະເທດໃຫ້ຫຼາຍຂຶ້ນ ປັບປຸງລະບົບຂໍ້ມູນສະຖິຕິ ໃຫ້ມີຄຸນນະພາບສູງຂຶ້ນ ແລະ ສາມາດເຂົ້າເຖິງໄດ້ຢ່າງສະດວກ ໂດຍການຜັນຂະຫຍາຍກົດໝາຍ ແລະ ຍຸດທະສາດທີ່ໄດ້ຮັບຮອງແລ້ວນັ້ນໃຫ້ເປັນຮູບປະທໍາ ວຽກງານການຄົ້ນຄວ້າຕ້ອງສຸມໃສ່ ຮັບໃຊ້ໂດຍກົງໃຫ້ ແກ່ການຮ່າງ ຈັດຕັ້ງປະຕິບັດ ແລະ ຕີລາຄາແຜນພັດທະນາ-ເສດຖະກິດສັງຄົມ ໃນແຕ່ລະໄລຍະ ເອົາໃຈ ໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນກົງຈັກ ແລະ ພະນັກງານຂອງຂະແໜງແຜນການ ແລະ ການລົງທຶນ ໃຫ້ຫຼຸດລົງເປັນກ້າວໆ ໂດຍສະເພາະ ເອົາໃຈໃສ່ວຽກງານການເມືອງແນວຄິດສຶກສາອົບສ້າງພະນັກ ງານໃຫ້ມີແນວຄິດຫຼັກໝັ້ນຕໍ່ການນຳພາຂອງພັກ ກຳແໜ້ນແນວທາງນະໂຍບາຍຂອງພັກ ກົດໝາຍ ຂອງລັດ ນິຕິກໍາ-ລະບຽບການທີ່ກ່ຽວຂ້ອງໃຫ້ດີ ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ມີຈັນຍາບັນ ຮັກວິຊາຊີບ ປະຕິບັດວິໄນແຜນການຢ່າງເຄັ່ງຄັດ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດ-ປະຊາຊົນເປັນຫຼັກ ໄປຄຽງຄູ່ກັບການປັບປຸງແບບແຜນວິທີເຮັດວຽກ ແລະ ແບບແຜນການນໍາພາຄຸ້ມຄອງໃຫ້ມີປະສິດທິຜົນສູງຂຶ້ນ.

.

. # ຂ່າວ – ພາບ :  ໄຊບັນດິດ

error: Content is protected !!