ໜ່ວຍພັກພະແນກຕຳຫຼວດ ປກສ ເມືອງຫົງສາ ເຮັດສຳເລັດໜ້າທີ່ຫຼາຍດ້ານ

    ໃນວັນທີ 2 ກຸມພາ 2022 ໜ່ວຍພັກພະແນກຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫົງບເມືອງຫົງສາ ແຂວງໄຊຍະບູລີ ​ຈັດກອງປະຊຸມປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ຢູທີ່ພະແນກດັ່ງກ່າວ ໂດຍມີສະຫາຍ ນາງດາວິນ ລາດຊະກິດ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ສະຫາຍ ພັນໂທ ຄໍາໜັ້ນ ໄຊສົງຄາມ ເລຂາໜ່ວຍພັກພະແນກຕຳຫຼວດ ມີຄະນະໜ່ວຍພັກ​ ສະມາຊິກພັກ ​ແລະ​ ຄະນະທີມງານລົງກໍ່ສ້າງຮາກຖານຂອງເມືອງ ເຂົ້າຮ່ວມ.

    ສະຫາຍ ພັນໂທ ຄໍາໜັ້ນ ໄຊສົງຄາມ  ໄດ້ກ່າວເປີດກອງປະຊຸມ ແລະ ຜ່ານບົດສະຫຼຸບການປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງໜ່ວຍພັກຂອງຕົນ ໃນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ການເມືອງໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການປະຈໍາປີ 2022 ເປັນໜ່ວຍພັກໜຶ່ງຂຶ້ນກັບຄະນະພັກຮາກຖານກອງບັນຊາການ ປກສ ເມືອງຫົງສາ ຢູ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຂອງອົງຄະນະພັກເມືອງ ມີພາລະບົດບາດເປັນແກນນໍາໃນລະບົບການເມືອງ ມີໜ້າທີ່ສຶກສາອົບຮົມການເມືອງ- ແນວຄິດ ໃຫ້ສະມາຊິກພັກ ນາຍ ແລະ ພົນຕໍາຫຼວດ ແລະ ຈັດຕັ້ງປະຕິບັດແນວທາງ ແຜນນະໂຍບາຍຂອງພັກ ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດໃຫ້ປະກົດຜົນເປັນຈິງ.

    ປີຜ່ານມາ ມີຄະດີເກີດຂຶ້ນທັງໝົດ 71 ລາຍ ກັກຕົວຜູ່ຖືກຫາໄດ້ 109 ຄົນ ຍິງ 32 ຄົນ ( ບໍ່ນັບຄະດີຢາເສບຕິດ ) ແກ້ໄຂ ແລະ ນໍາຕົວພາກສ່ວນເສບຢາເສບຕິດເຂົ້າໂຮງຮຽນສຶກສາພົນລະເມືອງໄດ້ 69 ລາຍ ກັກຕົວຜູ່ກະທໍາຜິດໄດ້ 98 ຄົນ ຍິງ 29 ຄົນ ພົ້ນເດັ່ນແມ່ນຄະດີຄ້າຂາຍ ແລະ ມີ ( ຢາບ້າ ) ໄວ້ໃນຄອບຄອງ ຈຳນວນ 38 ລາຍ ກັກຕົວຜູ່ຖືກຫາ ສາມາດຢຶດຂອງກາງຢາບ້າ ໄດ້ລົງໂຄສະນາເຜີຍແຜ່ກົດລະບຽບການສັນຈອນຕາມທ້ອງຖະໜົນຫຼວງ ມີອຸບັດເຫດເກີດຂຶ້ນທັງໝົດ 26 ຄັ້ງ ພາຫະນະເປ່ເພທັງໝົດ 45 ຄັນ ຄົນໄດ້ຮັບບາດເຈັບທັງໝົດ 42 ຄົນ ຍິງ 6 ຄົນ ແລະ ເສຍຊີວິດ 5 ຄົນ ສາເຫດສ່ວນຫຼາຍແມ່ນຂັບຂີ່ລົດໄວດ້ວຍຄວາມປະໝາດ​ ແລະ​ ຜົນ​ງານ​ດ້ານ​ອື່ນໆ​ ຜ່ານການປະເມີນຕີລາຄາແບ່ງປະເພດ ປະເພດໜ່ວຍງານ ໄດ້ປະເພດແຂງ  5 ໜ່ວຍງານ ໄດ້ປະເພດກາງ 1 ໜ່ວຍງານ ຕີລາຄາ​ແບ່ງ​ປະເພດ​ສະມາຊິກ​ພັກ​ໄດ້​ປະເພດແຂງ 19  ສະຫາຍ ຍິງ 3 ສະຫາຍ ກາງ 4 ສະຫາຍ ບໍ່ໄດ້ແບ່ງ 3 ສະຫາຍ ຕີລາຄາປະເພດໜ່ວຍພັກ ຕາມ 5 ດ້ານປະເພດໜ່ວຍພັກໄດ້ປະເພດແຂງ

# ຂ່າວ & ພາບ :  ບຸນມີ

error: Content is protected !!