ຜູ້ບໍລິຫານການສຶກສານະຄອນຫຼວງ ສຸມໃສ່ຫຼາຍບັນຫາເພື່ອພັດທະນາການສຶກສາ

    ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມຜູ້ບໍລິຫານການສຶກ ສາ ແລະ ກີລາ ນະຄອນຫຼວງວຽງຈັນ ປະຈຳສົກຮຽນ 2020-2021 ຂຶ້ນທີ່ໂຮງຮຽນມັດທະຍົມສຶກສາ ສົມບູນວຽງຈັນ ລະຫວ່າງວັນທີ 3-4 ກຸມພາ 2022 ໃນຮູບແບບເຊິ່ງໜ້າ ແລະ ຜ່ານທາງໄກ ໂດຍເປັນ ປະທານຂອງທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມນີ້ ມີທ່ານ ປອ ສຸລິດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານຮອງຫົວໜ້າພະແນກສຶກ ສາທິການ ແລະ ກີລາ ນວ ບັນດາຜູ້ບໍລິຫານການສຶກສາ ທ່ານຜູ້ອຳນວຍການໂຮງຮຽນ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ນາງ ລີປ່າເອ້ຍ ບົວປາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ໄດ້ ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ສົກຮຽນ 2020-2021 ແລະ ແຜນພັດທະນາການສຶກສາ ແລະ ກິລາ ສົກປີ 2021-2022 ເຊິ່ງພະແນກສຶກສາທິການ ແລະ ກີລານວ ໄດ້ສຸມໃສ່ທຸກໜ້າວຽກໃນການພັດທະນາຊັບພະຍາກອນມະນຸດ ເຊິ່ງເປັນປີທໍາອິດຂອງການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກີລາ 5 ປີ ຄັ້ງທີ IX (2021-2025).

    ນອກຈາກນີ້ ທີ່ປະຊຸມຍັງໄດ້ໄດ້ຮັບຟັງຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ ສົກຮຽນ 2019-2020 ແລະ ມະຕິກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ 2020-2021 ລາຍງານການຈັດຕັ້ງປະຕິບັດ ການຮຽນ-ການສອນ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການຕ້ານສິ່ງເສບຕິດໃນໂຮງຮຽນ  ການເຝິກອົບຮົມວິຊາຊີບໃຫ້ແກ່ຜູ້ດ້ອຍໂອກາດ ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືອີກຫຼາຍວຽກງານ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານໃຫ້ບັນລຸຜົນຕາມຄາດໝາຍ.

# ຂ່າວ & ພາບ :  ບຸນມີ

error: Content is protected !!