ເຈົ້າຄອງ ຕ້ອນຮັບເອກອັກຄະລາຊະທູດຍີ່ປຸ່ນປະຈຳລາວຄົນໃໝ່

    ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຕ້ອນຮັບການເຂົ້າຢ້ຽມ ຄຳນັບຂອງທ່ານ ໂຄບາຢາຊິ ເຄັນອິຈິ ເອກອັກຄະລາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຢີ່ປຸ່ນ ປະຈຳ ສປປ ລາວ ໃນໂອກາດມາດຳລົງຕຳແໜ່ງເປັນເອກອັກຄະລາຊະທູດປະຈຳລາວຄົນໃໝ່ ໃນວັນທີ 3 ກຸມພາ 2022 ທີ່ຫ້ອງວ່າການ ນວ.

    ໂອກາດນີ້ ທ່ານເຈົ້າຄອງໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຄຳນັບຄັ້ງນີ້ ພ້ອມດຽວກັນນັ້ນ ກໍໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຢູ່ ນວ ໃນໄລຍະຜ່ານມາ ສອງປະເທດໄດ້ໄປມາຫາສູ່ຢ້ຽມຢາມ ຮ່ວມມືຊ່ວຍເຫຼືອ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນນີ້ ນວ ກໍໄດ້ມີການຮ່ວມມືຢ່າງສະໜິດແໜ້ນກັບຫຼາຍເມືອງຂອງປະເທດຍີ່ປຸ່ນ ໃນການຮ່ວມມືດ້ານຕ່າງໆ ແລະ ຢືນຢັນຈະໃຫ້ສະໜັບສະໜູນ ແລະ ການຮ່ວມມືໃນການປະຕິບັດໜ້າທີ່ວຽກງານຂອງທ່ານ ໂຄບາຢາຊິ ເຄັນອິຈິ ໃຫ້ມີຜົນສຳເລັດຢ່າງຈົບງາມ.

    ຕອນທ້າຍຂອງພິທີ ທ່ານ ໂຄບາຢາຊິ ເຄັນອິຈິ ກໍໄດ້ສະແດງຄວາມຂອງໃຈມາຍັງທ່ານ ອາດສະພັງ ທອງ ສີພັນດອນ ທີ່ໃຫ້ການຕ້ອນຮັບ ເຊິ່ງການເຂົ້າຢ້ຽມຄຳນັບ ຈະເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງສອງປະເທດທີ່ມີມາດົນນານ ແລະ ຈະເອົາໃຈໃສ່ປະຕິບັດວຽກງານທາງການທູດໃຫ້ມີການເຕີບ ໃຫຍ່ ແລະ ກວ້າງຂວາງ ພ້ອມທັງສືບຕໍ່ບັນດາໂຄງການ ການຊ່ວຍເຫຼືອຕ່າງໆ ຊຸກຍູ້ບັນດານັກທຸລະກິດ ນັກລົງທຶນຂອງປະເທດເທດຍີ່ປຸ່ນ ເຂົ້າມາລົງທຶນໃນ ສປປ ລາວໃຫ້ນັບມື້ຫຼາຍຂຶ້ນ.

.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ

error: Content is protected !!