ທິດຊີ້ນຳຂອງລັດຖະບານ ຕໍ່ມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດ COVID-19 ໃນໄລຍະໃໝ່

ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ,ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ.ໄດ້ຖະແຫຼງຂ່າວ ໃນວັນທີ 3 ກຸມພາ ທີ່ກະຊວງສາທາລະນະສຸກ ກ່ຽວກັບທິດຊີ້ນໍາຂອງກອງປະຊຸມລັດຖະບານ ຕໍ່ມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດ COVID-19 ໃນໄລຍະໃໝ່,ນັບແຕ່ເວລາ 00:00 ໂມງ ຂອງວັນທີ 04 ກຸມພາ  ເປັນຕົ້ນໄປ.

– ພໍ່ແມ່ພີ່ນ້ອງຊາວລາວ ໃນທົ່ວປະເທດ ທີ່ເຄົາລົບຮັກ ທັງຫຼາຍ.

    ໂດຍໄດ້ຮັບມອບໝາຍຈາກທ່ານຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ໃນນາມຮອງຫົວໜ້າຄະນະສະ ເພາະກິດ ຜູ້ປະຈຳການ ຫົວໜ້າກອງເລຂາ ຂ້າພະເຈົ້າຂໍແຈ້ງມາຍັງພໍ່ແມ່ພີ່ນ້ອງປະຊາຊົນລາວ ພະນັກງານ ລັດຖະກອນ ທະຫານ ຕໍາຫຼວດ ຜູ້ປະກອບການຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ຊາບທົ່ວເຖິງກັນວ່າ:

    ຕະຫຼອດໄລຍະ ປີ 2021 ປະເທດຂອງພວກເຮົາໄດ້ປະສົບກັບການລະບາດຂອງພະຍາດ COVID-19 ແບບເປັນວົງກວ້າງ ໂດຍມີການລະບາດໃນຊຸມຊົນ ເລີ່ມຕົ້ນໃນກາງເດືອນເມສາ 2021 ນັບແຕ່ນັ້ນມາເຖິງທ້າຍປີ ຕົວເລກຜູ້ຕິດເຊື້ອ ແມ່ນສະເລັ່ຍ 1.000 ກໍລະນີ ຕໍ່ວັນ ຕົວເລກສູງສຸດ ແມ່ນ 1.897 ກໍລະນີ ໃນວັນທີ 11 ທັນວາ 2021 ໝົດປີ 2021 ມີຜູ້ຕິດເຊື້ອທັງໝົດ 111.020 ກໍລະນີ ແລະ ເສຍຊີວິດ 372 ກໍລະນີ ອັນໄດ້ສ້າງສິ່ງທ້າທາຍຫຼາຍດ້ານຕໍ່ລະບົບສາທາລະນະສຸກ ກໍຄືການດຳລົງຊີວິດຂອງປະຊາຊົນໃນທົ່ວປະເທດ ຕໍ່ໜ້າສະພາບການດັ່ງກ່າວ ທຸກພາກສ່ວນໄດ້ສຸມທຸກກຳລັງແຮງ ແລະ ຄວາມສາມາດ ເພື່ອປ້ອງກັນ ແລະ ແກ້ໄຂການລະບາດ ໂດຍນຳໃຊ້ມາດຕະການບໍລິຫານຢ່າງເຂັ້ມງວດ ເປັນຕົ້ນ ປິດຊົ່ວຄາວການເຂົ້າ-ອອກເມືອງ ຈຳກັດການເຄື່ອນໄຫວທາງສັງຄົມໃນບາງໄລຍະ ໄດ້ສຸມໃສ່ການເກັບຕົວຢ່າງກວດຫາເຊື້ອ ເພື່ອນຳເອົາຜູ້ຕິດເຊື້ອມາປິ່ນປົວ ແລະ ແຍກຜູ້ສຳຜັດໃກ້ຊິດ ໄດ້ເອົາໃຈໃສ່ປິ່ນປົວຜູ້ຕິດເຊື້ອຢູ່ບັນດາໂຮງໝໍ ສູນປິ່ນປົວພາກສະໜາມ ແລະ ໄດ້ນຳໃຊ້ໂຮງແຮມເປັນສະຖານທີ່ປິ່ນປົວ ສໍາລັບຜູ້ຕິດເຊື້ອທີ່ບໍ່ສະແດງອາການ ແລະ ມີເງື່ອນໄຂ ໃນໄລຍະທ້າຍປີ 2021 ໄດ້ອະນຸຍາດໃຫ້ຜູ້ຕິດເຊື້ອທີ່ມີອາການເບົາບາງ ຫຼື ບໍ່ມີອາການ ສາມາດຕິດຕາມປີ່ນປົວໄດ້ຢູ່ເຮືອນໄດ້ ໂດຍມີຄູ່ມືແນະນຳ ພ້ອມທັງມີທີມແພດສະເພາະເພື່ອຕິດຕາມ ແລະ ມີການຕອບຄຳຖາມຜ່ານສາຍດ່ວນ 164 ທັງນີ້ກໍແມ່ນເພື່ອຫຼຸດຜ່ອນຄວາມແອອັດໃນບັນດາໂຮງໝໍ ແລະ ສູນປິ່ນປົວພາກສະໜາມ. ນອກຈາກນັ້ນ ປະເທດຂອງພວກເຮົາໄດ້ຮັບອະນຸ ຍາດ ແລະ ສາມາດຜະລິດຢາປົວ COVID-19 ເຊິ່ງນຳໃຊ້ຢູ່ພາຍໃນປະເທດ ໄປຄຽງຄູ່ກັບຢາພື້ນເມືອງ. ສິ່ງສຳຄັນ ກະຊວງສາທາລະນະສຸກໄດ້ປະສານສົມທົບກັບບັນດາແຂວງ ແລະ ນະຄອນຫຼວງ ໃນການສົ່ງພະນັກງານ ແລະ ນັກສຶກສາແພດ ຊ່ວຍສ້າງຄວາມເຂັ້ມແຂງໃນຂັ້ນບ້ານໃນວຽກງານໂຕ້ຕອບການລະບາດຂອງພະຍາດ COVID-19 ແລະ ຕະລຸມ ບອນສັກວັນຊີນກັນພະຍາດໂຄວິດ. ໃນສະພາບທີ່ ສປປ ລາວ ປະເຊີນໜ້າກັບສິ່ງທ້າທາຍຂອງການລະບາດ ບັນດາປະເທດເພື່ອນມິດ ແລະ ປະຊາຄົມສາກົນ ໄດ້ເອົາໃຈໃສ່ໃຫ້ການຊ່ວຍເຫຼືອທັງດ້ານທຶນຮອນ ເຕັກນິກວິຊາການ ອຸປະກອນການແພດ ແລະ ວັກຊີນ ຈຶ່ງເຮັດໃຫ້ພວກເຮົາສາມາດຄວບຄຸມການລະຍາດໄດ້ໃນລະດັບໜຶ່ງ ຈົນຮອດປັດຈຸບັນນີ້.

    ສຳລັບປີ 2022 ເນື່ອງຈາກອັດຕາການສັກວັກຊີນປ້ອງກັນ COVID-19 ຂອງບັນດາປະເທດໃນໂລກແມ່ນເພີ່ມສູງຂື້ນ, ມີເຕັກໂນໂລຊີທາງດ້ານການແພດທີ່ກ້າວໜ້າ ສາມາດຊອກຄົ້ນວິເຄາະພະຍາດໄດ້ໄວ ແລະ ໃຊ້ເວລາສັ້ນ. ນອກຈາກນີ້ ຍັງມີຢາປິ່ນປົວທີ່ມີປະສິດທິພາບທີ່ສູງອອກມານຳໃຊ້ໃນສັງຄົມ ສະພາບການລະບາດຈະຢູ່ໃນລະດັບທີ່ຈຳນວນຄົນເຈັບ ບໍ່ລົ້ນໂຮງໝໍ ຊຶ່ງໝາຍຄວາມວ່າ ຂະແໜງສາທາສາມາດຄວບຄຸມໄດ້ ເມື່ອນັ້ນ ຈະເຮັດໃຫ້ໂລກເຮົາຕ້ອງຢູ່ຮ່ວມກັບພະຍາດໂຄວິດ ແລະ ຖືວ່າໂຄວິດໄດ້ກາຍເປັນພະຍາດປະຈຳຖິ່ນ ຫຼື ເກີດຕາມລະດູການຄືກັບພະຍາດໄຂ້ຫວັດລະດູການອື່ນໆ.

    ມາຮອດປັດຈຸບັນ ລັດຖະບານຫຼາຍປະເທດໄດ້ມີຄວາມພະຍາຍາມຫຼຸດຜ່ອນບັນດາມາດຕະການທາງບໍລິຫານ ແລະ ສັງຄົມ ເພື່ອຟື້ນຟູເສດຖະກິດໂດຍໄວ ແຕ່ໃນນັ້ນ ແມ່ນໄດ້ໃຫ້ຄວາມສຳຄັນໃນການສັກວັກຊີນປ້ອງກັນເປັນເງື່ອນໄຂ ໃນການສາມາດເຄື່ອນໄຫວດຳເນີນທຸລະກິດ ການຜະລິດ ແລະ ດຳລົງຊີວິດປະຈຳວັນ ໄດ້ຢ່າງເປັນປົກກະຕິ.

    ຍ້ອນມີການສັກວັກຊີນ ການດຸ່ນດ່ຽງໃນການປະຕິບັດມາດຕະການຄວບຄຸມ ໂດຍການຮ່ວມມືຂອງສັງຄົມ ກັບຄວາມຮຽກຮ້ອງຕ້ອງ ການໃນການພັດທະນາ ແລະ ອີງໃສ່ຄາດຄະເນທ່າອ່ຽງຂອງການລະບາດ ລັດຖະບານຈຶ່ງໄດ້ຄົ້ນຄວ້າປັບມາດຕະການໃຫ້ສອດຄ່ອງກັບສະພາບຕົວຈິງໃນໄລຍະໃໝ່ ດັ່ງທີ່ໄດ້ກໍານົດແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 130 ລົງວັນທີ 03 ກຸມພາ 2022 ຊຶ່ງມາດຕະການສ່ວນໃຫຍ່ ແມ່ນໄດ້ມີການຜ່ອນຜັນ ເຊັ່ນ: ເງື່ອນໄຂ ແລະ ໄລຍະເວລາໃນການຈຳກັດບໍລິເວນ ເມື່ອເດີນທາງເຂົ້າມາ ສປປ ລາວ, ການອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າເພີ່ມຂື້ນ ຍົກເລີກຂໍ້ຈຳກັດຈຳນວນໜຶ່ງ ໃນການເຄື່ອນໄຫວ ແລະ ດຳເນີນທຸລະກິດຢູ່ພາຍໃນປະເທດ ທີ່ໄດ້ກຳນົດໃນໄລຍະຜ່ານມາ ເພື່ອອຳນວຍຄວາມສະດວກໃຫ້ແກ່ທຸກພາກສ່ວນໃນສັງຄົມ ຫັນມາເຄື່ອນໄຫວດຳລົງຊີວິດແບບໃໝ່ ແລະ ຟື້ນຟູເສດຖະກິດໄດ້ຫຼາຍຂຶ້ນ ແຕ່ຍັງຮັກສາບາງມາດຕະການຈຳກັດ ເພື່ອຮັບປະກັນໃຫ້ແກ່ການປ້ອງການການຕິດເຊື້ອ ແລະ ແຜ່ເຊື້ອ. ລາຍລະອຽດຂ້າພະເຈົ້າ ຂໍອະນຸຍາດອ່ານເນື້ອໃນແຈ້ງການ ໃຫ້ບັນດາທ່ານຊາບ ດັ່ງນີ້:

  1. ເຫັນດີໃຫ້ມີການຜ່ອນຜັນໄລຍະເວລາການຈໍາກັດບໍລິເວນຕໍ່ ແຕ່ລະເປົ້າໝາຍຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ  ຄື:
  1.  ຄະນະຜູ້ແທນ ຫຼື ທີມງານວິຊາການທຸກລະດັບທີ່ໄປເຄື່ອນໄຫວເຮັດວຽກ ລວມທັງໄປສໍາມະນາຢູ່ຕ່າງປະເທດ ແລະ ພົນລະເມືອງລາວທີ່ກັບມາຈາກຕ່າງປະເທດ ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR ເຂົ້າພັກກັກກັນຕົວຢູ່ສະຖານທີ່ທີ່ຄະນະສະເພາະກິດກຳນົດໄວ້ ເພື່ອລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ ແລະ ຖ້າຜົນກວດບໍ່ພົບເຊື້ອ ກໍຕ້ອງໄດ້ສືບຕໍ່ຈໍາກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນ ໃຫ້ຄົບ 07 ວັນ ພ້ອມທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ;
  2. ນັກການທູດ ຫຼື ພະນັກງານສະຖານທູດຕ່າງໆ ພະນັກງານຜູ້ຕາງໜ້າອົງການຈັດຕັ້ງສາກົນ ທີ່ນອນຢູ່ໃນເຄືອຂ່າຍຂອງອົງການສະຫະປະຊາຊາດ ອົງການຈັດຕັ້ງສາກົນທີ່ໄດ້ຮັບເອກະສິດ ແລະ ອະພິສິດທາງການທູດ ລວມທັງສະມາຊິກຄອບຄົວຂອງເປົ້າໝາຍດັ່ງກ່າວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ໃຫ້ເຂົ້າມາ ສປປ ລາວ ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR ແລະ ໃຫ້ສືບຕໍ່ຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນໃຫ້ຄົບ 07 ວັນ ພ້ອມທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ;
  3. ກຸ່ມນັກທຸລະກິດ ຫຼື ນັກລົງທຶນທີ່ໄດ້ຮັບການອະນຸຍາດໃຫ້ດໍາເນີນທຸລະກິດ ຫຼື ລົງທຶນ ຢູ່ ສປປ ລາວ ທີ່ຈະເດີນທາງເຂົ້າມາ ສປປ ລາວ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR ແລະ ຈຳກັດບໍລິເວນຢູ່ສະຖານທີ່ທີ່ຄະນະສະເພາະກິດກຳນົດໄວ້ ເພື່ອລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ, ຖ້າຜົນກວດບໍ່ພົບເຊື້ອ ສາມາດອອກໄປປະຕິບັດວຽກງານຕາມແຜນທີ່ກຳນົດໄວ້ ແຕ່ຕ້ອງໃສ່ອຸປະກອນຕິດຕາມທາງການແພດ ແລະ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ;
  4. ຄົນຕ່າງປະເທດ ທີ່ເປັນຊ່ຽວຊານ ວິຊາການ ແຮງງານ ຜູ້ປະກອບການ ນັກສຶກສາ ຄົນເຊື້ອຊາດລາວ ແລະ ຄອບຄົວຂອງພົນລະເມືອງລາວ ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR ແລະ ລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ ຢູ່ໂຮງແຮມທີ່ຄະນະສະເພາະກິດກໍານົດ, ຖ້າຜົນກວດບໍ່ພົບເຊື້ອ ແມ່ນໃຫ້ສືບຕໍ່ຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນໃຫ້ຄົບ 07 ວັນ ແຕ່ຕ້ອງໃສ່ອຸປະກອນຕິດຕາມທາງການແພດ ພ້ອມທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ;
  5. ນັກທ່ອງທ່ຽວເປັນກຸ່ມ ທີ່ຈະເດີນທາງເຂົ້າມາລາວ ພາຍໃຕ້ໂຄງການເສັ້ນທາງທ່ອງທ່ຽວສີຂຽວ ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR ເຂົ້າພັກຢູ່ໂຮງແຮມທີ່ຄະນະສະເພາະກິດໄດ້ກຳນົດໄວ້ ເພື່ອລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ ແລະ ຖ້າຜົນກວດບໍ່ພົບເຊື້ອ ຈຶ່ງອະນຸຍາດໃຫ້ອອກໄປເຄື່ອນໄຫວກິດຈະກຳຕາມແຜນທ່ອງທ່ຽວ ແຕ່ຕ້ອງໃສ່ອຸປະກອນຕິດຕາມທາງການແພດ ພ້ອມທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ.

    ບັນດາກຸ່ມເປົ້າໝາຍທີ່ລະບຸໃນຂໍ້ 1.1-1.5 ຂ້າງເທິງ ກໍລະນີຜົນກວດພົບເຊື້ອ (ຜົນເປັນບວກ) ແມ່ນສາມາດເຂົ້າປິ່ນປົວຢູ່ໂຮງໝໍ ຫຼື ສູນປິ່ນປົວ ຫຼື ປິ່ນປົວຢູ່ສະຖານທີ່ພັກເຊົາຂອງຕົນຢ່າງໜ້ອຍ 10 ວັນ ໂດຍອີງຕາມອາການຂອງຜູ້ຕິດເຊື້ອແຕ່ລະກໍລະນີ ຕາມຄູ່ມືແນະນຳຂອງກະຊວງສາທາລະນະສຸກ ໃນແຕ່ລະໄລຍະ. 

  1. ສຳລັບຄົນຕ່າງປະເທດທີ່ອາໄສຢູ່ ສປປ ລາວ ລວມທັງຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ຕາມການອະນຸມັດຂອງຄະນະສະເພາະກິດຂັ້ນສູນກາງ ຕ້ອງໄດ້ດໍາເນີນການຕິດຕັ້ງ ແລະ ລົງທະບຽນ ໂປຣແກຣມ (ແອັບ) LaoKYC ໃນໂທລະສັບມືຖືຂອງຕົນ ເພື່ອໃຊ້ບໍລິການ “ລາວ ສູ້ສູ້”  ແລະ ສະໝັກສ້າງລະຫັດວັກຊີນ (Vaccine ID) ເພື່ອໃຊ້ເປັນບັດຢັ້ງຢືນການສັກວັກຊີນ ແລະ ສະຖານະຄວາມສ່ຽງຂອງຕົນໃນເວລາເຄື່ອນໄຫວ ເດີນທາງ ເຂົ້າໄປສໍານັກງານຂອງລັດ, ໂຮງງານ ຮ້ານຄ້າ ຮ້ານອາຫານ ແລະ ສະຖານທີ່ຕ່າງໆ.
  2. ເຫັນດີອະນຸຍາດໃຫ້ກະຊວງການຕ່າງປະເທດອອກວີຊາ ສຳລັບນັກທ່ອງທ່ຽວເປັນກຸ່ມທີ່ຈະເດີນທາງເຂົ້າມາ ສປປ ລາວ ພາຍໃຕ້ໂຄງການເສັ້ນທາງທ່ອງທ່ຽວສີຂຽວ ທີ່ລັດຖະບານໄດ້ອະນຸຍາດແລ້ວນັ້ນ ທີ່ລະບຸໃນຂໍ້ 1.5 ໂດຍຮັບປະກັນໃຫ້ນັກທ່ອງທ່ຽວຕ້ອງລົງທະບຽນ QR Code (Vaccine ID)  ເພື່ອນໍາໃຊ້ໄລຍະທ່ອງທ່ຽວຢູ່ ສປປ ລາວ ແລະ ອອກວີຊາໃຫ້ກຸ່ມເປົ້າໝາຍຕ່າງໆຕາມທີ່ໄດ້ລະບຸໃນຂໍ້ທີ  1.1-1.4  ຂ້າງເທິງ ຕາມການອະນຸຍາດຂອງຄະນະສະເພາະກິດ.
  3. ເຫັນດີດ້ານຫຼັກການໃຫ້ເປີດດ່ານທ້ອງຖິ່ນ ແລະ ດ່ານປະເພນີສໍາລັບຂົນສົ່ງສິນຄ້າ ໂດຍມອບໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ມີຊາຍແດນຕິດກັບຕ່າງປະເທດ ດຳເນີນການກວດກາ ທັງປຶກສາຫາລືກັບທ້ອງຖິ່ນຂອງປະເທດທີ່ມີດ່ານຮ່ວມກັນ ຖ້າເຫັນວ່າມີຄວາມພ້ອມຮອບດ້ານ ລວມທັງສິ່ງອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ຮັບປະກັນໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ທັງມີຄວາມເປັນເອກະພາບກັນສູງແລ້ວ  ແມ່ນມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ອົງການປົກຄອງແຂວງ ອະນຸຍາດໃຫ້ເປີດໄດ້.
  4. ເຫັນດີໃຫ້ພາກເອກະຊົນມີສ່ວນຮ່ວມໃນການເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດ COVID-19 ສ່ວນລາຍລະອຽດ ມອບໃຫ້ກະຊວງສາທາລະນະສຸກເປັນໃຈກາງສົມທົບກັບກະຊວງກ່ຽວຂ້ອງ ຄົ້ນຄ້ວາ ແລະ ກໍານົດມາດຖານເງື່ອນໄຂ ທັງສ້າງລະບຽບການຄຸ້ມຄອງຫົວໜ່ວຍທຸລະກິດທີ່ອະນຸຍາດ ໃຫ້ດໍາເນີນການກວດພະຍາດເຊື້ອພະຍາດດັ່ງກ່າວນັ້ນຕາມມາດຕະຖານທີ່ກະຊວງສາທາລະນະສຸກກໍານົດໄວ້.
  5. ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນສູນກາງ ຊຸກຍູ້ການຜະລິດຢາປິ່ນປົວພະຍາດ COVID-19 ໃຫ້ສາມາດຜະລິດໄດ້ພຽງພໍກັບຄວາມຕ້ອງການຂອງສັງຄົມ.
  6. ໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີປຸກລະດົມການສັກວັກຊີນດ້ວຍຫຼາຍຮູບການ ແລະ ຫຼາຍວິທີການ ເພື່ອໃຫ້ສາມາດສັກໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການສັກວັກຊີນກັນພະຍາດໂຄວິດ-19 ສະບັບເລກທີ 24/ນຍ ລົງວັນທີ 10 ພະຈິກ 2021.
  7. ເຫັນດີໃຫ້ເປີດກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ແຕ່ໃຫ້ເຈົ້າຂອງສະຖານທີ່ມີມາດຕະການປ້ອງກັນ ແລະ ຄວບຄຸມຢ່າງເຂັ້ມງວດ.
  8. ສືບຕໍ່ປິດຮ້ານບັນເທີງ ແລະ ຮ້ານຄາຣາໂອເກະ.
  9. ໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນ ອະນຸຍາດ ແລະ ອໍານວຍຄວາມສະດວກໃຫ້ແກ່ການບໍລິການລົດໂດຍສານ ຜູ້ໂດຍສານ ຜູ້ເດີນທາງດ້ວຍພາຫະນະ ປະເພດເດີນທາງໄປ-ມາ ລະຫວ່າງແຂວງຕໍ່ແຂວງ ເມືອງຕໍ່ເມືອງໄດ້ຢ່າງປົກກະຕິ ແຕ່ພະນັກງານຂັບລົດ ແລະ ຜູ້ໂດຍສານຕ້ອງໄດ້ຮັບການສັກວັກຊີນຄົບໂດສ. ພ້ອມດຽວກັນນີ້ ກໍຫ້າມອົງການປົກຄອງທຸກຂັ້ນ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການໄປມາຫາສູ່ກັນ ກໍຄືການທໍາມາຫາກິນຂອງພົນລະເມືອງທຸກຄົນໃນຂອບເຂດທົ່ວປະເທດ ດ້ວຍການກຳນົດລະບຽບການທີ່ແຕກຕ່າງຈາກລະບຽບການທີ່ລັດຖະບານ ກໍຄືຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນສູນກາງ ໄດ້ວາງອອກ ຢ່າງເດັດຂາດ.

    ມອບໃຫ້ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ທຸກຂັ້ນ ຮີບຮ້ອນຜັນຂະຫຍາຍແຈ້ງການສະບັບນີ້ ອອກເປັນຄໍາແນະນໍາໃນການຈັດຕັ້ງປະຕິບັດຕົວຈິງໃຫ້ລະອຽດ ແລະ ສໍາເລັດໄວ.

    ແຈ້ງການສະບັບນີ້ ປ່ຽນແທນແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 1494 ລົງວັນທີ 14 ພະຈິກ 2021 ແລະ ມີຜົນສັກສິດນັບແຕ່ເວລາ 00:00 ໂມງ ຂອງວັນທີ 04 ກຸມພາ 2022 ເປັນຕົ້ນໄປ ພວກເຮົາຈະສືບຕໍ່ປະເມີນສະພາບການ ທົບທວນ ແລະ ດັດປັບມາດຕະການໃຫ້ເໝາະສົມກັບສະພາບຕົວຈິງຕື່ມ ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

    ບັນດາທ່ານ ທີ່ນັບຖື ແລະ ຮັກແພງ,

    ໃນສະພາບເງື່ອນໄຂໃໝ່ ແລະ ມາດຕະການໃໝ່ທີ່ມີລັກສະນະເປີດກວ້າງ ອໍານວຍຄວາມສະດວກໃຫ້ແກ່ການດຳລົງຊີວິດໃນສັງຄົມ ຈະເຮັດໃຫ້ການເດີນທາງໄປມາ ແລະ ພົວພັນເຊິ່ງກັນ ແລະ ກັນ ມີຫຼາຍຂຶ້ນ ຈຶ່ງຂໍໃຫ້ທຸກຄົນມີຄວາມຮັບຜິດຊອບການປ້ອງກັນຕົນເອງ ແລະ ຄອບຄົວ ຕະຫຼອດຮອດຊຸມຊົນທີ່ຕົນເອງດຳລົງຊີວິດຢູ່ ຈາກເຊື້ອພະຍາດໂຄວິດ-19 ດ້ວຍການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ຜູ້ໃດທີ່ຍັງບໍ່ທັນໄດ້ຮັບວັກຊີນ ຂໍໃຫ້ໄປຮັບວັກຊີນຕາມສະຖານບໍລິການທີ່ຄະນະສະເພາະກິດໄດ້ກຳນົດໄວ້ ເພື່ອສ້າງພູມຄຸ້ມກັນໃຫ້ຕົນເອງ ແລະ ພູມຄຸ້ມກັນໝູ່ໃຫ້ສັງຄົມ ເມື່ອໄດ້ຮັບວັກຊີນແລ້ວ ໂອກາດຕິດເຊື້ອກໍ່ໜ້ອຍລົງ ຫຼື ຖ້າຕິດເຊື້ອ ກໍຊ່ວຍໃຫ້ອາການເຈັບປ່ວຍບໍ່ຮຸນແຮງ ແລະ ບໍ່ເສຍຊີວິດ.

    ໃນປັດຈຸບັນ ການຕິດເຊື້ອສ່ວນໃຫຍ່ຍັງພົບເຫັນ​ໃນ​ທຸ​ກ​ສາ​ຂາ​ອາ​ຊີບ ເຊັ່ນ : ແພດ​ໝໍ ທະ​ຫານ ຕຳຫຼວດ ນັກ​ຮຽນ-ນັກ​ສຶ​ກ​ສາ ກຳ​ມະ​ກອ​ນ ນັ​ກ​ບວດ ແລະ ຊາວ​ຄ້າ​ຂາຍ ໃນນີ້ ຜູ້​ຕິດ​ເຊື້ອ​ຈຳນວນໜຶ່ງບໍ່​​ເຂົ້າ​ມາ​ກວດ​ຫາ​ເຊື້ອ​ໃນ​ຈຸດ​ທີ່​ຄະ​ນະ​ສະ​ເພາະ​ກິດ​ກຳ​ນົດ​ໄວ້ ແຕ່​ເລືອກ​ທີ່​ຈະ​ຊື້​ເຄື່ອງກວດ​ຫາ​ເຊື້ອແບບ​ໄວມາ​ກວດ​ ແລະ ຕິດຕາມອາການ ປິ່ນປົວຕົນເອງຢູ່ເຮືອນ ເມື່ອອາການແຮງຂຶ້ນ ແລ້ວຈຶ່ງມາໂຮງໝໍ ຊຶ່ງເປັນສາເຫດໃຫ້ມີ​ຕົວ​ເລກ​ຜູ້​ເສຍ​ຊີ​ວິດເກືອບທຸກວັນ ໂດຍ​ສະ​ເພາະ​ ໃນກຸ່ມຜູ້​​ອາຍຸສູງ ແລະ ມີ​ພະ​ຍາດ​ປະ​ຈຳ​ຕົວ. ສະນັ້ນ ເມື່ອກວດພົບວ່າຕົນເອງຕິດເຊື້ອແລ້ວ ຂໍໃຫ້ບັນດາທ່ານແຈ້ງຄະນະສະເພາະກິດ ຜ່ານສາຍດ່ວນ 164 ເພື່ອຂຶ້ນທະບຽນ ແລະ ຮັບຄໍາແນະນໍາໃນການຕິດຕາມປິ່ນປົວຈາກແພດໝໍ ພ້ອມທັງແຈ້ງອົງການປົກຄອງບ້ານ ເພື່ອຈະສາມາດກະກຽມ ແລະ ໃຫ້ການຊ່ວຍເຫຼືອໄດ້ຢ່າງທັນການ ເຊັ່ນດຽວກັບຜູ້ໃດທີ່ຮູ້ວ່າຕົນເປັນຜູ້ສຳຜັດໃກ້ຊິດຜູ້ຕິດເຊື້ອ ກໍຕ້ອງກັກໂຕຢ່າງເຂັ້ມງວດ ເພື່ອຢຸດ ຫຼື ຕັດວົງຈອນການແຜ່ເຊື້ອ ແລະ ຫຼຸດຜ່ອນການແຜ່ກະຈາຍຂອງເຊື້ອໃນຊຸມຊົນ ແລະ ຄອບຄົວ.

    ນອກຈາກນີ້ ຂໍໃຫ້ຕິດຕາມຂໍ້ມູນຂ່າວສານຈາກແຫຼ່ງຂ່າວທາງການ ຕິດຕາມການຖະແຫຼງຂ່າວປະຈໍາວັນຂອງຄະນະສະເພາະກິດ ຊຶ່ງນອກຈາກຈະແຈ້ງສະຖິຕິການຕິດເຊື້ອ ແລະ ການເສຍຊີວິດທັງພາຍໃນ ແລະ ຕ່າງປະທດແລ້ວ ຍັງໃຫ້ຄຳແນະນຳທາງດ້ານການແພດ ນິຕິກຳ ແລະ ມາດຕະການຕ່າງໆທີ່ຂະແໜງການ ຫຼື ທ້ອງຖິ່ນວາງອອກ ພ້ອມກັນນີ້ ຂໍທຸກຄົນໃຫ້ມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ ແລະ ບໍ່ໃຫ້ສົ່ງຕໍ່ຂໍ້ມູນທີ່ບໍ່ມີຄວາມຈິງ ຫຼື ບິດເບືອນຄວາມຈິງ. 

    ໃນໂອກາດນີ້ ອີກເທື່ອໜຶ່ງ ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກອົງການຂອງພັກ ລັດ ທຸກການຈັດຕັ້ງ ແລະ ທຸກຄົນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບ ແລະ ເປັນເຈົ້າການຮ່ວມກັນ ໃນການປະຕິບັດມາດຕະການທີ່ລັດຖະບານ ກໍຄືຄະນະສະເພາະກິດວາງອອກຢ່າງເປັນເອກະພາບ ແລະ ເຂັ້ມງວດ; ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອທີ່ເປັນພື້ນຖານ ເປັນຕົ້ນ: ໃສ່ຜ້າອັດປາກ-ດັງ ໝັ່ນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຮັກສາໄລຍະຫ່າງ ໄປຮັບວັກຊີນໃຫ້ຄົບ ລວມທັງເຂັມກະຕຸ້ນ.

    ພ້ອມກັນນີ້ ການຈັດ ແລະ ສະເຫຼີມສະຫຼອງງານບຸນຕ່າງໆ ກໍຂໍໃຫ້ກະທັດຮັດ ຕາມຮີດຄອງປະເພນີ ມີຄວາມສະຫງົບປອດໄພ ຫຼີກລ່ຽງການເຕົ້າໂຮມຄົນເປັນຈຳນວນຫຼວງຫຼາຍ.

    ສຸດທ້າຍນີ້ ຂ້າພະເຈົ້າ ຂໍອວຍພອນໃຫ້ທຸກໆທ່ານຈົ່ງມີສຸຂະພາບແຂງແຮງ ມີຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນ ແລະ ປອດໄພຈາກເຊື້ອພະຍາດທຸກຊະນິດ.

ຂໍຂອບໃຈ

error: Content is protected !!