ຫວນຄືນມູນເຊື້ອວັນສ້າງຕັ້ງກໍາມະບານ ຄົບຮອບ 66 ປີ

    ພິທີປາຖະກະຖາຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ຄົບຮອບ 66 ປີ (1 ກຸມພາ 1956-1 ກຸມພາ 2022) ຈັດຂຶ້ນວັນທີ 3 ກຸມພາ 2022 ທີ່ສະໂມສອນເມືອງສັງທອງ ນະຄອນຫຼວງວຽງຈັນ (ນວ) ໂດຍໃຫ້ກຽດເປັນປະທານ ແລະ ຫວນຄືນມູນເຊື້ອວັນດັ່ງກ່າວຂອງທ່ານ ນາງ ອາລີ ວົງໜໍ່ບູນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ມີທ່ານ ພົງສະຫວັນ ສີລິພັນ ເລຂາຄະນະພັກ ເຈົ້າເມືອງສັງທອງ ທ່ານ ດາວເພັດ ອາລຸນ ປະທານສະຫະພັນກໍາມະບານ ນວ ມີບັນດາຄະນະບໍລິຫານງານກໍາມະບານຂັ້ນເມືອງພ້ອມດ້ວຍສະມາຊິກກໍາມະບານທົ່ວເມືອງເຂົ້າຮ່ວມ. ທັ້ງນີ້ກໍເພື່ອເປັນການໂຄສະນາສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານລັດຖະກອນ ສະມາຊິກກໍາມະບານພາຍໃນເມືອງສັງທອງໄດ້ຮູ້ເຊື່ອມຊຶມ ແລະ ຮັບຮູ້ ຄວາມໜາຍຄວາມສໍາຄັນ ການເຕີບໃຫ່ຍຂະຫຍາຍຕົວ ຜົນງານ ແລະ ໄຊຊະນະຂອງອົງການຈັດຕັ້ງສະຫະພັນກໍາມະບານລາວເຮົາທີ່ຍາດມາໄດ້ຕະຫຼອດໄລຍະ 66 ປີ ທີ່ຜ່ານມາ.

.# ຂ່າວ & ພາບ :  ວຽງມາ

error: Content is protected !!