ເສີມສ້າງຄວາມສາມາດ ເພື່ອຄວບຄຸມພະຍາດອະຫິວາໝູອາຟຣິກາ ແລະ ພະຍາດລະບາດສັດອື່ນໆ

    ກອງປະຊຸມລິເລີ່ມ ໂຄງການເສີມສ້າງຄວາມສາມາດເພື່ອຄວບຄຸມພະຍາດອະຫິວາໝູອາຟຣິກາ ແລະ ພະຍາດລະບາດສັດຂ້າມແດນໃນ ສປປ ລາວ ຈັດຂຶ້ນວັນທີ 3 ກຸມພາ 2022 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ພັນທະວົງ ວົງສໍາພັນ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ລີໂອໂພດ ລອດ ທີ່ປຶກສາອາວຸໂສ ອົງການອາຫານ ແລະ ການກະເສດ (FAO) ປະຈໍາລາວ ມີຜູ້ຕາງໜ້າຈາກກົມ ຫ້ອງການ ພະແນກກ່ຽວຂ້ອງທົ່ວເຂົ້າຮ່ວມຜ່ານລະບົບອອນລາຍ.

    ພະຍາດອະຫິວາໝູອາຟຣິກາ (ASF) ເປັນພະຍາດເລືອດອອກຮ້າຍແຮງໃນສັດລ້ຽງ ແລະ ໝູປ່າ ຕັ້ງແຕ່ພະຍາດ ASF ລະບາດຄັ້ງທຳອິດໃນທະວີບອາຊີໃນເດືອນສີງຫາ 2018 ທັງໝົດມີ 16 ປະເທດໃນເຂດອາຊີ ແລະ ປາຊິຟິກ ໄດ້ມີການລາຍງານການລະບາດຂອງພະຍາດ ASF ລວມທັງປະເທດຈີນ ມົງໂກລີ ຫວຽດນາມ ກຳປູເຈຍ ສ ເກົາຫຼີ ຕິມໍເລສເຕ ອິນໂດເນເຊຍ ປາປົວນິວກິນີ ອິນເດຍ ພູຖານ ມາເລເຊຍ ແລະ ໄທ ພະຍາດດັ່ງກ່າວ ແຜ່ເຊື້ອຕິດຕໍ່ຢ່າງຮຸນແຮງ ແລະ ໄດ້ເຮັດໃຫ້ໝູຫຼາຍລ້ານໂຕຕາຍໄປຢູ່ໃນພາກພື້ນ ດ້ວຍເຫດນັ້ນ ບັນດາຊາວກະສິກອນໄດ້ເກີດຄວາມເສຍຫາຍທາງດ້ານການເງິນ ແລະ ພົບກັບຄວາມຫຍຸ້ງຍາກຢ່າງໜັກໜ່ວງ ການຂາດແຄນຊີ້ນໝູໃນຫຼາຍປະເທດ ເຮັດໃຫ້ລາຄາໝູເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ເຮັດໃຫ້ຜູ້ບໍລິໂພກບໍ່ພໍໃຈ ລະບົບຕ່ອງໂສ້ການສະໜອງ ລວມທັງການນໍາເຂົ້າ ແລະ ການສົ່ງອອກໝູທີ່ມີຊີວິດ ແລະ ຊີ້ນໝູຈຶ່ງໄດ້ຖືກຂັດຂວາງ ເຊິ່ງໄດ້ເພີ່ມຄວາມອ່ອນແອໃນການສະໜອງອາຫານ.

    ປັດຈຸບັນ ພະຍາດອະຫິວາໝູອາຟຣິກາ ຍັງມີຢູ່ໃນ ສປປ ລາວ ແລະ ດ້ວຍເຫດນີ້ ໃນມື້ນີ້ ອົງການ FAO ແລະ ກົມລ້ຽງສັດ ແລະ ການປະມົງ ຈຶ່ງໄດ້ລິເລີ່ມໂຄງການໃໝ່ຄື: ການເສີມສ້າງຄວາມສາມາດເພື່ອຄວບຄຸມພະຍາດອະຫິວາໝູອາຟຣິກາ ແລະ ພະຍາດລະບາດສັດອື່ນໆໃນ ສປປ ລາວ ຈຸດປະສົງຂອງໂຄງການແມ່ນເພື່ອຫຼຸດຜ່ອນຄວາມສ່ຽງທີ່ອາດເປັນໄປໄດ້ໃນການນຳເອົາ ແລະ ການແຜ່ລະບາດ ພ້ອມທັງຜົນກະທົບຈາກພະຍາດ ASF ແລະ ບັນດາພະຍາດລະບາດສັດຂ້າມແດນທີ່ກໍ່ໃຫ້ເກີດຜົນກະທົບຮ້າຍແຮງອື່ນໆໃນ ສປປ ລາວ ຈຸດປະສົງຫຼັກຂອງໂຄງການ ເພື່ອພັດທະນາ ແລະ ຈັດຕັ້ງປະຕິບັດບັນດາຍຸດທະສາດ ແລະ ເສີມສ້າງບັນດາຄວາມສາມາດເພື່ອປ້ອງກັນ ຄົ້ນຫາ ແລະ ຄວບຄຸມພະຍາດ ASF ໃນລະດັບປະເທດ ຂັ້ນແຂວງ ແລະ ຂັ້ນເມືອງ ແລະ ເສີມສ້າງຄວາມສາມາດຂອງຫ້ອງວິໃຈແຫ່ງຊາດເພື່ອຄົ້ນຫາພະຍາດ ASF.

.

.# ຂ່າວ & ພາບ : ວຽງມາ

error: Content is protected !!