ນໍາສະເໜີທັດສະນະແນວຄິດອັນກວ້າງໄກຂອງນັກການທູດທີ່ມີປະສົບການ

    ພິທີເປີດຕົວປຶ້ມ “ປະເທດນ້ອຍ ການທູດໃຫຍ່ຫຼວງ ປະເທດລາວໃນອົງການສະຫະປະຊາຊາດ ອາຊຽນ ແລະ ຄະນະກຳມາທິການແມ່ນ້ຳຂອງສາກົນ” ແລະ ການບັນລະຍາຍກ່ຽວກັບການພັດທະນາເສດຖະກິດຂອງຍີ່ປຸ່ນ (ໄຈກາແຊຣ໌) ຈັດຂຶ້ນໃນວັນທີ 3 ກຸມພາ 2022 ທີ່ໂຮງແຮງຄຣາວ ພລາຊາ ມີທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳແລະ ການຄ້າ ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ເພື່ອເປັນການນໍາສະເໜີທັດສະນະແນວຄິດອັນກວ້າງໄກ ຂອງນັກການທູດລາວຈາກສອງສະໄໝທີ່ມີປະສົບການ ຂອງທ່ານ ອາລຸນແກ້ວ ກິດຕິຄຸນ ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກ ແລະ ອະດີດເອກອັກຄະລັດຖະທູດ ສປປ ລາວ ປະຈຳສະຫະປະຊາຊາດ ແລະ ທ່ານ ອະນຸລັກ ກິດຕິຄຸນ ປະທານບໍລິຫານຄະນະກຳມາທິການແມ່ນ້ຳຂອງ ຮ່ວມກັນກັບທ່ານ ໂຄບາຢາຊິ ເຄນອິຈິ ເອກອັກຄະລາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ພອນແກ້ວ ຈັນທະມາລີ ຮັກສາການຜູ້ອໍານວຍການສະຖາບັນລາວ-ຍີ່ປຸ່ນ ຈຶ່ງໄດ້ຮ່ວມກັນຈັດງານດັ່ງກ່າວຂຶ້ນ.

    ນອກຈາກນີ້ ທ່ານ ໂຊໂນເບະ ເທະສຶຊິ ອະທິການບໍດີຂອງສະຖາບັນທະນາຄານພັດທະນາອາຊີ ໄດ້ປາຖະກະຖາກ່ຽວກັບໄຈກາແຊຣ (ໂຄງການສຶກສາກ່ຽວກັບຍີ່ປຸ່ນໂດຍອົງການຮ່ວມມືສາກົນຍີ່ປຸ່ນ ປະຈຳລາວ) ໃນຫົວຂໍ້ “ການພັດທະນາເສດຖະກິດຫຼັງສົງຄາມໂລກຂອງຍີ່ປຸ່ນ” ຍີ່ປຸ່ນເປັນປະເທດທຳອິດທີ່ພັດທະນາຢ່າງສີວິໄລ ໂດຍປາສະຈາກພື້ນຖານການພັດທະນາແບບປະເທດທິດຕາເວັນຕົກ ສະນັ້ນ ປະສົບການໃນການພັດທະນາເສດຖະກິດຂອງຍີ່ປຸ່ນ ຈຶ່ງສາມາດນຳມາເປັນຕົວຢ່າງເພື່ອການສຶກສາໃຫ້ແກ່ປະເທດທີ່ກຳລັງພັດທະນາ ເພື່ອນຳໄປເປັນຍຸດທະສາດໃນການພັດທະນາປະເທດຂອງຕົນ.

    ໃນຂະນະດຽວກັນ ຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອແກ່ບັນດາປະເທດທີ່ກຳລັງພັດທະນາຜ່ານການຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການ ຄຽງຄູ່ກັບຄູ່ຮ່ວມງານໃນຂົງເຂດອາຊີ ແລະ ໃນທົ່ວໂລກ ເຊິ່ງໄດ້ປະກອບສ່ວນຢ່າງກວ້າງຂວາງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຜ່ານການແບ່ງປັນປະສົບການ ບົດຮຽນຈາກຄວາມສີວິໄລຂອງປະເທດ ແລະ ການຮ່ວມມືດ້ານການພັດທະນາ ຍີ່ປຸ່ນໄດ້ກາຍເປັນສູນກາງການຮຽນຮູ້ດ້ານການພັດທະນາໃນລະດັບສາກົນ ແລະ ໄດ້ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ.

.

..# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!