ປະຊາຊົນບ້ານໂພນປ່າເປົ້າ ສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂຫຼາຍບັນຫາ

   ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ນຳໂດຍທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນວ ສສ ນວ ຊຸດທີ II ທ່ານ ທະນົງສິດ ເມືອງຈັນ ສສຊ ທ່ານ ພອນສິນ ສາວະລີ ສສນວ ຫົວໜ້າຄະນະສະມາຊິກສະພາປະຊາຊົນ ນວ ປະຈຳເຂດເລືອກຕັ້ງເມືອງສີສັກຕະນາກ ແລະ ທ່ານ ນາງ ຄໍາແຫວນ ສິງບັນດິດ ສສ ນວ ຊຸດທີ II ຮອງປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ນວ ລົງພົບປະປະຊາຊົນຜູ້ມີສິດເລືອກຕັ້ງເຂດບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນວ ວັນທີ 3 ກຸມພາ 2022 ຢູ່ສະໂມສອນຫ້ອງການບ້ານດັ່ງກ່າວ ເພື່ອໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນ ນວ ຊຸດທີ II ແລະ ຮັບຟັງການສະເໜີບັນຫາຕ່າງໆຂອງປະຊາຊົນ ເພື່ອນຳໄປສະເໜີຕໍ່ພາກສ່ວນກ່ຽວຂ້ອງຄົ້ນຄວ້າພິຈາລະນາແກ້ໄຂຢ່າງຖືກຕ້ອງ.

     ໂອກາດນີ້ ທ່ານ ບຸນລ້ອນ ແກ້ວພິລາວັນ ນາຍບ້ານໂພນປ່າເປົ້າ ໄດ້ລາຍງານສະພາບລວມໂດຍຫຍໍ້ວ່າ : ບ້ານໂພນປ່າເປົ້າ ແມ່ນບ້ານໜຶ່ງທີ່ຂຶ້ນກັບກຸ່ມວັດນາກ ຂອງເມືອງສີສັດຕະນາກ ມີເນື້ອທີ່ທັງໝົດ 1.366.399 ຕາແມັດ ທົ່ວບ້ານມີິ 1.002 ຄອບຄົວ ມີ 1.419 ຫຼັງຄາເຮືອນ ມີ 68 ໜ່ວຍ ມີພົນລະເມືອງທັງໝົດ 4.936 ຄົນ ຍິງ 2.597 ຄົນ ໃນບ້ານມີຫ້ອງແຖວ 102 ຫຼັງ ແລະ ມີ 686 ຫ້ອງ ມີຄົນພັກເຊົາ 942 ຄົນ ຍິງ 409 ຄົນ ໃນນີ້ ມີຊົນເຜົ່າລາວລຸ່ມ ກວມເອົາເປັນສ່ວນຫຼາຍຂອງພົນລະເມືອງທັງໝົດ ແລະ ມີຊາວຕ່າງດ້າວ 27 ຄອບຄົວ ມີ 41 ຄົນ ຍິງ 14 ຄົນ ເຊິ່ງປະຊາຊົນສ່ວນຫຼາຍ ມີອາຊີບທີ່ແຕກຕ່າງກັນເຊັ່ນ: ພະນັກງານ -ລັດຖະກອນ ທະຫານຕໍາຫຼວດ ຜູ້ປະກອບການເສດຖະກິດ-ຄ້າຂາຍ ບໍລິການ ແລະ ອື່ນໆ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ເຂັ້ມແຂງ.

  ພາຍຫຼັງທີ່ຮັບຟັງການລາຍງານສະພາບໂດຍລວມຂອງບ້ານແລ້ວ ສະມາຊິກ ສສຊ ແລະ ສສ ນວ ກໍໄດ້ຂຶ້ນສະເໜີໂຕແນະນໍາຕົນເອງ ແລະ ຜັດປ່ຽນກັນເຜີຍແຜ່ຜົນສຳເລັດກອງປະຊຸມຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນ ນວ ຊຸດທີ II   ພ້ອມທັງຍົກໃຫ້ເຫັນບາງເນື້ອໃນສຳຄັນຂອງກອງປະຊຸມດັ່ງກ່າວທີ່ໄດ້ລາຍງານ ແລະ ພິຈາະລະນາຮັບຮອງເອົາບັນຫາສຳຄັນຂອງຊາດ ກໍຄືຂອງນະຄອນຫຼວງ ເປັນຕົ້ນ ການຢັ້ງຢືນຄຸນລັກສະນະຂອງ ສສຊ ສສ ນວ ການຮັບຮອງເອົາວຽກງານກົງຈັກການຈັດຕັ້ງ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບັນຫາສໍາຄັນອື່ນໆ ຈາກນັ້ນ ສສຊ ສສນວ ໄດ້ເປີດໂອກາດໃຫ້ປະຊາຊົນ ໄດ້ມີຄໍາເຫັນສະເໜີບັນຫາທີ່ຕົນໃຫ້ຄວາມສົນໃຈ ເພື່ອໃຫ້ ສສຊ ສສ ນວ ໃຫ້ຄໍາຊີ້ແຈງ ແລະ ນໍາສະເໜີຕໍ່ຂະແໜງການກ່ຽວຂ້ອງພິຈາລະນາແກ້ໄຂ.

    ສໍາລັບຂໍ້ສະເໜີທີ່ປະຊາຊົນໄດ້ໃຫ້ຄວາມສົນໃຈຊັກຖາມ ຄືບັນຫາການອອກຫວຍພັດທະນາລາວ ມີຈຳນວນຫຼາຍຄັ້ງເກີນໄປ ເພາະມັນເປັນການສົ່ງເສີມໃຫ້ປະຊາຊົນຫຼິ້ນການພະນັນ ສະເໜີໃຫ້ແກ້ໄຂ ບັນຫາຂີ້ເຫຍື້ອຊະຊາຍຕາມເສັ້ນທາງດອນນົກຂຸ້ມ-ຊຽງດາທີ່ສ້າງຄວາມເປື້ອນເປິະໃຫ້ເສັ້ນທາງ ໃຫ້ເອົາໃຈໃສ່ແກ້ໄຂການຄຸ້ມຄອງລາຄາສິນຄ້າ ເພື່ອໃຫ້ການດຸ່ນດ່ຽງກັບຄ່າຄອງຊີບຢ່າງສະໝໍ່າສະເໝີ ແລະ ສະເໜີໃຫ້ແກ້ໄຂການຄິດໄລ່ອັດຕາເສຍພາສີທີ່ດິນ ຍັງບໍ່ສອດຄ່ອງກັບປະເພດດິນຕົວຈິງ ແລະ ບັນຫາອື່ນໆທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນຈຳນວນໜຶ່ງຕື່ມອີກ.

.# ຂ່າວ & ພາບ :  ລັດເວລາ

error: Content is protected !!