ກະຊວງ ຜທ ປະກາດການຈັດຕັ້ງ ຂັ້ນຄະນະກົມ

    ພິທີປະກາດການຈັດຕັ້ງຂັ້ນຄະນະກົມ ພາຍໃນກະຊວງແຜນການ ແລະ ການລົງທຶນ (ຜທ) ຈັດຂຶ້ນວັນທີ 3 ກຸມພາ 2022 ຢູ່ກະຊວງດັ່ງກ່າວ ໂດຍການເປັນປະທາຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີບັນດາຮອງລັດຖະມົນຕີ ກຜທ ຄະນະຈັດຕັ້ງສູນກາງພັກ ຫົວໜ້າກົມ-ຮອງກົມ ຫົວໜ້າພະແນກ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

    ຄະນະຈັດຕັ້ງໃນພິທີ ໄດ້ຜ່ານມະຕິຕົກລົງຂອງເລຂາສູນກາງພັກ ສະບັບເລກທີ 17/ຄລພສ 18/ຄລ ພສ ລົງວັນທີ 25/01/2022 ຜ່ານດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ 16/ນຍ 17/ນຍ 18/ນຍ 19/ນຍ 20/ນຍ 21/ນຍ ລົງວັນທີ 26/01/2022 ຂໍ້ຕົກລົງສະບັບເລກທີ 2046/ກຜທ ລົງວັນທີ 17/11/2021 ຂໍ້ຕົກລົງສະບັບເລກທີ 0184/ກຜທ ລົງວັນທີ 1/2/2022 ຂໍ້ຕົກລົງສະບັບເລກທີ 0076/ກຜທ ລົງວັນທີ 14/1/2022 ແລະ ຂໍ້ຕົກລົງສະບັບເລກທີ 0077/ກຜທ ລົງວັນທີ 14/1/2022.

    ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ຄືດັ່ງທີ່ພວກເຮົາຮັບຮູ້ກັນແລ້ວວ່າ ການແຕ່ງຕັ້ງ-ປັບປຸງໃນຄັ້ງນີ້ ແມ່ນມີຄວາມໝາຍ ແລະ ຄວມສຳຄັນເປັນຢ່າງຍິ່ງ ເພາະວ່າເປັນການປັບປຸງກົງຈັກການ ຈັດຕັ້ງໃຫ້ແທດເໝາະ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານອັນສຳຄັນຂອງພັກ-ລັດຂອງພວກເຮົາ ເຊິ່ງມັນໄດ້ຮຽກຮ້ອງໃຫ້ຕ້ອງມີພະນັກງານນຳພາ ມີການນຳພາເປັນລະບົບຄົບຊຸດ ເພື່ອຮັບປະກັນວຽກງານໃນໄລຍະໃໝ່ ມີຜົນສຳເລັດເປັນກ້າວໆ.

    ສະນັ້ນ ການປັບປຸງໃນຄັ້ງນີ້ ກໍເພື່ອເຮັດໃຫ້ວຽກງານຂອງບັນດາກົມກອງ ພາຍໃນກະຊວງ ຜທ ພວກເຮົານີ້ ມີກົງຈັກທີ່ສົມບູນ ມີຄວາມໜັກແໜ້ນເຂັ້ມແຂງ ແລະ ສາມາດຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ-ລັດ ແບບແຜນຍຸດທະສາດຂອງຂະແໜງ ຜທ ໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້ ແລະ ອີກອັນໜຶ່ງ ກໍສະແດງຄວາມຊົມເຊີຍບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ  ແລະ ສັບຊ້ອນໜ້າທີ່ໃໝ່ໃນມື້ນີ້ ເຊິ່ງບັນດາສະຫາຍກໍໄດ້ຜ່ານຂະບວນການເຝິກຝົນຫຼໍ່ຫຼອມ ແລະ ຜ່ານບັ້ນທົດສອບໃນຊີວິດວຽກງານຕົວຈິງມາຫຼາຍ ແລະ ລ້ວນແຕ່ເປັນພະນັກງານທີ່ໄດ້ຮັບຄວາມໄວ້ເນື້່ອເຊື່ອໃຈຈາກມະຫາຊົນ ແລະ ການຈັດຕັ້ງຂັ້ນເທິງ ມີຄວາມບຸກບືນຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມການມອບໝາຍໃຫ້ ແລະ ປະຕິບັດໜ້າທີ່ວຽກງານດ້ວຍຜົນສຳເລັດເປັນກ້າວໆມາ ອີກດ້ານໜຶ່ງ ພວກສະຫາຍກໍເປັນພະນັກງານທີ່ມີຄວາມຮູ້ ຄວາມສາມາດ ມີປະສົບການຕົວຈິງສົມຄູ່ກັບໜ້າທີ່ວຽກງານ ທາງດ້ານຄຸນສົມບັດ ຄຸນທາດການເມືອງ ກໍມີຄວາມໜັກແໜ້ນ ເປັນຜູ້ທີ່ຍຶດໝັ້ນຫຼັກການນຳພາຂອງພັກ ມີຄຸນສົມບັດສິນທຳປະຕິວັດ ແລະ  ມີຄວາມດຸໝັ່ນອົດທົນ  ມີຄວາມສາມັກຄີ ມີລະບຽບວິໄນ  ແລະ  ເຄົາລົບກົດລະບຽບຂອງພັກ-ກົດໝາຍຂອງລັດ ໂດຍເຫັນໄດ້ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງບັນດາສະຫາຍຄືແນວນັ້ນ ຄະນະພັກ ແລະ ຄະນະນຳຂອງກະຊວງ ຈຶ່ງໄດ້ສະເໜີໃຫ້ຂັ້ນເທິງພິຈາລະນາແຕ່ງຕັ້ງບັນດາສະຫາຍເຂົ້າຮັບໜ້າທີ່ຕຳແໜ່ງໃໝ່ທີ່ມີຄວາມສຳຄັນຕ່າງໆ ດັ່ງທີ່ຄະນະຈັດຕັ້ງພີທີໄດ້ອ່ານໄປແລ້ວນັ້ນ.

    ການແຕ່ງຕັ້ງໃນຄັ້ງນີ້ ກໍມີຄວາມໝາຍຄວາມສຳຄັນ ແລະ ກໍຖືວ່າເປັນກຽດອັນສູງສົ່ງຂອງບັນດາ ສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ນີ້ ເພາະມີພາລະໜ້າທີ່ອັນໜັກໜ່ວງຂື້ນກວ່າເກົ່າ ບັນດາສະຫາຍ ແມ່ນໄດ້ຮັບຜິດຊອບວຽກງານໜ້າທີ່ຢູ່ແຕ່ລະຂົງເຂດທີ່ແຕກຕ່າງກັນ ແຕ່ທັງໝົດ ກໍແມ່ນຮັບໃຊ້ໜ້າທີ່ການ ເມືອງຂອງພັກ-ລັດ ແລະ ເປົ້າໝາຍການພັດທະນາຂອງປະເທດຊາດອັນດຽວກັນ.

    ຂ້າພະເຈົ້າມີຄວາມເຊື່ອໝັ້ນ ແລະ ຫວັງຢ່າງຍິ່ງວ່າ ບັນດາສະຫາຍທີ່ໄດ້ຮັບການສັບຊ້ອນ ແຕ່ງຕັ້ງ ແລະ ປະກາດໃນຄັ້ງນີ້ ຈະສືບຕໍ່ຜັນຂະຫຍາຍບົດຮຽນ ປະສົບການ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ສຸມທຸກສະຕິປັນຍາຄົ້ນຄວ້າວຽກງານທີ່ຕົນຮັບຜິດຊອບ ໃຫ້ເກີດດອກອອກຜົນ ແລະ ມີປະສິດທິຜົນສູງຂຶ້ນເລື້ອຍໆ.

.# ຂ່າວ & ພາບ :  ສີພອນ

error: Content is protected !!