ຮ້ານກາເຟລາວາ ຢູ່ສູນການຄ້າທາດຫຼວງພລາຊາ ພ້ອມເປີດໃຫ້ບໍລິການໄວໆນີ້

    ທ່ານ ນາງ ລັດສະໝີ ເວດສະພົງ ປະທານສະມາຄົມລາວເບສ໌ແບຣນ ທັງເປັນເຈົ້າຂອງຮ້ານກາເຟລາວາໃຫ້ສໍາພາດວັນທີ 2 ກຸມພາ 2022 ວ່າ: ການຕັ້ງຮ້ານກາເຟລາວາຢູ່ທີ່ສູນການຄ້າທາດຫຼວງພລາຊາ ເພື່ອເພີ່ມມູນຄ່າກາເຟຂອງລາວໃຫ້ເປັນທີ່ຮູ້ຈັກ ເຊິ່ງຕົນໄດ້ມີການຕົບແຕ່ງຮ້ານເນັ້ນເປັນເອກະລັກ ແລະ ສື່ເຖິງວັດທະນະທໍາລາວແຕ່ລະສະໄໝມາປະຍຸກໃຫ້ເຂົ້າກັບສະພາບປັດຈຸບັນ ແນໃສ່ໃຫ້ຄົນຮຸ່ນຫຼັງໄດ້ເຫັນ ພ້ອມທັງສືບສານວັດທະນະທໍາຂອງລາວໃຫ້ມີຄວາມຍືນຍົງ ພ້ອມນັ້ນ ໄດ້ເນັ້ນຮ້ານໃຫ້ມີຄວາມປອດໂປ່ງ ເພື່ອສ້າງຄວາມຜ່ອນຄາຍໃຫ້ກັບລູກຄ້າ ເຊິ່ງຜະລິດຕະພັນກາເຟທີ່ຈໍາໜ່າຍ ມີທັງກາເຟສໍາເລັດຮູບ ແລະ ກາເຟສົດທີ່ບັນຈຸເປົນຖົງ ເປັນແກ້ວ ເໝາະແກ່ການຊື້ເປັນຂອງຝາກຂອງຕ້ອນ ພ້ອມນັ້ນ ຍັງມີການບໍລິການປຸງແຕ່ງກາເຟຮ້ອນ ແລະ ເຢັນ ໃຫ້ລູກຄ້າກິນກັບທີ່ ເປັນຕົ້ນ ເອສເພຣສໂຊ ຄາບູຊີໂນ ລາເຕ້ ມັອກຄ່າ ກາເຟດຣິບ ມັກຄີອາໂຕ ອາເມຣິກາໂນ ຊັອກໂກແລັດ ແລະ ນົມສົດ ທີ່ມີລາຄາຈໍາໜ່ຍແຕ່ 15.000–25.000 ກີບ ນອກນີ້ ຍັງມີເຂົ້າໜົມຄົກ ເຂົ້າໜົມບ້າບິ່ນ ເຂົ້າໜຽວສັງຂະຫຍາ ເຂົ້າໜົມອື່ງ ແລະ ເຂົ້າໜົມຊັ້ນໃຫ້ລູກຄ້າໄດ້ກິນກັບກາເຟ ຄາດວ່າຈະເປີດໃຫ້ບໍລິການຢ່າງເປັນທາງການໃນກາງເດືອນກຸມພານີ້ ນອກນັ້ນອ້ອມຮອບພາຍນອກຮ້ານກາເຟຍັງມີຜະລິດຕະພັນຂອງຄົນລາວໃນທົ່ວປະເທດວາງຈໍາໜ່າຍຕື່ມອີກ ເຊິ່ງເປີດແຕ່ເວລາ 8:00 ຫາ 17:00 ໂມງຂອງທຸກໆວັນ.

    ກາເຟລາວາ ຍີ່ຫໍ້ ອີ່ຫຼີ ເປັນກາເຟຈາກພູພຽງບໍລິເວນ ທີ່ອຸດົມໄປດ້ວຍຕີນພູເຂົາໄຟ ເປັນກາເຟທີ່ມີເມັດຂະໜາດນ້ອຍ ທີ່ປະຊາຊົນຊາວເມືອງປາກຊ່ອງບໍລິເວນ ແຂວງຈໍາປາສັກເອີ້ນວ່າ ກາເຟບູຮານ ເຊິ່ງກາເຟຊະນິດນີ້ ໄດ້ຖືກນໍາມາປູກເປັນຄັ້ງທໍາອິດຢູ່ ສປປ ລາວ ໃນປີ 1820  ໂດຍແມ່ນຊາວຝຣັ່ງ  ກິ່ນຂອງກາເຟນີ້ ຄ້າຍຄືໝາກກ້ວຍ ໝາກນັດ ແລະ ໝາກກໍ່ ເວລາກິນທໍາອິດ ຈະມີຣົດຊາດສົ້ມ ແລະ ຂົ່ມອ່ອນໆ ແຕ່ເມື່ອກືນລົງໄປຈະມີຣົດຊາດຫວານຊຸ່ມຄໍ.

    ສໍາລັບກາເຟລາວາ ມີວິທີການປຸງແຕ່ງ ໂດຍການນໍາເອົາເມັດກາເຟໄປໝັກໃນນໍ້າໄວ້ 12-24 ຊົ່ວໂມງ ຖ້າເມັດໃດຟູ ຈະຖືກຄັດເລືອກອອກ ຫຼັງຈາກນັ້ນ ຈຶ່ງນໍາເອົາເມັດທີ່ໄດ້ໝັກນໍ້າຂຶ້ນມາອິ້ວ ແລະ ຕາກແດດໃຫ້ແຫ້ງຫຼາຍກວ່າ 60 ຊົ່ວໂມງ ຈົນຄວາມຊຸ່ມເຫຼືອພຽງແຕ່ 10-11% ແລະ ສິ່ງສໍາຄັນ ກາເຟດັ່ງກ່າວໄດ້ຮັບການຢັ້ງຢືນຖິ່ນກໍາເນີດຈາກພາກສ່ວນທີ່ກ່ຽວຂ້ອງ ພ້ອມນັ້ນ ຍັງໄດ້ມີການບັນຈຸຫຼາຍຂະໜາດ ແລະ ຫຼາຍຮູບແບບ ເພື່ອເພີ່ມທາງເລືອກໃຫ້ກັບລູກຄ້າ ເປັນຕົ້ນແມ່ນ ກາເຟສໍາເລັດຮູບກ່ອງໜຶ່ງລາຄາຈໍາໜ່າຍ 40.000 ກີບ ກາເຟສົດ ແລະ ການບັນຈຸເມັດຂະໜາດ 250 ກຣາມ ລາຄາຈໍາໜ່າຍ 120.000 ກີບຕໍ່ຖົງຕໍ່ກະປຸກ.

.

.# ຂ່າວ & ພາບ : ຂັນທະວີ

error: Content is protected !!