ຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໃນການສ້າງລະບົບການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ

    ວັນທີ 2 ກຸມພາ 2022 ທີ່ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອລ້ານອກແຜນຂອງລັດຖະບານຍີ່ປຸ່ນ ໃນການສ້າງລະບົບການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າຢູ່ ສປປ ລາວ ເຊິ່ງຕາງໜ້າລັດຖະບານ ສປປ ລາວ ແມ່ນທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ແມ່ນທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi) ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ເປັນຜູ້ລົງນາມ  ແລະ  ມີບັນດາພະນັກງານຈາກຂະແໜງການກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    ການຊ່ວຍເຫຼືອດັ່ງກ່າວ ແມ່ນການຊ່ວຍເຫຼືອເພື່ອສ້າງລະບົບການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ ໃນ 6 ແຂວງເປົ້າໝາຍຂອງ ສປປ ລາວ ຄື: ແຂວງຈໍາປາສັກ ສາລະວັນ ສະຫວັນນະເຂດ ເຊກອງ ອັດຕະປື ແລະ ແຂວງຄໍາມ່ວນ ລວມມູນຄ່າ 1 ຕື້ເຢນ ຫຼື ປະມານ 8,78 ລ້ານໂດລາສະຫະລັດ ເຊິ່ງຈະປະກອບສ່ວນອັນສໍາຄັນໃນການສະໜອງຂໍ້ມູນການພະຍາກອນອາກາດທີ່ຊັດເຈນ ແລະ ການແຈ້ງເຕືອນເພື່ອກະກຽມຮັບມືຢ່າງທັນການ ໃນ 6 ແຂວງເປົ້າໝາຍດັ່ງກ່າວ ລວມທັງຈະເປັນການຊ່ວຍຫຼຸດຜ່ອນຜົນກະທົບ ແລະ ຜົນເສຍຫາຍໃຫ້ເບົາບາງລົງ.

    ເນື່ອງຈາກວ່າ ໃນເດືອນສິງຫາ ແລະ ເດືອນກັນຍາ 2019 ຜ່ານມາ ຂົງເຂດພາກໃຕ້ຂອງ ສປປ ລາວ ໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນລະດູຮ້ອນ ອັນໄດ້ພາໃຫ້ເກີດມີຝົນຕົກໜັກ ແລະ ນໍ້າຖ້ວມ ເຊິ່ງສົ່ງຜົນກະທົບຕໍ່ເສດຖະກິດ ແລະ ໂຄງລ່າງພື້ນຖານຢູ່ຂົງເຂດດັ່ງກ່າວຢ່າງໜັກໜ່ວງ ເປັນຕົ້ນແມ່ນ ຂົວ 97 ແຫ່ງ ໂຮງຮຽນ 747 ແຫ່ງ ໂຮງໝໍ ແລະ ສຸກສາລາ 43 ແຫ່ງ ຖະໜົນຫົນທາງ 462 ແຫ່ງ ຖືກເປ່ເພເສຍຫາຍ ສັດລ້ຽງຫຼາຍກວ່າ 275.000 ໂຕ ໄດ້ຮັບຜົນກະທົບ ລວມມູນຄ່າຄວາມເສຍຫາຍຫຼາຍກວ່າ 164 ລ້ານໂດລາສະຫະລັດ.

    ສະເພາະໃນຂົງເຂດ 6 ແຂວງເປົົ້າໝາຍດັ່ງກ່າວ ກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງເຊັ່ນດຽວກັນ ພົນລະເມືອງລາວປະມານ 153.800 ຄອບຄົວ ຫຼື ປະມານ 765.000 ຄົນ ໄດ້ຮັບຜົນກະທົບ ມີຜູ້ເສຍຊີວີິດ 19 ຄົນ ເຮືອນຊານບ້ານຊ່ອງປະມານ 760 ຫຼັງຄາເຮືອນ ຖືກເປ່ເພເສຍຫາຍ.

    ໃນພິທີດັ່ງກ່າວ ທ່ານຮອງລັດຖະມົນຕີຕ່າງປະເທດ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນໃນໄລຍະຜ່ານມາ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ ເຊິ່ງແມ່ນການຊ່ວຍເຫຼືອທີ່ມີປະສິດທິພາບ ມີປະສິດທິຜົນ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງ ສປປ ລາວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ ແລະ ການຊ່ວຍເຫຼືອຄັ້ງນີ້ ໄດ້ເປັນການຢືນຢັນຄືນຄໍາໝາຍໝັ້ນຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ມີຕໍ່ລັດຖະ ບານ ແລະ ປະຊາຊົນລາວ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຂອງ ສປປ ລາວ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນງານທີ່ຕິດພັນກັບວຽກງານການປ່ຽນແປງດິນຟ້າອາກາດ ແລະ ການຮັບມືກັບໄພພິບັດທໍາມະຊາດຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ.

    ໃນໂອກາດດຽວກັນນີ້ ທ່ານເອກອັກຄະຣາຊະທູດ ໂຄບາຢາຊິ ເຄນອິຈິ ໄດ້ຢໍ້າຄືນຄວາມສໍາຄັນຂອງໂຄງການຊ່ວຍເຫຼືອຄັ້ງນີ້ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງຕັ້ງໜ້າ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີີ່ມີມາແຕ່ດົນນານຂອງສອງປະເທດ ຍີ່ປຸ່ນ ແລະ ສປປ ລາວ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລວມທັງການສືບຕໍ່ຜັນຂະຫຍາຍແຜນການຮ່ວມມື (Action Plan) ທີ່ຜູ້ນໍາສອງປເທດໄດ້ຮັບຮອງຮ່ວມກັນ   ໃນວັນທີ  7 ເມສາ 2021 ຜ່ານມາ  ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ. ຂ່າວ;ພາບ:

..

.# ຂ່າວ & ພາບ :  ກົມການຂ່າວ ກະຊວງການຕ່າງປະເທດ

error: Content is protected !!