ມື້ນີ້ ນວ ກວດພົບເຊື້ອພະຍາດໂຄວິດ-19 ຈຳນວນ 80 ຄົນ

    ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນທີ 3 ກຸມພາ 2022 ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ.

    ໃນວັນທີ 2 ກຸມພາ 2022 ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອພະຍາດໂຄວິດ-19 ທັງໝົດ 3.234 ຕົວຢ່າງໃນຂອບເຂດທົ່ວປະເທດ ໃນນັ້ນ ກວດພົບເຊື້ອພະຍາດໂຄວິດ-19 ທັງໝົດ 400 ຄົນ (ຕິດເຊື້ອພາຍໃນຈຳນວນ 397 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ) ດັ່ງນັ້ນ ຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປັດຈຸບັນ ມີທັງໝົດ 135.301 ຄົນ ເສຍຊີວິດສະສົມ 558 ຄົນ (ເສຍຊີວິດໃໝ່ 5 ຄົນ) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນທີ 2 ກຸມພາ 2022 ຈຳນວນ 697 ຄົນ ແລະ ກໍາລັງປິ່ນປົວ 5.235 ຄົນ.

    ຈຳນວນຕົວເລກການຕິດເຊືື້ອໃໝ່ພາຍໃນປະເທດ ໃນວັນທີ 2 ກຸມພາ 2022 ມີທັງໝົດ 397 ຄົນ ມີດັ່ງນີ້:

  • ນະຄອນຫຼວງວຽງຈັນ 80 ຄົນ
  • ແຂວງຊຽງຂວາງ 44 ຄົນ
  • ຫົວພັນ 37 ຄົນ
  • ບໍລິຄຳໄຊ 37 ຄົນ
  • ວຽງຈັນ ໄຊຍະບູລີ ອັດຕະປື ແຂວງລະ 26 ຄົນ
  • ສາລະວັນ 22 ຄົນ
  • ໄຊສົມບູນ 21 ຄົນ
  • ຫຼວງພະບາງ ເຊກອງ ແຂວງລະ 16 ຄົນ
  • ຜົ້ງສາລີ 13 ຄົນ
  • ສະຫວັນນະເຂດ ອຸດົມໄຊ ແຂວງລະ 12 ຄົນ
  • ຈຳປາສັກ ຄຳມ່ວນ ແລະ ບໍ່ແກ້ວ ແຂວງລະ 6 ຄົນ

    ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີ 3 ຄົນ ຈາກນະຄອນຫຼວງວຽງຈັນ 2 ຄົນ ແລະ ແຂວງບໍລິຄໍາໄຊ 1 ຄົນ.

    ສຳລັບ ຄົນທີ່ເສຍຊີວິດໃໝ່ 5 ຄົນ ຈາກນະຄອນຫຼວງວຽງຈັນ 2 ຄົນ ແຂວງວຽງຈັນ 1 ຄົນ ແຂວງອຸດົມໄຊ 1 ຄົນ ແລະ ແຂວງບໍລິຄໍາໄຊ 1 ຄົນ.

    ປັດຈຸບັນ ໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອພະຍາດໂຄວິດ-19 ໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ເຊິ່ງກໍລະນີຢັ້ງຢືນຕິດເຊື້ອທັງໝົດ 384.975.736 ຄົນ (ໃໝ່ 2.932.156 ຄົນ) ເສຍຊິວິດທັງໝົດ 5.716.738 ຄົນ (ໃໝ່ 10.959 ຄົນ) ແລະ ປີ່ນປົວຫາຍດີ 304.950.575 ຄົນ (ໃໝ່ 2.120.622 ຄົນ).

..# ຂ່າວ & ພາບ : ຊິລິການດາ

error: Content is protected !!