ຮັບຟັງຄໍາສະເໜີຂອງປະຊາຊົນ ເພື່ອນໍາໄພິຈາລະນາແກ້ໄຂ

    ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ນວ ລົງພົບປະປະຊາຊົນຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມຂອງສະພາແຫ່ງຊາດ ຊຸດທີ 9 ແລະ ສະພາປະຊາຊົນ ນວ ຊຸດທີ 2 ທັງເປັນການພົບປະຖາມຂ່າວ ແລະ ຂໍ້ສະເໜີບັນຫາຕ່າງໆທີ່ປະຊາຊົນມີຄວາມຂັດຂ້ອງໝອງໃຈ ເພື່ອນຳເອົາໄປສະເໜີຄົ້ນຄວ້າພິຈາລະນາແກ້ໄຂ ວັນທີ 2 ກຸມພາ 2022 ທີ່ວັດສີໄຄທ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ນຳໂດຍທ່ານ ສົມບັດ ຈັນທະມາດ ສະມາຊິກສະພາປະຊາຊົນ ນວ ຊຸດທີ 2 ກໍາມະການຄະນະປະຈໍາ ປະທານຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ ສະພາປະຊາຊົນ ນວ ທ່ານ ນາງ ສົມປະເສີດ ສີຫາລາດ ສະມາຊິກສະພາແຫ່ງຊາດຊຸດທີ 9 ປະຈໍາເຂດເລືອກຕັ້ງທີ 1 ນວ ຊຸດທີ 2 ຮອງປະທານອົງການແນວລາວສ້າງຊາດ ນວ ແລະ ທ່ານ ແສງສຸລິຍັນ ສິລິໂພຄໍາ ສະມາຊິກສະພາປະຊາຊົນ ນວ ຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນ ນວ ປະຈໍາເຂດເລືອກຕັ້ງເມືອງສີໂຄດຕະບອງ ຄະນະພັກເມືອງ ຫົວໜ້າຫ້ອງການພາຍໃນ ເມືອງສີໂຄດຕະບອງ ຖືກຕ້ອນຮັບຈາກທ່ານ ບຸນເຖິງ ວັນນາມະຫາໄຊ ປະທານແນວລາວສ້າງຊາດເມືອງສີໂຄດຕະບອງ ພ້ອມດ້ວຍອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ບ້ານເມືອງວາທ່າ ສີໄຄທ່າ ຍາພະ ແລະ ສີບຸນເຮືອງທ່າ.

    ທ່ານ ເວີນສະຫວາດ ສີລິວົງ ນາຍບ້ານເວີນທ່າທົ່ງ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານເມືອງວາທົ່ງ ມີພົນລະ ເມືອງທັງໝົດ 1.437 ຄົນ ຍິງ 437 ຄົນ 269 ຄອບຄົວ ເມືອງວາທ່າ ມີພົນລະເມືອງທັງໝົດ 531 ຄົນ ຍິງ 228 ຄົນ 108 ຄອບຄົວ ສີໄຄທ່າ ມີພົນລະເມືອງ 1.029 ຄົນ ຍິງ 606 ຄົນ 200 ຄອບຄົວ ຍາພະ ມີພົນລະເມືອງ 1.159 ຄົນ ຍິງ 610 ຄົນ 230 ຄອບຄົວ ແລະ ບ້ານສີບຸນເຮືອງທ່າ ມີພົນລະເມືອງ 1.115 ຄົນ ຍິງ 589 ຄົນ 210 ຄອບຄົວ ເຊິ່ງການປະກອບອາຊີບແມ່ນແຕກຕ່າງກັນເຊັ່ນ: ພະນັກງານ-ລັດຖະກອນ ທະຫານຕໍາຫຼວດ ຜູ້ປະກອບການເສດຖະກິດ-ການຄ້າຂາຍ ເຮັດການຄ້າບໍລິການ ແລະ ອື່ນໆ ພາຍຫຼັງທີ່ຮັບຟັງການລາຍງານແລ້ວ ບັນດາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ນວ ໄດ້ຜັດປ່ຽນຂຶ້ນເຜີຍແຜ່ຜົນສຳເລັດກອງປະຊຸມຂອງສະພາແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນ ນວ ຊຸດທີ 2 ຈາກນັ້ນ ກໍໄດ້ເປີດໂອກາດໃຫ້ປະຊາຊົນໄດ້ສະເໜີບັນຫາທີ່ຕົນມີຄວາມຂັດຂ້ອງໝອງໃຈ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ນວ ໄດ້ໃຫ້ຄໍາຊີ້ແຈງ ແລະ ນໍາສະເໜີຕໍ່ຂະແໜງການກ່ຽວຂ້ອງເພື່ອແກ້ໄຂ.

    ສໍາລັບຂໍ້ສະເໜີທີ່ປະຊາຊົນໄດ້ໃຫ້ຄວາມສົນໃຈຊັກຖາມ ປະກອບມີ ລາຄາສິນຄ້າທີ່ແພງ ການເພີ່ມຂຶ້ນຂອງລາຄານໍ້າມັນໃສ່ເຄື່ອງກົນຈັກ ຈະມີວິທີການແກ້ໄຂແນວໃດ ພ້ອມນັ້ນ ສະເໜີໃຫ້ມີການກວດກາມາດຕະຖານຂອງຊິງຢູ່ຕະຫຼາດ ການກໍ່ສ້າງຂະຫຍາຍທາງຮ່ອມທາງຊອຍ ທີ່ກວມດິນປະຊາຊົນ ແຕ່ບໍ່ໄດ້ຮັບການຊົດເຊີຍ ບັນຫາຢາເສບຕິດ ບັນຫາການເກັບມ້ຽນຂີ້ເຫຍື້ອທີ່ເກັບຂຶ້ນລົດບໍ່ໝົດ ແລະ ປ່ອຍນໍ້າເປື້ອນຂີ້ເຫຍື້ອໃສ່ທາງ ແລະ ທາງຮ່ອມ 5 ເສັ້ນ ຂອງບ້ານຍາພະເປ່ເພ ບໍ່ມີຮ່ອງລະບາຍນໍ້າ ສະເໜີພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂຮີບດ່ວນ.

.

.# ຂ່າວ & ພາບ : ຂັນທະວີ

error: Content is protected !!