ສົ່ງເສີມການລົງທຶນ ສປປ ລາວ ຂອງພາກເອກະຊົນ

    ກະຊວງແຜນການ ແລະ ການລົງທຶນ ແລະ ສູນອາຊຽນ-ຍີ່ປຸ່ນ ຈັດກອງປະຊຸມສົ່ງເສີມການລົງທຶນ ສປປ ລາວ ຂຶ້ນວັນທີ 2 ກຸມພາ 2022 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໄດ້ຮັບກຽດກ່າວຄໍາເຫັນເປີດກອງປະຊຸມດ້ວຍວິດີໂອບັນທຶກພາບ ໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຊິ່ງນໍາພາດໍາເນີນກອງປະຊຸມຂອງທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ທ່ານ ຄູນິຮິໂກະ ຮິລະບາຢາຊິ ເລຂາທິການໃຫຍ່ສູນອາຊຽນ-ຍີ່ປຸ່ນ. ພ້ອມດ້ວຍຂະແຫນງການກ່ຽວຂ້ອງຂອງຈາກຝ່າຍລາວ ແລະ ບັນດາວິສາຫະກິດ ຜູ້ປະກອບການ ນັກຄົ້ນຄວ້າເຂົ້າຮ່ວມຜ່ານລະບົບທາງໄກ (ອ່ອນລາຍ).

    ກອງປະຊຸມສົ່ງເສີມການລົງທຶນລາວ ເປັນກິດຈະກໍາໜຶ່ງທີ່ໄດ້ຈັດຂຶ້ນທຸກປີ ທີ່ປະເທດຍີ່ປຸ່ນ ເປັນເວລາ ສິບກວ່າປີຜ່ານມາແລ້ວ ເຊິ່ງໃນໄລຍະຜ່ານມາ ແມ່ນການນໍາຂັ້ນສູງ ຂອງ ສປປ ລາວ ໂດຍສະເພາະ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຮ່ວມກັບຂະແຫນງການກ່ຽວຂ້ອງ ແລະ ພາກທຸລະກິດຈໍານວນໜຶ່ງ ເດີນທາງໄປປະເທດຍີ່ປຸ່ນ ເພື່ອເຜີຍແຜ່ນະໂຍບາຍດຶງດູດການລົງທຶນຂອງ ສປປ ລາວ ໄປພ້ອມກັບການໂຄສະນາຂົນຂວາຍເອົານັກລົງທຶນຈາກປະເທດຍີ່ປຸ່ນ ມາລົງທຶນໃນ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ ແຕ່ເນື່ອງຈາກໃນປີ 2013-2021 ຜ່ານມາ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19 ຈຶ່ງເຮັດໃຫ້ບໍ່ສາມາດເດີນທາງໄປຈັດກິດຈະກໍາດັ່ງທີ່ຜ່ານມາໄດ້ ສະນັ້ນ ໃນປີນີ້ ຈຶ່ງໄດ້ມີການປັບປ່ຽນຮູບແບບກອງປະຊຸມ ມາເປັນຮູບແບບກອງປະຊຸມທາງໄກແທນ.

    ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງຕໍ່ລັດຖະບານລາວ ໃນການເຜີຍແຜ່ຂໍ້ມູນ ຂ່າວສານທີ່ສໍາຄັນຕໍ່ນະໂຍບາຍການລົງທຶນຂອງພາກເອກະຊົນ ໄປຫາບັນດານັກລົງທຶນຍີ່ປຸ່ນໂດຍກົງ ສໍາລັບຫົວຂໍ້ທີ່ນໍາສະເໜີໃນປີນີ້ ແມ່ນເນັ້ນໜັກໃຫ້ເຫັນເຖິງບາດກ້າວອັນໃໝ່ໃນຂົງເຂດການພັດທະນາພື້ນຖານໂຄງລ່າງ ຄວາມຕັ້ງໜ້າໃນການປະຕິບັດນະໂຍບາຍຫັນຈາກສະຖານະພາບປະເທດບໍ່ມີຊາຍແດນ ຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການອໍານວຍຄວາມສະດວກໃນດ້ານພື້ນຖານໂຄງລ່າງຂອງ ສປປ ລາວ ທີ່ໄດ້ເປີດການນໍາໃຊ້ເສັ້ນທາງດ່ວນ ທາງລົດໄຟຄວາມໄວສູງແຕ່ນະຄອນຫຼວງວຽງຈັນຫາບໍ່ເຕັນ-ບໍ່ຫານ ຂອງແຂວງຢຸນນານ ສປ ຈີນ ເຊິ່ງຈະອໍານວຍຄວາມສະດວກໃນການຂົນສົ່ງ ແລກປ່ຽນສິນຄ້າ ການເດີນທາງທີ່ດີຂຶ້ນ ລັດຖະບານ ສປປ ລາວ ມີນະໂຍບາຍທີ່ຈະແຈ້ງທີ່ຈະພັດທະນາປະເທດຕົນເອງໃຫ້ກາຍເປັນປະເທດທີ່ມີຄວາມສາມາດຮອງຮັບເອົາການລົງທຶນໄດ້ຫຼາກຫຼາຍຮູບແບບ ໂດຍສະເພາະກົນໄກຕ່ອງໂສ້ການຜະລິດ ເພື່ອສ້າງມູນຄ່າເພີ່ມ ແລະ ທັງສາມາດຕອບສະໜອງຄວາມຕ້ອງການທີ່ຈໍາເປັນໃຫ້ແກ່ການລົງທຶນ ເປັນຕົ້ນແມ່ນການເອື້ອຍອໍານວຍຄວາມສະດວກທາງດ້ານສະຖານທີ່ ລະບົບໂລຈິສຕິກ ແລະ ການຂົນສົ່ງສິນຄ້າໃຫ້ມີຄວາມສະດວກວ່ອງໄວ ແລະ ດີຂຶ້ນເປັນກ້າວໆ.

.

.# ຂ່າວ & ພາບ :  ວຽງມາ

error: Content is protected !!