ປະຊາຊົນ ສະເໜີຂໍ້ຂອງໃຈຫຼາຍບັນຫາສໍາຄັນ ຕໍ່ຄະນະ ສສຊ-ສສນວ

    ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສນວ) ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມ ສສຊ ຊຸດທີ IX ແລະ ກອງປະຊຸມ ສສນວ ຊຸດທີ II ໃນວັນທີ 1 ກຸມພາ 2022 ທີ່ວັດຂົວຫຼວງ ບ້ານຂົວຫຼວງ ເມືອງຈັນທະບູລີ ນວ ນໍາໂດຍທ່ານ ນະຄະເສນ ສີຫາລາດ ສະມາຊິກ ສສນວ ຊຸດທີ II ກໍາມະການຄະນະປະຈໍາ ສສນວ ເລຂາທິການ ສສນວ ທ່ານ ປອ ແອງພອນ ແພງສຸວັນ ສະມາຊິກ ສສຊ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນວ ທ່ານ ນາງ ໄຊສົມບັດ ວົງພັກດີ ສະມາຊິກ ສສນວ ຊຸດທີ II ຮອງຫົວໜ້າຄະນະ ສສນວ ປະຈໍາເຂດເລືອກຕັ້ງເມືອງ ຫົວໜ້າຫ້ອງການການເງິນເມືອງຈັນທະບູລີ ຕ້ອນຮັບໂດຍທ່ານ ທອງຄູນ ສີອຸດົມ ຄະນະພັກເມືອງ ຫົວຫນ້າຫ້ອງການພາຍໃນເມືອງຈັນທະບູລີ ພ້ອມດ້ວຍຄະນະ ແລະ ອໍານາດການປົກຄອງບ້ານ ຕະຫຼອດປະຊາຊົນ 3 ບ້ານເຂົ້າຮ່ວມ.

    ໃນໂອກາດດັ່ງກ່າວ ທ່ານ ດາວົງ ອັກຄະວົງ ເລຂາພັກບ້ານ ນາຍບ້ານຂົວຫຼວງ ຂຶ້ນລາຍງານສະພາບ ລວມຂອງບ້ານໂດຍຫຍໍ້ ວ່າ: ທົ່ວບ້ານມີ 387 ຫຼັງຄາເຮືອນ 34 ໜ່ວຍ 432 ຫຼັງຄາເຮືອນ ມີພົນລະເມືອງ 2.026 ຄົນ ຍິງ 1.122 ຄົນ ໃນນີ້ ຄອບຄົວຊາວຕ່າງດ້າວ 20 ຄອບຄົວ 38 ຄົນ ຍິງ 20 ຄົນ ມີຄົນຕ່າງປະ ເທດມາອາໄສພັກເຊົາ ເຂົ້າອອກຈໍານວນຫຼາຍ ເປັນຕົ້ນແມ່ນຄົນຈີນ ຄົນຫວຽດນາມ ປະຊາຊົນສ່ວນຫຼາຍປະກອບອາຊີບເປັນພະນັກງານລັດ ພະນັກງານເອກະຊົນ ຄ້າຂາຍ ແລະ ບໍລິການອື່ນໆ ເຊິ່ງການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ໄດ້ນໍາພາໜ່ວຍງານເສດຖະກິດ ແລະ ການເງິນ ຈັດຕັ້ງປະຕິບັດລົງເກັບກໍາສະຖິຕິຕອນດິນ ຫົວໜ່ວຍທຸລະກິດ ພາຫະນະ ແລະ ຊຸກຍູ້ເກັບເງິນອາກອນ ພາສີທີ່ດິນທີ່ທາງຫ້ອງການການເງິນເມືອງມອບໃຫ້ບ້ານສໍາເລັດ ແລະ ໄດ້ມອບໃຫ້ເມືອງໄດ້ຕາມກໍານົດທຸກໆປີ ລະດົມປະຊນຊົນພາຍໃນບ້ານສົມທົບທຶນບູລະນະທາງຮ່ອມ ຮ່ອງນ້ໍາ ຢູ່ຮ່ອມ 05, 09, 10, 11, 15, 16 ສໍາເລັດໃນທ້າຍປີ 2021 ໄດ້ສົມທົບກັບຫ້ອງການສາທາລະນະສຸກເມືອງຈັນທະບູລີ ລົງສັກຢາປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນພາຍໃນບ້ານທັງໝົດ 1.883 ຄົນ ຍິງ 1.069 ຄົນ ລະດົມປະຊາຊົນປະຕິບັດຕາມຄໍາຂັວນ 5 ປ ເຮັດອະນາໄມ ເຮັດຄວາມສະອາດຢູ່ເຂດຮັບຜິດຊອບຂອງຕົນໃຫ້ເປັນປົກກະຕິ ການລົງພົບປະຄັ້ງນີ້ ຄະນະ ສສຊ ແລະ ສສຊ ນວ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ ຈາກນັ້ນ ໄດ້ຮັບຟັງຄຳຄິດຄຳເຫັນ ຄຳສະເໜີ ແລະ ບັນຫາຂ້ອງໃຈຂອງປະຊາຊົນ ເປັນຕົ້ນ: ການຂໍອະນຸຍາດປຸກສ້າງຂອງບັນດາບໍສັດຕ່າງໆທີ່ບໍ່ຜ່ານອົງການປົກຄອງບ້ານ ເວລາເກີດບັນຫາ ຢາກໃຫ້ບ້ານຊ່ວຍແກ້ໄຂ ບັນຫາດັ່ງກ່າວ ໄດ້ຫຍຸ້ງຍາກຕໍ່ການປະຕິບັດໜ້າທີ່ຂອງບ້ານ ແລະ ບໍລິສັດ ຫຼື ໂຄງການກໍບໍ່ໄດ້ຊ່ວຍປະກອບສ່ວນເຂົ້າໃນການສ້າງສາພັດທະນາພາຍໃນບ້ານ ການເກັບພາສີອາກອນພາຍໃນບ້ານ ຢາກໃຫ້ອົງການປົກຄອງເມືອງພິຈາລະນາແບ່ງນະໂຍບາຍບາງສ່ວນໃຫ້ເປັນລາຍຮັບຂອງບ້ານ ການຄຸ້ມຄອງຄົນຕ່າງປະເທດ ກົມ 203 ຂອງ ປກສ ຜ່ານມາ ບໍ່ໄດ້ແຈ້ງບ້ານສຳລັບໂຕເລກຜູ້ພັກເຊົາ ບ້ານເອງກໍບໍ່ສາມາດເກັບກຳຈຳນວນຄົນໄດ້ ໃຫ້ພິຈາລະນາກ່ຽວກັບນະໂຍບາຍເງິນອູດໜູນຂອງນາຍບ້ານໃຫ້ເພີ່ມຂຶ້ນຈາກເກົ່າ ໃຫ້ຂຶ້ນແຜນໃສ່ໄຟຟ້າເຢືອງທາງແຕ່ຈຸດໄຟແດງສີຫອມ ຫາໃນຮ່ອມຫ້ອງການບ້ານສີຫອມ ເຫັນວ່າມືດຫຼາຍ ສ່ຽງຕໍ່ການເກີດອຸບັດເຫດໃນຍາມກາງຄືນ ຄອງນ້ຳເສຍຢູ່ຫຼັງວັດບັງລອງ ແລະ ການລ່ວງຮ່ອງເພື່ອລະບາຍນ້ຳ ໂຄງການໃດໜຶ່ງໄດ້ປຸກສິ່ງກີດຂວາງ ເຮັດໃຫ້ລົດບໍ່ສາມາດຜ່ານໄປມາໄດ້ ຈາກນັ້ນ ບັນດາທ່ານສະມາຊິກ ສສຊ ແລະ ສະມາຊິກ ສສນວ  ກໍໄດ້ຊີ້ແຈງ  ອະທິບາຍບາງຄຳສະເໜີໃຫ້ປະຊາຊົນຊາບ ແລະ ເກັບເອົາບາງຄໍາສະເໜີ ເພື່ອນຳໄປສະເໜີພາກສ່ວນກ່ຽວຂ້ອງ ພ້ອມກັນຄົ້ນຄວ້າ ແກ້ໄຂໃຫ້ແທດເໝາະກັບສະພາບຄວາມເປັນຈິງ.

.

.# ຂ່າວ & ພາບ : ວຽງມາ

error: Content is protected !!