ປະກາດຮັບຮອງເມືອງສີໂຄດຕະບອງ ເປັນເມືອງຢຸດຕິການຖ່າຍຊະຊາຍ

    ພິທີປະກາດຮັບຮອງເມືອງສີໂຄດຕະບອງ ເປັນເມືອງຢຸດຕິການຖ່າຍຊະຊາຍ ຈັດຂຶ້ນວັນທີ 2 ກຸມພາ 2022 ເປັນປະທານຂອງທ່ານ ທະວີໄຊ ເໝົາຊົມພູ ເຈົ້າເມືອງສີໂຄດຕະບອງ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ທ່ານນາງ ນາລີ ຂັນທະລັກ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍເຈົ້າເມືອງ ຮອງເຈົ້າເມືອງ 9 ຕົວເມືອງ ສູນ ອໍານາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ປາວີ ຟລີຈິດທະວົງ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດການສ້າງເມືອງສີໂຄດຕະບອງ ເປັນເມືອງຢຸດຕິການຖ່າຍຊະຊາຍວ່າ: ເມືອງສີໂຄດຕະບອງ ມີປະຊາກອນທັງໝົດ 124.935 ຄົນ ຍິງ 63.826 ຄົນ 26.448 ຫຼັງຄາເຮືອນ 24.553 ຄອບຄົວ ປະຕິບັດຕາມແຜນພັດທະນາສາທາລະນະສຸກລົງສູ່ທ້ອງຖິ່ນຮາກຖານໄດ້ມີການຂະຫຍາຍຕົວລົງສູ່ທຸກເຂດບ້ານ ເຮັດໃຫ້ປະຊາຊົນເຂົ້າເຖິງການບໍລິການດ້ານສາທາລະນະສຸກທຸກບ້ານ ການປົກຄຸມດ້ານຕາໜ່າງສາທາລະນະສຸກ ທົ່ວເມືອງກວມ 100% ສະຖານທີ່ບໍລິການດ້ານສາທາລະນະສຸກທັງໝົດ 4 ແຫ່ງຄື: ໂຮງໝໍຊຸມຊົນສີໂຄດຕະບອງ ໂຮງໝໍນ້ອຍຈັນສະຫວ່າງ ຈຸດບໍລິການເກົ້າລ້ຽວ ແລະ ຈຸດບໍລິການໜອງໜ້ຽວ ມີພະນັກງານທັງໝົດ 67 ທ່ານ ອສບ 452 ທ່ານ ຄຣີນິກເອກະຊົນ 65 ແຫ່ງ ຄຣີນິກທົ່ວໄປ 28 ແຫ່ງ ຄຣີນິກແຂ້ວ 22 ແຫ່ງ ຮ້ານຂາຍຢາຂັ້ນ 1 ມີ 43 ຮ້ານ ຮ້ານຂາຍຢາຂັ້ນ 2 ມີ 57 ຮ້ານ ຮ້ານຂາຍຢາພື້ນເມືອງ 3 ຮ້ານ ມີໂຮງງານນໍ້າກ້ອນ 13 ແຫ່ງ ໂຮງງານນໍ້າດື່ມ 44 ແຫ່ງ ກາຍຍະບຳບັດ 15 ແຫ່ງ ໂຮງແຮມ 29 ແຫ່ງ ບ້ານພັກ 29 ແຫ່ງ ຮ້ານອາຫານ 99 ແຫ່ງ.

    ກ່ອນການຈັດຕັ້ງປະຕິບັດວຽກງານສ້າງເມືອງຢຸດຕິຖາຍຊະຊາຍ ຕິດພັນກັບການສ້າງເມືອງສາທາລະນະສຸກແບບຢ່າງໃນ 60 ບ້ານ ທົ່ວເມືອງສີໂຄດຕະບອງ ໄດ້ປະກາດເປັນບ້ານແບບຢ່າງດ້ານສາທາລະນະສຸກໃນປີ 2010 ເຊິ່ງຜ່ານຂະບວນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາ ໄດ້ສັງລວມເນື້ອໃນ ບາດກ້າວ ແລະ ຂັ້ນຕອນທີ່ໄດ້ຈັດຕັ້ງປະຕິບັດຕົວຈິງ ໄດ້ມີການກະກຽມ ເກັບກໍາຂໍ້ມູນຮ່ວມກັບອໍານາດການປົກຄອງບ້ານ ພ້ອມນັ້ນໄດ້ປະເມີນຄືນວຽກງານສ້າງບ້ານແບບຢ່າງສາທາລະນະສຸກ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານພາຍໃນບ້ານ ຄະນະກຳມະການໄດ້ສົມທົບກັບພະນັກງານລົງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານໃນການປຸກລະດົມຂະບວນການຮັກສາສຸຂະພາບ ເປັນຕົ້ນ ເຂົ້າຮ່ວມການຮັບຟັງການໃຫ້ສຸຂະສຶກສາ ການໄປໃຊ້ບໍລິການດ້ານສາທາລະນະສຸກ ການຮັກສາອະນາໄມສິ່ງແວດລ້ອມ ປັບປຸງກໍ່ສ້າງວິດຖ່າຍຢູ່ບ້ານ ຢູ່ສວນ ຢູ່ນາ ແລະ ອື່ນໆ ຜ່ານການຈັດຕັ້ງວຽກງານປະຕິບັດຕົວຈິງ ເຫັນວ່າການນໍາໃຊ້ວິດຖ່າຍ ແລະ ຢຸດຕິການຖ່າຍຊະຊາຍທັງໝົດ 24.553 ຄອບຄົວ ທົ່ວເມືອງສີໂຄດຕະບອງກວມເອົາ 100%.

    ໃນພິທີດັ່ງກ່າວ ໄດ້ມີການມອບໃບຢັ້ງຢືນການຮັບຮອງເມືອງສີໂຄດຕະບອງ ເປັນເມືອງຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ ພ້ອມນັ້ນ ຍັງມອບໃບຍ້ອງຍໍໃຫ້ແກ່ສູນນໍ້າສະອາດ ອົງການອຸຍນີເຊັບ ແລະ ພະແນກສາທາລະນະສຸກ ນວ ກຸ່ມບ້ານ ແລະ 60 ບ້ານ ນອກນັ້ນ ຍັງໄດ້ມອບໃບຍ້ອງຍໍໃຫ້ບຸກຄົນ ຫ້ອງການສາທາລະນະສຸກເມືອງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານຕ່າງໆຈົນເຮັດໃຫ້ເມືອງສີໂຄດຕະບອງໄດ້ຖືກຮັບຮອງເປັນເມືອງຢຸດຕິການຖ່າຍຊະຊາຍ.

. # ຂ່າວ – ພາບ :  ຂັນທະວີ

error: Content is protected !!