ກະຊວງ ຍທຂ ຫວນຄືນມູນເຊື້ອວັນສຳຄັນຂອງຊາດ

    ເພື່ອເຮັດໃຫ້ພະນັກງານ-ລັດຖະກອນຮັບຮູ້ ເຊື່ອມຊຶມກ່ຽວກັບວັນປະສາດຂອງຊາດ ກໍຄືວັນສະຖາປະນາ ສປປ ລາວ ຄົບຮອບ 46 ປີ (2/12/1975-2/12/2021) ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານຄົບຮອບ 101 ປີ (13/12/1920-13/12/2021) ແລະ ຜົນສຳເລັດຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ວັນທີ 2 ກຸມພາ 2022 ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດພິທີປາຖະກະຖາວັນດັ່ງກ່າວ ທີ່ກະຊວງ ຍທຂ ເປັນກຽດປາຖະກະຖາໂດຍທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ຍທຂ ມີພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.

    ໃນພິທີ ທ່ານ ວຽງສະຫວັດ ສີພັນດອນ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດດ້ວຍຄວາມລະອິດລະອ້ຽວ ແຕ່ກໍສາມາດຍາດໄຊຊະນະອັນໃຫຍ່ຫຼວງມາສູ່ປະຊາຊົນລາວທັງຊາດ ເນື່ອງຈາກວ່າມີການຊີ້ນໍາ-ນໍາພາອັນລະຫຼາດສ່ອງໃສຂອງບັນດາການນໍາ ນັກປະຕິວັດ ພ້ອມນີ້ ກໍໄດ້ຍົກໃຫ້ເຫັນໝາກຜົນແຫ່ງການຕໍ່ສູ້ຊາດ ກໍຄືການພັດທະນາປະເທດຊາດພາຍຫຼັງທີ່ໄດ້ຮັບການປົດປ່ອຍ ຕະຫຼອດໄລຍະ 46 ປີຜ່ານມາ ແມ່ນຫຼາຍດ້ານທີ່ໄດ້ຮັບການພັດທະນາຢ່າງພົ້ນເດັ່ນ ເປັນຕົ້ນແມ່ນພື້ນຖານໂຄງລ່າງ ຊີວິດການເປັນຢູ່ຂອງປະຊາຊົນ ແລະ ອື່ນໆ.

    ນອກຈາກນີ້ ທ່ານຍັງໄດ້ເລົ່າຄືນຊີວິດ ແລະ ການເຄື່ອນໄຫວຂອງປະທານໄກສອນ ພົມວິຫານ ເຊິ່ງຕະຫຼອດຊິວິດຂອງປະທານໄກສອນ ພົມວິຫານ ແມ່ນມີຄວາມດຸໝັ່ນ ເກ່ງກ້າສາມາດຫຼາຍດ້ານ ມີຈິດໃຈເສຍລະຫຼະເພື່ອຕົນ ກໍຄືປະເທດຊາດບ້ານເມືອງ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຂະບວນການຕ່າງໆເພື່ອຕໍ່ສູ້ປົດປ່ອຍປະເທດຊາດຈົນໄດ້ຮັບນາມມະຍົດເປັນຜູ້ນໍາດີເດັ່ນ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ມີບົດບາດກ້າວຂຶ້ນໃນເວທີສາກົນ.

    ໂອກາດນີ້ ທ່ານກໍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງທາງລົດໄຟລາວ-ຈີນ ຄວາມເປັນມາ ຜົນສຳເລັດ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຈາກໂຄງການດັ່ງກ່າວ ເຊັ່ນ ສປປ ລາວ ຈະມີພື້ນຖານໂຄງລ່າງທາງດ້ານເສດຖະກິດທີ່ໝັ້ນຄົງ ທີ່ຕອບສະໜອງຍຸດທະສາດ ຫັນຈາກປະເທດທີ່ບໍມີຊາຍແດນຕິດກັບທະເລ ຫັນມາເປັນປະເທດເຊື່ອມຈອດກັບບັນດາປະເທດພາກພື້ນ ແລະ ສາກົນ ບັນລຸຍຸດທະສາດການຮ່ວມມື ແລະ ການເຊື່ອມຈອດລະຫວ່າງ ສປປ ລາວ ກັບປະເທດອາຊຽນ ແລະ ຈີນ ດຶງດູດການລົງທຶນຈາກຕ່າງປະເທດ ມີຄ່າຂົນສົ່ງຕໍ່າເປັນປັດໄຈປະກອບສ່ວນໃຫ້ຂະແໜງກະສິກຳ ອຸດສາຫະກຳ ທ່ອງທ່ຽວມີຕົ້ນທຶນການຜະລິດຕໍ່າ ແລະ ອື່ນໆ.

..# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!