ປຕທ ທາດຫຼວງ ໄຂບໍລິການຢ່າງເປັນທາງການແລ້ວ

    ພິທີໄຂບໍລິການ ປ້ຳນ້ຳມັນ ປຕທ ທາດຫຼວງຢ່າງເປັນທາງການ ຈັດຂຶ້ນວັນທີ 2 ກຸມພາ 2022 ທີ່ເມືອງໄຊ ເຊດຖາ ນະຄອນຫຼວງວຽງຈັນ ເຂົ້າຮ່ວມໃນພິທີ ມີທ່ານ ນາງ ສີຣິ ບຸດດາຄຳ ປະທານ ປຕທ ທາດຫຼວງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ ທ່ານ ແອນໂທນີ ຊິນ ຜູ້ອຳນວຍການໃຫຍ່ທະນາຄານ ມາຣູຮານ ແຈແປນລາວ ຕາງໜ້າຈາກກະຊວງອຸດສາຫະກຳ ແລະ ການຄ້າ ປະທານ ປຕທ ປະເທດໄທ ຮ້ານກາເຟອາເມຊອນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

    ທ່ານ ນາງ ສີຣິ ບຸດດາຄຳ ກ່າວວ່າ: ນອກຈາກ ປຕທ ທາດຫຼວງຈະໃຫ້ການບໍລິການເຕີມນ້ຳມັນແກ່ລູກຄ້າແລ້ວ ພວກເຮົາຍັງມີຮ້ານກາເຟອາເມຊອນ ຮ້ານມິນີມາກ ຫ້ອງນ້ຳສາທາລະນະທີ່ສະອາດ ແລະ ພິເສດໄປກວ່ານັ້ນ ປຕທ ທາດຫຼວງຍັງມີທະນາຄານໄວ້ຄອຍບໍລິການລູກຄ້າທີ່ຕ້ອງການເຮັດທຸລະກຳດ້ານການເງິນ ມີຄວາມສະດວກສະບາຍ ວ່ອງໄວ ແລະ ມີຄວາມປອດໄພ ເຊິ່ງພວກເຮົາມີຄູ່ຮ່ວມຍຸດທະສາດ ກໍຄືທະນາຄານ ມາຣູຮານ ແຈແປນລາວ ມາຕັ້ງໄວ້ຢູ່ປ້ຳນ້ຳມັນ ປຕທ ທາດຫຼວງ ເພື່ອຄອຍບໍລິການລູກຄ້າ ໂດຍທ່ານສາມາດມາຝາກ ຫຼື ຖອນ ໄດ້ຢ່າງສະດວກສະບາຍ ໂດຍຜ່ານລະບົບແທ໋ບເລ໋ດ ຫຼື ມືຖືຂອງທ່ານ ນອກຈາກນີ້ ທ່ານຍັງສາມາດຂໍກູ້ເງິນນຳທະນາຄານໄດ້ອີກ ໂດຍສະເພາະ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ນີ້ ເຊິ່ງພວກເຮົາເຫັນວ່າປະຊາຊົນ ຊາວຄ້າ-ຂາຍ ທຸລະກິດຂະໝາດກາງ ແລະ ນ້ອຍ (SME) ແມ່ນໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ.

    ສະນັ້ນ ປ້ຳນ້ຳມັນ ປຕທ ທາດຫຼວງພວກເຮົາກໍຢາກເປັນສ່ວນໜຶ່ງທີ່ຈະຊ່ວຍຟື້ນຟູກຳລັງ ແລະ ຟື້ນຟູພະລັງງານທາງດ້ານແຫຼ່ງທຶນໃຫ້ກັບປະຊາຊົນ ແລະ ທຸລະກິດ SME ສຳລັບການເຮັດທຸລະກຳດ້ານການເງິນແມ່ນເລີ່ມແຕ່ເວລາ 6:00 ໂມງ-22:00 ໂມງ ໂດຍທ່ານສາມາດເຂົ້າມາຝາກ-ຖອນ ກູ້ເງິນ ໂອນເງິນພາຍໃນ ແລະ ຕ່າງປະເທດ ຫຼື ຂໍຄຳປຶກສາທາງດ້ານທຸລະກິດໃນການຂໍກູ້ເງິນ ເພື່ອໄປຟື້ນຟູທຸລະກິດ ຫຼື ຊຸກຍູ້ກະແສເງິນລາຍວັນໃຫ້ແກ່ລູກຄ້າ.

..# ຂ່າວ & ພາບ : ຊິລິການດາ

error: Content is protected !!