ລົດເມນະຄອນຫຼວງ ເປີດບໍລິການຄືນໃໝ່ 2 ສາຍທາງຫຼັກ

    ພາຍຫຼັງທີ່ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ໄດ້ຢຸດບໍລິການຊົ່ວຄາວ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນວັນທີ 2 ກຸມພາ 2022 ໄດ້ເລີ່ມກັບມາໃຫ້ບໍລິການແລ່ນລົດເມແກ່ມວນຊົນຄືນໃໝ່ອີກຄັ້ງ.

    ອີງຕາມຂໍ້ມູນຂອງເຈົ້າໜ້າທີ່ສະຖານີລົດເມນະຄອນຫຼວງ ຄິວຕະຫຼາດເຊົ້າ ໃຫ້ຮູ້ວ່າ:ໃນການເປີດໃຫ້ບໍລິການໃນມື້ນີ້ ແມ່ນໃຫ້ບໍລິການ 2 ສາຍທາງຫຼັກຄື: ສາຍ 23 ຕະຫຼາດເຊົ້າ-ທ່າງ່ອນ ແລະ ສາຍ 29 ຕະຫຼາດເຊົ້າ-ດົງໂດກ ສ່ວນສາຍທາງຕະຫຼາດເຊົ້າ-ສະຖານີລົດໄຟລາວ-ຈີນ ແມ່ນໃຫ້ບໍລິການກ່ອນໜ້ານີ້ແລ້ວ ໃນວັນທີ 5 ມັງກອນ 2022 ທີ່ຜ່ານມາ  ນອກຈາກການເປີດໃຫ້ບໍລິການສາຍທາງດັ່ງກ່າວແລ້ວທາງລົດເມນະຄອນຫຼວງ ຍັງຈະມີການເປີດສາຍທາງໃໝ່ຄື: ສາຍທາງຕະຫຼາດຊັ່ງຈຽງ-ສະຖານີລົດໄຟລາວ-ຈີນ ໃນວັນທີ 10 ກຸມພາ 2022 ນີ້.

    ໃນການເປີດບໍລິການນີ້ ແມ່ນໄດ້ເນັ້ນມາດຕະການປ້ອງກັນໂຄວິດ-19 ໃນການໃຫ້ບໍລິການ ແມ່ນຈຳກັດບ່ອນນັ່ງໃຫ້ເຫຼືອ 25 ບ່ອນນັ່ງ ໃຫ້ເຫຼືອ 25 ບ່ອນນັ່ງ ຜູ້ທີ່ໃຊ້ບໍລິການລົດເມ ຕ້ອງໃສ່ຜ້າອັດປາກກ່ອນຂຶ້ນລົດ ພະນັກງານຂັບລົດເມຕ້ອງໃສ່ຜ້າອັດປາກ-ອັດດັງໃສ່ຖົງມື ເມື່ອລົດທຽບຄິວ ພະນັກງານຈະອະນາໄມໂດຍການສິີດນໍ້າຢາຂ້າເຊື້ອ ຫຼື ສະເປແອວກໍຮໍ ສ່ວນການໃຫ້ບໍລິການລົດເມ ສາຍທາງລະຫວ່າງລາວ-ໄທ ແມ່ນຍັງບໍ່ທັນເປີດໃຫ້ບໍລິການ.

.# ຂ່າວ & ພາບ : ເພັດສະໝອນ

error: Content is protected !!