3 ອົງການຈັດຕັ້ງມະຫາຊົນພະແນກ ຖວທ ນວ ຮ່ວມໃຈບໍລິຈາກເລືອດຊ່ວຍເຫຼືອສັງຄົມ

    ເພື່ອຮັບບໍລິຈາກເລືອດນໍາໄປຊ່ວຍຊີວິດຄົນເຈັບທີ່ນອນຮັກສາຕົວຢູ່ຕາມໂຮງໝໍຕ່າງໆ ໂດຍສະເພາະແມ່ນຄົນເຈັບທີ່ຂາດເລືອດ ການຜ່າຕັດແມ່ຍິງຖືພາເກີດລູກທີ່ມີອາການສົນ  ອຸບັດເຫດ ເລືອດໄຫຼກະເພາະ  ຄົນເຈັບໝາກໄຂ່ຫຼັງຊຸດໂຊມ ພະຍາດໄຂ້ເລືອດອອກ ແລະ ພະຍາດຂາດເລືອດຊໍາເຮື້ອຕ່າງໆ ອີກດ້ານໜຶ່ງ ກໍເປັນການປະກອບສ່ວນເຂົ້າໃນການສ້າງຂະບວນການຕ້ອນຮັບວັນຊາດທີ 2 ທັນວາ  ພາຍໃຕ້ຄໍາຂວັນຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສິນໄຊແຫ່ງຍຸກສະໄໝ ຮ່ວມໃຈບໍລິຈາກເລືອດ) ວັນທີ 31 ມັງກອນ 2022 ທີ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກໍາຮັບບໍລິຈາກເລືອດຂຶ້ນ ເຊິ່ງນໍາໂດຍທ່ານ ພູສອນ ໄຊຍະລາດ ເລຂາຄະນະບໍລິຫານງານຊາວໜຸ່ມ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ມີ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມບໍລິຈາກເລືອດ ເຊິ່ງມີຜູ້ບໍລິຈາກເລືອດທັງໝົດ 15 ຄົນ.

.

.# ຂ່າວ & ພາບ :  ວຽງມາ

error: Content is protected !!