ກະເປົາອານຸສອນຫັດຖະກຳ ໄດ້ຮັບຄວາມນິຍົມຈາກລູກຄ້າ

    ເທສະການອາຫານລາວ ເປັນງານໜຶ່ງທີ່ເຕົ້າໂຮມເອົາບັນດາຜູ້ປະກອບການທາງດ້ານອາຫານການກິນ ເຄື່ອງກະສິກຳ ຫັດຖະກຳ ເຊິ່ງເປັນບັນຍາກາດອັນໃໝ່ໃນການຊຸກຍູ້ສົ່ງເສີມແມ່ຍິງຜູ້ຜະລິດ ຜູ້ປູກຝັງ ລ້ຽງສັດ ຫັດຖະກຳທີ່ປຸງແຕ່ງໃນຮ້ານອາຫານ ໂຮງແຮມ ຮ້ານຂາຍຍ່ອຍຈາກທ້ອງຖິ່ນຕ່າງໆ ໄດ້ມີການແລກປ່ຽນສິນຄ້າເຊິ່ງກັນ ແລະ ກັນ ໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ໃນແຕ່ລະປີ ໄດ້ມີຜູ້ປະກອບການເຂົ້າຮ່ວມງານດັ່ງກ່າວຢ່າງຫຼວງຫຼາຍ ໃນນີ້ ຮ້ານອານຸສອນ ຫັດຖະກຳ ຜະລິດ ແລະ ຈຳໜ່າຍກະເປົາລາວ ກໍໄດ້ເຂົ້າຮ່ວມງານດັ່ງກ່າວ.

    ທ່ານນາງ ອານຸສອນ ຜູ້ອຳນວຍການຮ້ານ ອານຸສອນ ຫັດຖະກຳ ຜະລິດ ແລະ ຈຳໜ່າຍກະເປົາລາວ ໃຫ້ສຳພາດບໍ່ດົນມານີ້ວ່າ  ຮ້ານ ອານຸສອນ ຫັດຖະກຳ ຜະລິດ ແລະ ຈຳໜ່ຍກະເປົາລາວ ໄດ້ສ້າງຕັ້ງຂຶ້ນໄດ້ 10 ກວ່າປີແລ້ວ ຕັ້ງຢູ່ບ້ານດອນແດງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໃນເບື້ອງຕົ້ນ ແມ່ນຜະລິດເຄື່ອງທີ່ຮັບໃຊ້ໃນໂຮງແຮມເຊັ່ນ  ຜ້າປູໂຕະ ເຄື່ອງຮອງຈອກນໍ້າ ຮອງຈານຕ່າງໆ ຫຼັງຈາກນັ້ນ ກໍໄດ້ຫັນມາຜະລິດກະເປົາທີ່ຜະລິດດ້ວຍຫວາຍ ໄມ້ປ່ອງ ຜ້າຝ້າຍລາວທຸກປະເພດ ແຟມເອກະສານ ປື້ມບັນທຶກ ເຄື່ອງຮັບໃຊ້ກອງປະຊຸມ ແລະ ອື່ນໆ ໂດຍມີລາຄາເລີ່ມຕົ້ນ 300.000-1.000.000 ກວ່າກີບ ອີງຕາມຄຸນນະພາບ ແລະ ແບບຂອງກະເປົາ ຜະລິດຕະພັນຂອງຮ້ານ ອານຸສອນ ຫັດຖະກຳ ຜະລິດ ແລະ ຈຳໜ່າຍກະເປົາລາວແມ່ນປາສະຈາກສານເຄມີ ເນັ້ນໃສ່ຄວາມລະອຽດອ່ອນ ປານີດ ແລະ ຄຸນນະພາບ.

    ນອກຈາກນີ້ ການອອກແບບກໍເປັນເອກະລັກໂດດເດັ່ນອັນໜຶ່ງຂອງຮ້ານ ເຊິ່ງການອອກແບບ ແລະ ຕົບແຕ່ງບັນດາຜະລິດຕະພັນ ແມ່ນຫົວຄິດປະດິດສ້າງຂອງຕົນເອງ ແລະ ອີງຕາມຕ້ອງການຂອງຕະຫຼາດ ກໍຄືຜູ້ຊົມໃຊ້ ສະນັ້ນ ຕ້ອງໄດ້ອອກແບບໃໝ່ເລື້ອຍໆ ເພື່ອບໍໃຫ້ຊໍ້າແບບເກົ່າ ທັງເປັນການດຶງດູດລູກຄ້າໃໝ່ ແລະ ເກົ່າ ສຳລັບວັດຖຸດິບທີ່ນຳມາຜະລິດ ແມ່ນນໍາໃຊ້ວັດຖຸດິບພາຍໃນປະເທດ ເປັນຕົ້ນແມ່ນຫວາຍ ໄມ້ປ່ອງ ຜ້າຝ້າຍລາວ ສ່ວນອຸປະກອນໃນການປະກອບກະເປົາ ແມ່ນນຳເຂົ້າຈາກຕ່າງປະເທດ ພ້ອມກັນນັ້ນ ກໍສົ່ງເສີມປະຊາຊົນປູກຫວາຍ ແນະນຳລວດລາຍຂອງການສານຕ່າງໆ ແລະ ເປັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນອີກດ້ວຍ.

    ປັດຈຸບັນ  ຄົນລາວສ່ວນໃຫຍ່ແມ່ນຫັນມາໃຊ້ກະເປົາລາວຫຼາຍຂຶ້ນ ແລະ ການຜະລິດກໍສາມາດຕອບສະໜອງກັບຕາມຕ້ອງການຂອງລູກຄ້າໄດ້ ນອກຈາກຂາຍໃຫ້ລູກຄ້າທົ່ວໄປແລ້ວ ຍັງໄດ້ສະໜອງໃຫ້ແກ່ພາກລັດ ແລະ ເອກະຊົນ ເປັນຕົ້ນແມ່ນກະເປົາທີ່ຮັບໃຊ້ກອງປະຊຸມຕ່າງໆໃນຂອບເຂດທົ່ວປະເທດ ສາມາດສ້າງລາຍຮັບໄດ້ປະມານ 100 ລ້ານກີບຕໍ່ເດືອນ ການຈຳໜ່າຍແມ່ນຈຳໜ່າຍໃນ ນວ ຫຼວງພະບາງ ແລະ ສົ່ງອອກຕ່າງປະເທດຈຳນວນໜຶ່ງ ການເຂົ້າຮ່ວມງານດ່ັງກ່າວໃນແຕ່ລະປີ ໄດ້ເຮັດໃຫ້ເປັນທີ່ຮູ້ຈັກຂອງລູກຄ້າໃໝ່ຫຼາຍຂຶ້ນ ສຳລັບປີີນີ້ ຄາດວ່າຈະບໍ່ໄດ້ຂາຍດີເທົ່າທີຄວນ ຖ້າທຽບໃສ່ແຕ່ລະປີຜ່ານມາ ເນື່ອງຈາກສະພາບການລະບາດຂອງໂຄວິດ-19 ເຮັດໃຫ້ຜູ້ເຂົ້າມາທ່ຽວຊົມບໍ່ຫຼາຍ.

.

.# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!