ຂະແໜງກົດໝາຍ-ຍຸຕິທໍາ ລາວ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມື

    ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ນາກາເຊະ ໂທຊິໂອະ ຫົວໜ້າຫ້ອງການອົງການໄຈກາ ປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ໃນວັນທີ 2 ກຸມພາ 2022 ຢູ່ກະຊວງຍຸຕິທໍາ ໃນໂອກາດທີ່ທ່ານມາດໍາລົງຕໍາແໜ່ງເປັນຫົວໜ້າຫ້ອງການອົງການໄຈກາ ປະຈໍາ ສປປ ລາວ ຄົນໃໝ່ ເຊິ່ງໄດ້ແຕ່ງຕັ້ງນັບຕັ້ງແຕ່ວັນທີ 28 ມີນາ 2021 ເປັນຕົ້ນມາ.

    ຂະແໜງກົດໝາຍ ແລະ ຍຸຕິທໍາ ໄດ້ລິເລີ່ມການແລກປ່ຽນທາງດ້ານວິຊາການ ແລະ ຮ່ວມມືຊ່ວຍເຫຼືອ ຢ່າງເປັນຮູບປະທໍາໃນປີ 1998 ເປັນຕົ້ນມາ ຮອດປັດຈຸບັນ ການຮ່ວມມື ແລະ ຄວາມຮັກແພງສາມັກຄີ ລະຫວ່າງພະນັກງານ-ລັດຖະກອນໃນຂະແໜງກົດໝາຍ ແລະ ຍຸຕິທໍາ ສອງຊາດພວກເຮົາ ກໍໄດ້ຮັບການເພີ່ມທະວີ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ອັນທີ່ພົ້ນເດັ່ນ ແມ່ນຄະນະນໍາຂັ້ນສູງ ແລະ ວິຊາການຂອງຂະແໜງກົດໝາຍ ແລະ ຍຸຕິທໍາ ສປປ ລາວ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ຢ້ຽມຢາມ ແລະ ແລກປ່ຽນເພື່ອຖອດຖອນບົດຮຽນກ່ຽວກັບກົດໝາຍ ແລະ ວຽກງານຍຸຕິທໍາຢູ່ປະເທດຍີ່ປຸ່ນຫຼາຍຮ້ອຍຄົນ  ບັນດາຂະແໜງກົດໝາຍ ແລະ ຍຸຕິທໍາ ໄດ້ມີຄູ່ມືກ່ຽວກັບການດໍາເນີນຄະດີ ແລະ ທິດສະດີກົດໝາຍທີ່ເປັນພື້ນຖານບ່ອນອີງໃຫ້ແກ່ການປະຕິບັດໜ້າທີ່ຂອງຕົນໃຫ້ເຂັ້ມແຂງ ຖືກຕ້ອງ ແລະ ສອດຄ່ອງກັບບົດຮຽນທີ່ດີຂອງສາກົນ ໂດຍສະເພາະ ການສ້າງບັນດາປຶ້ມອະທິບາຍກົດໝາຍແພ່ງ ປື້ມຄູ່ມືການດໍາເນີນຄະດີແພ່ງ ປຶ້ມຄູ່ມືການດໍາເນີນຄະດີອາຍາ ປື້ມຖາມ-ຕອບກົດໝາຍແພ່ງ ປື້ມຄວາມຮູ້ພື້ນຖານກ່ຽວກັບກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ປື້ມຄູ່ມືກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ປື້ມຄູ່ມືກົດໝາຍແຮງງານ ເຊິ່ງບັນດາປື້ມເຫຼົ່ານີ້ ມອບໃຫ້ແກ່ການຮຽນ-ການສອນ ການຄົ້ນຄວ້າຕ່າງໆ ພ້ອມດຽວກັນນີ້ ກໍເປັນການເຝິກໃຫ້ພະນັກງານລັດຖະກອນໃນຂະແໜງຍຸຕິທໍາໄດ້ມີໂອກາດການຮຽນຮູ້ ແລະ ພັດທະນາຄວາມຮູ້ ຄວາມສາມາດ ຂຶ້ນໄປເທື່ອລະກ້າວ.

.# ຂ່າວ & ພາບ :  ສີພອນ

error: Content is protected !!