ຮອງປະທານກວດກາແຫ່ງລັດ ເຄື່ອນໄຫວກວດກາວຽກງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງນະຄອນຫຼວງວຽງຈັນ

    ທ່ານ ສຸກຄໍາເພັດ ເຮືອງບຸດສີ ຮອງປະທານອົງການກວດກາແຫ່ງລັດພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ຕິດຕາມກວດກາການເຄື່ອນໄຫວວຽກງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນຊ່ວງສັນຍາທີ 5 ແລະ 6 ໂດຍສະເພາະສັນຍາທີ 6 ນະຄອນຫຼວງວຽງຈັນ ນໍາພາໂດຍທ່ານ ພູຂົງ ບັນນະວົງ ຮອງເຈົ້າຂອງນະຄອນຫຼວງວຽງຈັນ ແລະ ທ່ານ ວິໄລສັກ ນາມມຸນຕີ ປະທານອົງການກວດກາ ນະຄອນຫຼວງວຽງຈັນ ມີຜູ້ຕາງໜ້າຈາກພະແນກໂຍທາທິການ ແລະ ຂົນສົ່ງ ພະແນກກະສິກໍາ ແລະ ປ່າໄມ້ ນອກນັ້ນ ຍັງມີຂະແໜງການກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ ແລະ ເມືອງເຂົ້າຮ່ວມ.

    ການລົງເຄື່ອນໄຫວຄັ້ງນີ້ ໄດ້ລົງເບິ່ງຄວາມເປັນຈິງຂອງຜົນກະທົບທີ່ບໍລິສັດຮັບເໝົາຫຼັກໄດ້ຂົນດິນເສດຈາກການເຈາະອຸໂມງໄປຖົມໃສ່ດິນປະຊາຊົນ ໂດຍການຕົກລົງຂອງທັງສອງຝ່າຍຕາມບົດບັນທຶກ ແຕ່ບໍລິສັດບໍ່ປະຕິບັດຕາມບົດບັນທຶກຕົກລົງກັນ ຜົນກະທົບຕໍ່ທາງທຽວໄປເຂດທຳການຜະລິດຂອງປະຊາຊົນທີ່ບໍ່ໄດ້ແກ້ໄຂ ຈຸດທີ່ມີການລັກເຄື່ອງ ແລະ ບັນຫາອື່ນໆ ເຊິ່ງຢູ່ເມືອງນາຊາຍທອງໄດ້ລົງກວດກາເບິ່ງຈຸດ DK360+900 ຢູ່ບ້ານສົງເປືອຍ ຜົນກະທົບການລວງຄອງເໝືອງກ້ອງທາງລົດໄຟ ເຮັດໃຫ້ນໍ້າອຸດຕັນໄຫຼບໍ່ສະດວກ ເບິ່ງຈຸດ DK387 ຢູ່ບ້ານນໍ້າກ້ຽງທີ່ປະຊາຊົນບໍ່ມີທາງເຂົ້າອອກ ເມືອງໄຊທານີ ລົງກວດຈຸດ DK406+580 ບັນຫານໍ້າຖ້ວມ ທາງເປ່ເພ ບໍ່ມີທາງເຂົ້າຕອນດິນຢູ່ບ້ານໄຊສະຫວ່າງ ຂົົວລົດໄຟຂ້າມຖະໜົນໄກສອນ ພົມວິຫານ ຢູ່ບ້ານດອນໜູນ ເພື່ອກວດກາຢັ້ງຢືນບັນຫາປະຊາຊົນຂໍລາຄາຊົດເຊີຍເພີ່ມ ເມືອງໄຊເສດຖາ ກວດກາເບິ່ງບັນຫາຄອງລະບາຍນໍ້າຕັດໃໝ່ຈຸດທາງຂ້າມຂົວ 450 ປີ ຢູ່ບ້ານ ດຸງ ກວດເບິ່ງຕອນດິນຂອງທ່ານ ທອງພູນ ພະໂພ ຢູ່ບ້ານນາຄວາຍໃຕ້ ບັນຫາຄອງລະບາຍນໍ້າຕັດໃໝ່ຢູ່ບ້ານໂຊກໃຫຍ່ ທາງລຽບທາງລົດໄຟ ຢູ່ບ້ານດົງໂພນແຮ່ ແລະ ເຂດພື້ນທີ່ທັບຊ້ອນເຂດໂລຈິສຕິກ ບ້ານດົງໂພສີ.

    ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງຂອບເຂດນະຄອນຫຼວງວຽງຈັນ ແລວທາງລົດໄຟໄດ້ຜ່ານນະຄອນຫຼວງວຽງຈັນ 59,6 ກິໂລເມັດ ປະກອບມີ 4 ເມືອງ ຕອນດິນທີ່ຖືກຜົນກະທົບທັງໝົດ 1.523 ຕອນ (ໄລຍະ 1 ມີ 939 ຕອນ ແລະ ໄລຍະ 2 ມີ 584 ຕອນ) ໃນນີ້ ເມືອງນາຊາຍທອງ ໄລຍະທີ 1  ມີຄວາມຍາວທັງໝົດ 30,1 ກິໂລເມັດ ມີ 24 ບ້ານ 486 ຕອນ ໄຊທານີ ໄລຍະທີ 1 ມີຄວາມຍາວທັງໝົດ 9,7 ກິໂລເມັດ ມີ 6 ບ້ານ 376 ຕອນ ແລະ ຖືກບ້ານ ດົງສ້າງຫີນ ເຂດສະຖານີ ໄລຍະ I ມີຈຳນວນ 77 ຕອນ ໄຊທານີ ໄລຍະທີ 2 ມີຄວາມຍາວທັງໝົດ 2,3 ກິໂລເມັດ ມີ 2 ບ້ານ 65 ຕອນ ແລະ ຖືກຂອບເຂດສະຖານີ 45 ເຮັກຕາມີບ້ານ ໂຄກໃຫຍ່ 92 ຕອນ ໄຊເສດຖາ ໄລຍະທີ 2 ມີຄວາມຍາວທັງໝົດ 14,1 ກິໂລເມັດມີ 9 ບ້ານ 278 ຕອນ ແລະ ເມືອງ ຫາດຊາຍຟອງໄລຍະທີ 2 ມີຄວາມຍາວທັງໝົດ 3,4 ກິໂລເມັດ ມີ 3 ບ້ານ 149 ຕອນ

. # ຂ່າວ – ພາບ :  ຂັນທະວີ

error: Content is protected !!