ກັບຕັນຂົນສົ່ງດ່ວນ ສະໜັບສະໜູນຫຼັກສະໂມສອນ Ai-Sport

    ບໍລິສັດ ກັບຕັນຂົນສົ່ງດ່ວນ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ (CAPTAIN EXPRESS) ໄດ້ຮັບອະນຸມັດໃຫ້ສະໜັບສະໜູນຫຼັກຂອງທີມນ້ອງໃໝ່ ສະໂມສອນ ໄອ-ສະປອດ ເອັບຊີ (Ai-Sport FC) ເພື່ອກະກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະ ລາວລີກ 2 ປະຈໍາປີ 2022 ທີ່ຈະມີຂຶ້ນໄວໆນີ້.

    ພິທີລົງນາມສັນຍາການຮ່ວມມືດັ່ງກ່າວ ຈັດຂຶ້ນວັນທີ 31 ມັງກອນ 2022 ຜ່ານມາ ຢູ່ສໍານັກງານໃຫຍ່ບໍລິສັດ ກັບຕັນຂົນສົ່ງດ່ວນ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ພິລະພົນ ວິຊຸນນະລາດ ຕາງໜ້າບໍລິສັດ ກັບຕັນຂົນສົ່ງດ່ວນ ຂາເຂົ້າ-ຂາອອກຈໍາກັດຜູ້ດຽວ ແລະ ທ່ານ ໄພລະຄອນ ບຸນວິຊຽນ ປະທານສະໂມສອນ Ai-Sport FC ໂດຍມີຄະນະບໍລິຫານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ພິລະພົນ ວິຊຸນນະລາດ ກ່າວວ່າ: ຕ້ອງຂໍສະແດງຄວາມຂອບໃຈສະໂມສອນ Ai-Sport FC ທີ່ໄວ້ວາງໃຈໃຫ້ພວກເຮົາເປັນຜູ້ສະໜັບສະໜູນຫຼັກໃນການກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະ ລາວລີກ 2 ທີ່ຈະເປີດຂຶ້ນວັນທີ 5 ມີນາ 2022 ເຊິ່ງການສະໜັບສະໜູນຄັ້ງນີ້ ຈະເປັນສ່ວນໜຶ່ງໃນການພັດທະນາວົງການບານເຕະລາວ ກໍຄືນະຄອນຫຼວງວຽງຈັນໃຫ້ມີການພັດທະນາກ້າວໄກ ແລະ ກ້າວສູ່ການເປັນລີກອາຊີບ.

    ທ່ານ ໄພລະຄອນ ບຸນວິຊຽນ ໄດ້ສະແດງຄວາມຂອບໃຈບໍລິສັດ ກັບຕັນຂົນສົ່ງດ່ວນ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ທີ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືຄັ້ງນີ້ ເພື່ອຮ່ວມກັນສົ່ງເສີມ ພັດທະນາສະໂມສອນ ໂດຍສະເພາະເປັນສ່ວນໜຶ່ງໃນການພັດທະນາບານເຕະລາວ ໄດ້ມີເວທີທີ່ຈະພັດທະນາຕົວເອງ ເພື່ອກ້າວໄປສູ່ການເປັນນັກເຕະອາຊີບ ແລະ ເປັນຕົວເລືອກຂອງທີມນະຄອນຫຼວງ ກໍຄືຊາດລາວໃນອະນາຄົດ ເພື່ອຮ່ວມແຂ່ງຂັນລະດັບອະນຸພາກພື້ນ ແລະ ລະດັບພາກພື້ນ ອີກດ້ວຍ.

    CAPTAIN EXPRESS ເປີດໃຫ້ບໍລິການເປັນທາງການແຕ່ວັນທີ 20 ພະຈິກ 2021 ປັດຈຸບັນມີ 135 ສາຂາໃນນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ແລະ ໃນໄວໆນີ້ ຈະເປີດໃຫ້ບໍລິການພາກ ເໜືອອີກ 50 ສາຂາ ແລະ ພາຍໃນປີ 2022 ຈະຂະຫຍາຍສາຂາໃຫ້ຄວບຄຸມທົ່ວປະເທດ ໃຫ້ບໍລິການຂົນສົ່ງດ່ວນພາຍໃນ ຂົນສົ່ງ ຈີນ-ລາວ ແລະ ຂົນສົ່ງ ໄທ-ລາວ.

.# ຂ່າວ & ພາບ :  ສະບາໄພ

error: Content is protected !!