ໜັງສືພິມວຽງຈັນໃໝ່ ອວຍພອນໜັງສືພິມກອງທັບ

    ວັນທີ 31 ມັງກອນ 2022 ທ່ານ ນາງ ພູຄໍາ ສຸດທະວົງ ຮອງຫົວໜ້າບັນນາທິການໜັງສືພິມວຽງຈັນໃໝ່ ແລະ ໜັງສືພິມວຽງຈັນທຸລະກິດ-ສັງຄົມ ພ້ອມຄະນະ ໄດ້ນໍາເອົາກະຕ່າຂອງຂວັນໄປອວຍພອນໜັງສືພິມກອງທັບປະຊາຊົນລາວ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ໂດຍການຕ້ອນຮັບຂອງທ່ານ ພັນເອກ ຄໍາສາວ ແກ້ວພິເສດ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ພ້ອມຄະນະ.

    ການອວຍພອນຄັ້ງນີ້ ໃນນາມໜັງສືພິມແຫກສ່ຽວ ເປັນການສືບຕໍ່ຮັດແໜ້ນຄວາມສາມັກຄີລະຫວ່າງສອງໜັງສືພິມ ພ້ອມນັ້ນ ຍັງເປັນການແລກປ່ຽນສື່ ເຊິ່ງໄລຍະຜ່ານມາ ສອງໜັງສືພິມໄດ້ມີການຮ່ວມກັນຈັດກິດຈະກຳເນື່ອງໃນໂອກາດວັນສໍາຄັນຕ່າງໆເພື່ອຮັດແໜ້ນສ້າງຄວາມສາມັກຄີລະຫວ່າງພະນັກງານດ້ວຍກັນ ແຕ່ຕົກມາໄລຍະສອງປີມານີ້ ຍ້ອນການລະບາດຂອງພະຍາດໂຄວິດ-19 ຈຶ່ງບໍ່ສາມາດຈັດກິດຈະກຳພົບປະແລກປ່ຽນຮ່ວມກັນ ແຕ່ທັງສອງຝ່າຍກໍຍັງມີຄວາມຜູກພັນຮັດແໜ້ນຄວາມສາມັກຄີຄືເກົ່າ ພ້ອມນີ້ ທັງສອງຝ່າຍຍັງໄດ້ປຶກສາຫາລືວຽກງານສື່ ເພື່ອສືບຕໍ່ຮ່ວມມືໃນຕໍ່ໜ້າ ໂດຍສະເພາະສື່ເອເລັກໂຕຣນິກ ເຊິ່ງເປັນສື່ໃໝ່ຂອງສອງຝ່າຍທີ່ຫາກໍສ້າງຕັ້ງຂຶ້ນມາໃໝ່ ເພື່ອພ້ອມກັນພັດທະນາສື່ດັ່ງກ່າວນີ້ໃຫ້ດີຂຶ້ນ ຕອບສະໜອງຂໍ້ມູນຂ່າວສານໃຫ້ແກ່ສັງຄົມໃຫ້ມີຄວາມວ່ອງໄວ ແລະ ທັນເວລາ.

. # ຂ່າວ – ພາບ :  ຂັນທະວີ

error: Content is protected !!