1 ປີຜ່ານມາ ສປປ ລາວ ໄດ້ຮັບຜົນກະທົບຈາກໄພພິບັດ 65 ຄັັ້ງ

    ກອງປະຊຸມຄະນະກໍາມະການຄຸ້ມຄອງໄພພິບັດ ປະຈໍາປີ 2021 ໄດ້ຈັດຂຶ້ນໃນວັນທີ 1 ກຸມພານີ້ ທີ່ ຫ້ອງປະຊຸມກະຊວງປ້ອງກັນປະເທດ ດ້ວຍຮູບແບບປົກກະຕິ ແລະ ທາງໄກ ກັບບັນດາແຂວງທົ່ວປະເທດ ໂດຍການເປັນປະທານຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ທັງເປັນປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັັ້ນສູນກາງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ມີບັນດາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດເຂົ້າຮ່ວມ.

    ທ່ານ ວົງຄຳ ວັນທານຸວົງ ຫົວໜ້າກົມສັງຄົມສົ່ງເຄາະ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ຫົວໜ້າກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດຂັັ້ນສູນກາງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຊຶ່ງທ່ານໄດ້ເວົ້າວ່າ: ໄລຍະ 1 ປີ ຜ່ານມາ ໄດ້ມີເຫດການໄພພິບັດເກີດຂຶ້ນຈໍານວນ 65 ຄັັ້ງ ໂດຍມີສາເຫດຈາກນ້ຳຖ້ວມ ລົມພະາຍຸພັດ ໄຟໃໝ້ ຟ້າຜ່າ ແລະ ແຜ່ນດິນໄຫວ ມີແຂວງໄດ້ຮັບຜົນກະທົບທັງໝົດ 15 ແຂວງ 94 ເມືອງ 786 ບ້ານ ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນຈຳນວນ 70.200 ຄົນ (ເປັນຍິງ 34.645 ຄົນ) ບາດເຈັບ 17 ຄົນ ເສຍຊີວິດ 19 ຄົນ ສ້າງຄວາມເສຍຫາຍຕໍ່ຂະແໜງການສັງຄົມ ໂຄງລ່າງພື້ນຖານ ແລະ ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຄິດເປັນມູນຄ່າເສຍຫາຍທັງໝົດປະມານ 383.996.316.370 ກີບ ແລະ ສຳລັບແຜນຈັດຕັ້ງປະຕິບັດວຽກງານການຄຸ້ມຄອງໄພພິບັດ ປະຈຳປີ 2022 ແມ່ນເພີ່ມທະວີວຽກງານປ້ອງກັນ ການຄວບຄຸມ ແລະ ການຟື້ນຟູໄພພິບັດຕ່າງໆໃຫ້ມີຄວາມເຂັ້ມແຂງ ແລະ ສາມາດປະຕິບັດວຽກງານໄດ້ຢ່າງມິີປະສິດທິຜົນ.

.

.# ຂ່າວ & ພາບ :  ໄຊບັນດິດ

error: Content is protected !!