ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງໄຊຍະບູລີ ໄດ້ມອບໂທລະໂຄ່ງຈໍານວນໜຶ່ງຊຸດໃຫ້ເມືອງທົ່ງມີໄຊ ປະກອບມີ: ດອກປາກເລີ 4 ດອກ ແອມ 1 ໜ່ວຍ ເຄື່ອງຮັບວິທະຍຸດີຈີຕອນ 1 ໜ່ວຍ ໄມ 1 ອັນ ສາຍໄຟ 3 ໂຄ້ງ ລວມມູນຄ່າ 15 ລ້ານກີບ ເພື່ອຊຸກຍູ້ສົ່ງເສີມການພັດທະນາວຽກງານຂ່າວສານລົງສູ່ທ້ອງຖິ່ນຮາກຖານໃຫ້ທົ່ວເຖິງ ສາມາດຮັບປະກັນໄດ້ຂໍ້ມູນຂ່າວສານຈາກສູນກາງ ແລະ ທ້ອງຖິ່ນ ເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນ ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ພະແນກ ຖວທ ແຂວງ ໄຊຍະບູລີ ກ່າວມອບໂດຍທ່ານ ນາງ ບົວຈັນ ພັນທະວົງ ຫົວໜ້າພະແນກ ຖວທ ແຂວງໄຊຍະບູລີ ແລະ ຮັັັັັັັບໂດຍທ່ານ ສີສະຫວັນ ສຸກສະຫວັນ ຮອງເຈົ້າເມືອງທົ່ງມີໄຊ ເຊິ່ງມີຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສີສະຫວັນ ສຸກສະຫວັນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ພະແນກ ຖວທ ແຂວງ ທີ່ໄດ້ໃຫ້ການຊ່ວຍເຫຼືອໂທລະໂຄ່ງ ແລະ ຈະນໍາໃຊ້ເຄື່ອງອຸປະກອນໂທລະໂຄ່ງຊຸດນີ້ໃຫ້ເກີດປະສິດທິຜົນ ໃນການເປັນກະບອກສຽງໂຄສະນາບັນດາຂໍ້ມູນຂ່າວສານດ້ານຕ່າງໆໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ.

. # ຂ່າວ – ພາບ : ລັດເວລາ