ກົມສິ່ງແວດລ້ອມ ເປັນຕົວແບບລິເລີ່ມໃນການຫຼຸດຜ່ອນປລາສຕິກທີ່ນໍາໃຊ້ເທື່ອດຽວ

   ໃນຕອນເຊົ້າວັນທີ 27 ມັງກອນ 2022 ທີ່ຫ້ອງປະຊຸມໃຫຍ່ ກົມສິ່ງແວດລ້ອມ (ກສລ) ພະແນກສົ່ງເສີມສິ່ງແວດລ້ອມ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບບັນດາພະແນກອ້ອມຂ້າງ ກສລ ໂດຍການເປັນປະທານຂອງທ່ານ ວິລະພົນ ນວນແສງສີ ຮອງຫົວໜ້າກົມສິ່ງແວດລ້ອມ ມີຄະນະພະແນກ ແລະ ວິຊາການພາຍໃນ ກສລ ເຂົ້າຮ່ວມ. 

    ກອງປະຊຸມໄດ້ຈັດຂຶ້ນເພື່ອປຶກສາຫາລືໃນການຈັດຕັ້ງປະຕິບັດແຈ້ງການຂອງ ກສລ ກ່ຽວກັບການຫຼຸດຜ່ອນປລາສຕິກທີ່ນໍາໃຊ້ເທື່ອດຽວໃນກອງປະຊຸມ ພ້ອມທັງເປັນແບບຢ່າງໃຫ້ແກ່ກົມກອງອື່ນພາຍໃນ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ກໍຄືພາກສ່ວນອື່ນໆ ກອງປະຊຸມໄດ້ຮັບຟັງການຈັດຕັ້ງປະຕິບັດໃນການເຜີຍແຜ່ ແລະ ເຝິກອົບຮົມຄູ່ມືແນະນໍາການຈັດຕັ້ງປະຕິບັດໂຄງການຕົວແບບໃນການຫຼຸດຜ່ອນປລາສຕິກທີ່ນໍາໃຊ້ເທື່ອດຽວໃນທີ່ປະຊຸມ ໃຫ້ແກ່ພາກສ່ວນທີ່ເຂົ້າຮ່ວມໂຄງການໃນເດືອນທັນວາ 2021 ຜ່ານມາ ກົມສິ່ງແວດລ້ອມ ເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນຂອງວຽກງານດັ່ງກ່າວ ຈຶ່ງໄດ້ອອກແຈ້ງການສະເພາະພາຍໃນ ກສລ ເພື່ອໃຫ້ບັນດາພະແນກພາຍໃນ ກສລ ມີຄວາມຕື່ນຕົວ ແລະ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບຜົນດີ ກອງປະຊຸມໄດ້ປຶກສາຫາລືເພື່ອວາງແຜນຮ່ວມກັນໃນການຫຼຸດຜ່ອນປລາສຕິກ ໂດຍສະເພາະພະແນກວິຊາການທີ່ມີການຈັດປະຊຸມເປັນປະຈໍາ ຕ້ອງໄດ້ມີການປະສານສົມທົບກັບຜູ້ຮັບຜິດຊອບກອງປະຊຸມ ເພື່ອຕິດຕາມກວດກາບັນດາເຄື່ອງຮັບໃຊ້ກອງປະຊຸມ ເປັນຕົ້ນແມ່ນການຫຼຸດຜ່ອນການນໍາໃຊ້ກະຕຸກນໍ້າດື່ມປລາສຕິກຂະໜາດນ້ອຍ ກາເຟຊອງ ເຂົ້າໜົມທີ່ຫຸ້ມຫໍ່ດ້ວຍຖົງປລາສຕິກ ແລະ ອື່ນໆ ກອງປະຊຸມເຫັນດີເປັນເອກກະພາບໃນການຈັດຕັ້ງປະຕິບັດແຈ້ງການດັ່ງກ່າວຮ່ວມກັນ ເຫັນດີໃຫ້ພະແນກຄຸ້ມຄອງຂໍ້ມູນສິ່ງແວດລ້ອມ ແຈ້ງເຖິງບັນດາພະແນກອ້ອມຂ້າງກົມເພື່ອຈັດຕັ້ງປະຕິບັດແຈ້ງການດັ່ງກ່າວ ແລະ ໃຫ້ພະແນກສົ່ງເສີມສິ່ງແວດລ້ອມເປັນເຈົ້າການໃນການຕິດຕາມກວດກາເພື່ອປະເມີນການຈັດຕັ້ງປະຕິບັດ ແລະ ລາຍງານໃຫ້ແກ່ຄະນະນໍາກົມສິ່ງແວດລ້ອມ.

.# ຂ່າວ & ພາບ : ເພັດສະໝອນ

error: Content is protected !!