ຜັນຂະຫຍາຍແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ

    ພິທີເຊັນສັນຍາ ວ່າດ້ວຍການທົດລອງດຳເນີນທຸລະກິດຊັບສິນດິຈິຕ໋ອນ ລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຕາງໜ້າໂດຍກົມເຕັກໂນໂລຊີດິຈິຕ໋ອນ ແລະ ບໍລິສັດ ລາວ ວີໄອພີ ພັດທະນາການລົງທຶນ ຈໍາກັດ ຜູ້ດຽວ ຈັດຂຶ້ນວັນທີ 27 ມັງກອນ 2022 ທີ່ ກຕສ ໂດຍການລົງນາມຂອງທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ ກຕສ ແລະ ທ່ານ ນາງ ວິພາພອນ ກອນສິນ ປະທານບໍລິສັດ ບໍລິສັດ ລາວ ວີໄອພີ ພັດທະນາການລົງທຶນ ຈໍາກັດຜູ້ດຽວ ມີທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກຕສ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

    ການເຊັນສັນຍາຄັ້ງນີ້ ເພື່ອຜັນຂະຫຍາຍຕາມທິດຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການທົດລອງຂຸດຄົ້ນຊັບສິນດິຈິຕ໋ອນ ຢູ່ ສປປ ລາວ ກໍຄືການຈັດຕັ້ງຜັນຂະຫຍາຍແຜນວິໄສທັດ ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດທີ່ທາງສະພາແຫ່ງຊາດຫາກໍໄດ້ຮັບຮອງຜ່ານມາ.

    ໃນພິທີດັ່ງກ່າວ ບໍລິສັດ ລາວ ວີໄອພີ ພັດທະນາການລົງທຶນ ຈໍາກັດຜູ້ດຽວ ໄດ້ມອບພັນທະຄ່າລິຂະສິດໃບອະນຸຍາດດຳເນີນທຸລະກຳຂຸດຄົ້ນຊັບສິນດິຈິຕ໋ອນ ຈໍານວນ 500.000 ໂດລາສະຫະລັດ ໃຫ້ແກ່ລັດຖະບານ ນອກນີ້ ທາງບໍລິສັດໄດ້ມີນໍ້າໃຈປະກອບສ່ວນມອບເງິນສະໜັບສະໜູນໃຫ້ແກ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈໍານວນ 500.000.000 ກີບ ເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານຄຸ້ມຄອງການເຮັດທົດລອງຊັບສິນດິຈິຕ໋ອນ ຢູ່ ສປປ ລາວ.

. # ຂ່າວ – ພາບ :  ຂັນທະວີ

error: Content is protected !!