ເອກອັກຄະລາຊະທູດໄທປະຈຳລາວ ພ້ອມຄະນະ ຢ້ຽມຢາມດ່ານສາກົນສິນຄ້າທ່າບົກທ່ານາແລ້ງ

    ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະລາຊະທູດແຫ່ງລາຊະອານາຈັກໄທ ປະຈຳລາວ ພ້ອມຄະນະ ໄດ້ຢ້ຽມຢາມດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວັນທີ 26 ມັງກອນ 2022 ເພື່ອຕິດຕາມເກັບກຳຂໍ້ມູນ ແລະ ເພື່ອເປັນການຮ່ວມມືຂົນສົ່ງສິນຄ້າຂ້າມແດນລະຫວ່າງ ສປປ ລາວ ກັບລາຊະອານາຈັກໄທ ໂດຍການຕ້ອນຮັບຂອງທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຈິສຕິກ ພາກ ຈຳກັດ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ທ່ານ ສີລາ ວຽງແກ້ວ ຮອງປະທານກຳມະການບໍລິຫານການຄ້າ ແລະ ລະບຽບການບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການໃຫຍ່ ທ່າບົກທ່ານາແລ້ງ ພ້ອມດ້ວຍພະນັກງານຫຼັກແຫຼງຂອງບໍລິສັດ. 

    ການຢ້ຽມຢາມຄັ້ງນີ້ ສອງຝ່າຍຍັງໄດ້ປືກສາຫາລືກ່ຽວກັບການຮ່ວມມືດ້ານຕ່າງໆ ເພື່ອກຽມຄວາມພ້ອມຮອງຮັບສິນຄ້າຜ່ານແດນໃນອະນາຄົດ ລະຫວ່າງລາວ-ໄທ ຜ່ານຂົວມິດຕະພາບແຫ່ງທີ 1 ນະຄອນຫຼວງວຽງຈັນ-ໜອງຄາຍ. 

    ໂອກາດດັ່ງກ່າວ ທ່ານ ຈັນທອນ ສິດທິໄຊ ໄດ້ກ່າວສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຂອງທ່ານເອກອັກຄະລາຊະທູດແຫ່ງລາຊະອານາຈັກໄທ ປະຈຳລາວ ພ້ອມດ້ວຍຄະນະ ເຊິ່ງຜ່ານມາ ພວກເຮົາກັບສະຖານທູດແຫ່ງລາຊະອານາຈັກໄທ ກໍ່ໄດ້ມີການປະສານງານພົວພັນຮ່ວມມືກັນຢູ່ຕະຫຼອດ ວ່າເຮັດແນວໃດໃນການວາງແຜນຮ່ວມມືກັນລະຫວ່າງຊາຍແດນສິນຄ້າຂອງ ສປປ ລາວ ກັບ ໄທ ເພາະມາຮອດປັດຈຸບັນ ມີສິນຄ້າຈາກ ສປ ຈີນ ໄປໄທ ກໍ່ຫຼາຍ ແລະ ຈາກໄທໄປຈີນກໍຫຼາຍເຊັ່ນກັນ ສະນັ້ນ ການອຳນວຍຄວາມສະດວກໃຫ້ສິນຄ້າຂອງໄທຜ່ານແດນຂອງ ສປປ ລາວ ໄປ ສປ ຈີນ ພວກເຮົາກໍໄດ້ມີການຊ່ວຍຊຸກຍູ້ ແກ້ໄຂ ໂດຍສະເພາະທາງດ້ານເອກະສານ ເພື່ອໃຫ້ສາມາດສົ່ງອອກໄດ້ ແລະ ສ້າງໃຫ້ມີບັນຍາກາດການຂົນສົ່ງສິນຄ້າຜ່ານທາງລົດໄຟ ລາວ-ຈີນ ພ້ອມນັ້ນ ໄດ້ຊີ້ແຈງກ່ຽວກັບເລື່ອງການເຊື່ອມໂຍງ ທີ່ຜ່ານມາ ຄະນະບໍລິຫານໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ກໍໄດ້ພະຍາຍາມໃຫ້ຂໍ້ມູນກັບນັກທຸລະກິດໄທ ໃຫ້ຄວາມຊ່ວຍເຫຼືອມາຕະຫຼອດ ໂດຍສະເພາະ ຂັ້ນຕອນການຂົນສົ່ງທີ່ພົບຄວາມຫຍຸ້ງຍາກ ແລະ ການສົ່ງຜ່ານສິນຄ້າຜ່ານແດນພວກເຮົາບໍ່ໄດ້ຈຳກັດ ສາມາດຜ່ານແດນ ສປປ ລາວ ໄປໄດ້ທຸກປະພດສິນຄ້າທີ່ລັດຖະບານອະນຸມັດ ເພາະຍຸດທະສາດລັດຖະບານລາວ ຄືຫັນປະເທດລາວຈາກປະເທດ Land Lock ສູ່ປະເທດ Land Link ບໍລິການຂົນສົ່ງສິນຄ້າຜ່ານແດນ ແລະ ເປັນຈຸດເຊື່ອມໂຍງການຂົນສົ່ງຜ່ານແດນຂອງສິນຄ້າ. 

    ຕອນທ້າຍ ທ່ານເອກອັກຄະລາຊະທູດແຫ່ງລາຊະອານາຈັກໄທ ພ້ອມຄະນະ ໄດ້ຢ້ຽມຢາມເບິ່ງຫ້ອງການເຮັດວຽກ ລະບົບປະຕິບັດການຂອງດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ຫ້ອງການແຈ້ງພາສີການກໍ່ສ້າງລາງລົດໄຟລາວ-ຈີນ ເພື່ອມາຄູ່ຂະໜານກັບລົດໄຟ ລາວ-ໄທ ພ້ອມທັງເບິ່ງເສັ້ນທາງຈຸດຂົວມິດຕະພາບ ເຊື່ອມຕໍ່ເຂົ້າຫາດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ການຢ້ຽມຢາມໃນຄັ້ງນີ້ ທ່ານເອກອັກຄະລາຊະທູດໄດ້ສະແດງຄວາມຂອບໃຈຕໍ່ຄະນະບໍລິຫານບໍລິສັດ ວຽງຈັນໂລຈິສຕິກ ພາກ ທີ່ໄດ້ອະທິບາຍໃຫ້ຂໍ້ມູນລາຍລະອຽດກ່ຽວກັບການພັດທະນາໂຄງການດັ່ງກ່າວ ເພື່ອຈະເອົາຂໍ້ມູນ ແລະ ການໄດ້ລົງມາຢ້ຽມຢາມຕົວຈິງຄັ້ງນີ້ ສົ່ງຕໍ່ ບອກຕໍ່ຂໍ້ມູນໃຫ້ພາກສ່ວນທີ່ກ່ຽວຂ້ອງຕ່າງໆຂອງໄທໃຫ້ຮູ້ວ່າໂຄງການນີ້ເປັນແນວໃດ ເພື່ອຫາລືການຮ່ວມມືກັນໃນຕໍ່ໜ້າ.

 .# ຂ່າວ & ພາບ : ຂັນທະວີ

error: Content is protected !!