
ດົນເຕີບແລ້ວ ທີ່ທາງກະຊວງສາທາໄດ້ອອກຄຳແນະນຳ ແລະ ຂໍ້ຫ້າມແກ່ພວກຂາຍສິນຄ້າອອນລາຍ ທີ່ອາໄສສື່ສານທາງອິນເຕິເນັດ ເປັນເຄື່ອງມືໂຄສະນາ ແຕ່ປັດຈຸບັນກໍຍັງປາກົດມີໃຫ້ເຫັນຢູ່ຕາມໜ້າເຟສບຸກ ແລະ ກໍມີສຽງຈົ່ມຈາກຜູ້ຊື້ໃຊ້ ໂດຍສະເພາະ ກໍແມ່ນຢາຊະນິດຕ່າງໆ ຫຼື ອາຫານເສີມ ຜູ້ຊື້ໃຊ້ຈຳນວນໜຶ່ງບອກວ່າໃຊ້ຕາມກຳນົດແລ້ວ ກໍຍັງຄືເກົ່ານີ້ຄືຫາງສຽງທີ່ບໍ່ຄວນລະເລີຍ ເພາະສັງຄົມເສຍຫາຍໂດຍລວມ.
ພວກເຮົາສາມາດສັງເກດໄດ້ວ່າ ເຫັນເກືອບທຸກມື້ ກໍຄື ຢາປົວລິດສີດວງ ຢາແຂ້ວຂາວ…ພວກເຮົາລອງຄິດໃຫ້ດີໆເບິ່ງວ່າ ຖ້າດີແທ້ຜູ້ຊົມໃຊ້ກໍຄົງອອກປາກເອງແລ້ວ ເຊິ່ງບາງທີ່ບາງຄົນຊື້ໃຊ້ບໍ່ດີ ເສຍເງິນໄປແລ້ວ ກໍປິດປາກງຽບ ຢ້ານເສຍປຽບ ຫຼື ບໍ່ດັ່ງນັ້ນ ກໍແມ່ນລູກໂສ້ຂາເຊີຍ ຊຸກເຊື່ອງຊ່ວຍເຊຍກັນໃຫ້ຫຼົງເຊື່ອ ແຕ່ຖ້າວ່າສິນຄ້າດີແທ້ ກໍຖືວ່າດີໄປ ຖ້າວ່າບໍ່ດີ ຕາມໂຄສະນາແທ້ ຫຼື ການຈັດຕັ້ງກ່ຽວຂ້ອງ ຄວນກວດເຊັກ ເຮັດແບບຝ່າຍອາຫານລົງກວດກາຕາມຕະຫຼາດແບບນີ້ດີທີ່ສຸດ ຖ້າວ່າການຈັດຕັ້ງກວດກາປະຈຳ ເອົາໃຈໃສ່ເຂັ້ມງວດ ຍ່ອມເປັນການດີ ບໍ່ໃຫ້ຄົນໃນສັງຄົມຫຼົງເຊື່ອ ເສຍເງິນຍ້ອນພວກນັກເລງມືບອນໂພສຂຶ້ນໜ້າເຟສບຸກ.
ພວກເຮົາຄວນຮູ້ທັນກົນລະຍຸດ ໂຄສະນາຊວນເຊື່ອຂອງພວກຂາຍສິນຄ້າອອນລາຍບາງກຸ່ມ ທີ່ຍູ້ ຫຼື ກະຕຸ້ນໃຫ້ພວກສະໝຸນກົດໄລ ແລະ ກົດແຊ ສ້າງເຄືອຄ່າຍຢ່າງກວ້າງຂວາງ ສົມມຸດວ່າ: ມີສິນຄ້າໜຶ່ງຈະໂຄສະນາທາງສື່ສັງຄົມອອນລາຍມີກາ ຫຼື ໃບອະນຸຍາດຈາກການຈັດຕັ້ງກ່ຽວຂ້ອງ ຄົງຈະດີບໍ່ໜ້ອຍ ເອົາບົດຮຽນຮ້ານຂາຍຢາທີ່ມີປາຕັງລາຍເຊັນກ່ອນຈຶ່ງເປີດຮ້ານຂາຍໄດ້ ເພື່ອປ້ອງກັນບໍ່ໃຫ້ສັງຄົມເປັນເຫຍື່ອພວກສິບແປດມຸງກຸດ ຫຼື ຫາກິນງ່າຍເກີນໄປ ເພາະວ່າຖ້າຫາກບໍ່ມີໃຜກວດສອບ ຫຼື ຕິດຕາມເອົາເລື່ອງພວກຫົວຫຼອກລວງ ຍິ່ງຫາກິນງ່າຍ.
ຜູ້ຂຽນຈຶ່ງຂໍຝາກໃຫ້ທ່ານຜູ້ອ່ານ ຫຼື ການຈັດຕັ້ງກ່ຽວຂ້ອງພິຈາລະນາຕື່ມເບິ່ງວ່າ ສິນຄ້າອອນລາຍນັ້ນ ບາງຊະນິດກໍດີແທ້ ວ່ອງໄວ ຊື່ສັດຕໍ່ລູກຄ້າ ແຕ່ບາງກຸ່ມບາງພວກພັດບໍ່ສົນ ຂໍແຕ່ເຈົ້າໂອນເງິນໃຫ້ກ່ອນແລ້ວກໍພໍ ເຊິ່ງບາງທີບໍ່ຖືກສະເປັກຕາມສັ່ງກໍບໍ່ສົນ ເພາະເຈົ້າຈ່າຍລະເດ !
ສະເໜີແລກປ່ຽນນຳກັນເບິ່ງ !
ໂດຍ: ດັ້ນກີບເມກ