ທ່ານ ກົງສະຫວັດ ສີສົມບັດ ເຈົ້າຂອງໂຮງງານລູກຊີ້ນສີສົມບັດ ໃຫ້ສຳພາດວັນທີ 9 ພຶດສະພາ 2020 ວ່າ: ຜະລິດຕະພັນຂອງໂຮງງານ ນອກຈາກຈະສາມາດຕີຕະຫຼາດລູກຄ້າທາງພາກເໜືອໄດ້ເປັນສ່ວນໃຫຍ່ແລ້ວ ໂຮງງານກໍຍັງໄດ້ຂະຫຍາຍຕະຫຼາດ ໂດຍການຂາຍຜ່ານທາງອອນລາຍ ເຊິ່ງໄດ້ການຕອບ-ຮັບເປັນຢ່າງດີຈາກລູກຄ້າ ສະແດງອອກຈາກຍອດການສັ່ງຊື້ເພີ່ມຂຶ້ນເລື້ອຍໆ ເຖິງວ່າສະພາບເສດຖະກິດມີຄວາມຫຍຸ້ງຍາກ ໂດຍສະເພາະ ໄລຍະການລະບາດຂອງພະຍາດ COVID-19 ກໍບໍ່ກະທົບກັບຜະລິດຕະພັນຂອງໂຮງງານ ເນື່ອງຈາກລູກຄ້າມີຄວາມໝັ້ນໃຈໃນຄຸນນະພາບ ເນື່ອງຈາກໂຮງງານໄດ້ເນັ້ນເປັນພິເສດເຖິງຄວາມສະອາດ ສົດໃໝ່ ແລະ ຣົດຊາດທີ່ແຊບ ໂດຍລູກຊີ້ນ ແລະ ຢໍ່ຂອງໂຮງງານແມ່ນໄດ້ຮັບການກວດເຖິງຄວາມສະອາດ ແລະ ມາດຕະຖານໃນທຸກອາທິດຈາກຂະແໜງການກ່ຽວຂ້ອງ ແລະ ສາມາດຜະລິດໄດ້ຕາມທີ່ລູກຄ້າສັ່ງ.

ສຳລັບລູກຊີ້ນເປັນລູກຊີ້ນງົວ ມີຍອດສັ່ງຊື້ບໍ່ຕ່ຳກວ່າ 600 ກິໂລຕໍ່ວັນ ໃນລາຄາແຕ່ 16.000-35.000 ກີບ ເຊິ່ງແມ່ນລາຄາທີ່ໂຮງງານປັບລົງ ເນື່ອງຈາກສະພາບເສດຖະກິດຫຍຸ້ງຍາກ ເພື່ອໃຫ້ລູກຄ້າສາມາດເຂົ້າເຖິງໄດ້ ແລະ ອີກຜະລິດຕະພັນໜຶ່ງແມ່ນຢໍ່ໝູ ມີຍອດສັ່ງນັບມື້ນັບເພີ່ມຂຶ້ນ ເຊິ່ງຂາຍໃນລາຄາໂຮງງານໃຫ້ລູກຄ້າທີ່ເປັນຕົວແທນຈຳໜ່າຍ 18.000 ກີບຕໍ່ກິໂລ ແຕ່ຂາຍທົ່ວໄປ 25.000 ກີບ ເຖິງວ່າຈະມີການປັບລາຄາຕ່ຳລົງກໍຕາມ ແຕ່ຄຸນນະພາບຂອງຜະລິດຕະພັນຍັງຮັກສາຄືເກົ່າ ແລະ ຣົດຊາດແຊບຄົງເດີມ ເນື່ອງຈາກໄດ້ນຳໃຊ້ວັດຖຸດິບ ແລະ ສ່ວນປະກອບຕ່າງໆທີ່ສາມາດຮັບປະກັນໄດ້ຄຸນະພາບ ມາດຕະຖານ ເຊິ່ງສັ່ງຈາກບໍລິສັດຊີພີເປັນສ່ວນໃຫຍ່ ແລະ ອີກສ່ວນໜຶ່ງໄດ້ນຳເຂົ້າຈາກປະເທດເພື່ອນບ້ານ.

ທ່ານ ກົງສະຫວັດ ສີສົມບັດ ກ່າວຕື່ມອີກວ່າ: ຫາກລູກຄ້າທ່ານໃດສົນໃຈຜະລິດຕະພັນຂອງພວກເຮົາ ສາມາດສັ່ງເຂົ້າມາໄດ້ເລື້ອຍໆ ເພາະໂຮງງານຂອງເຮົາຜະລິດສົດໃໝ່ທຸກວັນ ແລະ ຮັບປະກັນວ່າຣົດຊາດແຊບ ມີຄຸນນະພາບ ໄດ້ມາດຕະຖານ ລູກຄ້າສາມາດມາຊື້ໄດ້ຢູ່ໂຮງງານ ຕັ້ງຢູ່ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຫຼື ສັ່ງຊື້ຜ່ານທາງອອນລາຍກັບເຟສບຸກໂຮງງານສີສົມບັດລາຊາລູກຊີ້ນ ໂດຍມີຊື່ ທີ່ຢູ່ ເບີຕິດຕໍ່ ແລະ ລາຍລະອຽດໃຫ້ພວກເຮົາພ້ອມສົ່ງໃຫ້ລູກຄ້າເຖິງທີ່ ເພື່ອສ້າງຄວາມສະດວກໃຫ້ລູກຄ້າຫຼາຍຂຶ້ນ ນອກນີ້ທາງໂຮງງານກໍຍັງຮັບຕົວແທນຈຳໜ່າຍທົ່ວປະເທດອີກດ້ວຍ.


# ພາບ & ຂ່າວ: ຂັນທະວີ