ສະຫະພັນບານເຕະສາກົນ (FIFA) ປັບກົດລະບຽບການປ່ຽນຕົວຜູ້ຫຼິ້ນໃນວົງການບານເຕະລະດັບຕ່າງໆທົ່ວໂລກ ໃຫ້ສາມາດປ່ຽນຕົວນັກເຕະເພີ່ມຈາກ 3 ຄົນ ເປັນ 5 ຄົນຊົ່ວຄາວ ໃນໄລຍະທີ່ການແຂ່ງຂັນລະດັບລີກ ແລະ ຫຼາຍລາຍການທົ່ວໂລກ ຈະກັບມາແຂ່ງຂັນເພື່ອໃຫ້ຈົບລະດູການ ຫຼື ເລີ່ມລີກລະດູການໃໝ່ ທ່າມກາງຄວາມສ່ຽງຕິດພະຍາດ COVID-19.

ເພື່ອເປັນການຫຼຸດຜ່ອນຄວາມສ່ຽງນັກເຕະເຈັບ ແລະ ຮ່າງກາຍອ່ອນແຮງ ເນື່ອງຈາກການແຂ່ງຂັນທີ່ອາດຖີ່ຂຶ້ນ (3 ວັນເຕະ 1 ນັດ) ເພື່ອໃຫ້ສຳເລັດຕາມກຳນົດ ພ້ອມນີ້ກໍແນະນຳການໃຊ້ VAR ການເບິ່ງຄືນວິດີໂອຊ່ວຍຜູ້ຕັດສິນ ກໍຢາກໃຫ້ຕັດອອກໄປກ່ອນໄລຍະນີ້ ເພື່ອຄວາມປອດໄພຂອງທີມງານຜູ້ຕັດສິນທີ່ຢູ່ໃນຫ້ອງປະຕິບັດງານຄັບແຄບ ແຕ່ຫາງສຽງຂອງກອງເຊຍບານສ່ວນຫຼາຍຍັງຕ້ອງ ການຢາກໃຫ້ໃຊ້ VAR ຕໍ່ໄປ ເພາະຊ່ວຍການຕັດສິນອອກມາແຈ່ມແຈ້ງຂຶ້ນ ສ່ວນຫ້ອງປະຕິບັດງານ ກອງເຊຍບານສະເໜີໃຫ້ປັບຫ້ອງໃຫ້ກວ້າງຂຶ້ນ ເວັ້ນໄລຍະຫ່າງ ໃສ່ຜ້າອັດປາກ-ອັດດັງ ແລະ ມາດຕະ ການຄວາມປອດໄພຕ່າງໆ.
ປັດຈຸບັນການແຂ່ງຂັນຫຼາຍລີກທົ່ວໂລກ ໂຈະການແຂ່ງຂັນຊົ່ວຄາວ ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ລີກຊັ້ນນຳຂອງເອີຣົບຈຳນວນໜຶ່ງຍົກເລີກ ແລະ ຕັດຈົບການແຂ່ງຂັນທີ່ເຫຼືອ ເຊັ່ນ: ໂຮນລັງ ແລະ ຝຣັ່ງ ຂະນະທີ່ ພຣີເມຍລີກ ອັງກິດ ເຊຣີອາ ອີຕາລີ ແລະ ລາລີກ້າ ແອັດສະປາຍ ອາດກັບມາແຂ່ງຂັນໃນເດືອນມິຖຸນານີ້ ສ່ວນ ບຸນເດັສລີກ້າ ເຢຍລະມັນ ຈະກັບມາແຂ່ງຂັນ ວັນທີ 16 ພຶດສະພາ 2020.