ຂໍ້ມູນຈາກສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃຫ້ຮູ້ວ່າ: ວັນທີ 8 ພຶດສະພາ 2020 ສະຫະພັນບານເຕະອາຊີ (AFC) ໄດ້ສົ່ງໜັງສືແຈ້ງມາຍັງບັນດາສະຫະພັນບານເຕະຂອງແຕ່ລະປະເທດ ທີ່ຜ່ານເຂົ້າຮອບສຸດທ້າຍການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ (U-19) ຢູ່ປະເທດອຸດເບກິສຖານ ວັນທີ 14-31 ຕຸລາ 2020 ແລະ ການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 16 ປີ (U-16) ຮອບສຸດທ້າຍ ຢູ່ປະເທດບາເຣນ ວັນທີ 16 ກັນຍາ-3 ຕຸລາ 2020 ເຊິ່ງການຈັບສະຫຼາກຈະຈັດຂຶ້ນວັນທີ 18 ມິຖຸນາ 2020 ຢູ່ສຳນັກງານໃຫຍ່ AFC ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ.

ສຳລັບທີມຊາດລາວ U-19 ຊຸດສ້າງປະຫວັດສາດຜ່ານເຂົ້າຮອບສຸດທ້າຍການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ U-19 ໃນຮອບ 46 ປີ (ນັບແຕ່ປີ 1974) ໃນຖານະອັນດັບ 2 ທີ່ມີຄະແນນດີທີ່ສຸດໃນຮອບຄັດເລືອກ ໂດຍເປັນອັນດັບ 2 ກຸ່ມ H ຈາກຜົນງານ 3 ນັດ ຊະນະ 2 ນັດ ສະເໝີ 1 ນັດ ມີ 7 ຄະແນນ (ສະເໝີອົດສະຕຣາລີ 2-2 ປະຕູ ຊະນະ ໄຕ້ຫວັນ 2-1 ປະຕູ ຊະນະ ມາເກົ້າ 6-0 ປະຕູ).
ສ່ວນ 16 ທີມ ທີ່ຜ່ານເຂົ້າຮອບສຸດທ້າຍການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ U-19 ປະກອບມີ: ອຸດເບກິສຖານ (ເຈົ້າພາບ) ອັນດັບ 1 ກຸ່ມ A-K ມີ: ອີຣັກ ກາຕ້າ ທາຈີກິສຖານ ອີຣານ ບາເຣນ ຊາອຸດິອາຣາບີ ມາເລເຊຍ ອົດສະຕາລີ ສ ເກົາຫຼີ ຍີ່ປຸ່ນ ອິນໂດເນເຊຍ ແລະ ອັນດັບ 2 ດີທີ່ສຸດ 4 ທີມ ປະກອບມີ: ລາວ ຫວຽດນາມ ເຢເມນ ແລະ ກຳປູເຈຍ.