ວັກຊີນ 2 ແສນໂດສ ຈາກ ສປ ຈີນ ມາເຖິງ ສປປ ລາວ ແລ້ວ

    ພິທີມອບ-ຮັບ ວັກຊີນປ້ອງກັນພະຍາດໂຄວິດ-19 ໂດຍການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໃຫ້ແກ່ລັດຖະບານ ສປປ ລາວ ຈັດຂຶ້ນວັນທີ 25 ມັງກອນ 2022 ທີ່ສະໜາມບິນສາກົນວັດໄຕ ກ່າວມອບໂດຍທ່ານ ຈ່ຽງ ຈ້າຍ ຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ສປ ຈີນ ປະຈໍາລາວ ແລະ ກ່າວຮັບໂດຍທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຫົວໜ້າກົມ ຮອງກົມ ຈາກກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ລັດຖະບານ ແລະ ປະຊາຊົນ ສປ ຈີນ ໃຫ້ການສະໜັບສະໜູນຊ່ວຍເຫຼືອວັກຊິນ ແລະ ອຸປະກອນການແພດໃຫ້ແກ່ ສປປ ລາວ ຄັ້ງນີ້ ເປັນຄັ້ງທີ 8 ປະກອບມີວັກຊີນຈໍານວນ 1,5 ລ້ານໂດສ ພ້ອມດ້ວຍເຂັມສັກຢາ ພ້ອມນັ້ນ ແຂວງຢຸນນານຍັງເປັນຜູ້ສະໜອງວັກຊິນໃຫ້ແກ່ບັນດາແຂວງພາກເໜືອຂອງລາວ ຈໍານວນ 5 ແສນໂດສ ລວມທັງໝົດເປັນ 2 ລ້ານໂດສ ເພື່ອໃຫ້ ສປປ ລາວ ນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19.

    # ຂ່າວ & ພາບ : ຂັນທະວີ

error: Content is protected !!