ເທສະການອາຫານລາວ 2022 ມີຫຼາຍກວ່າ 100 ຮ້ານເຂົ້າຮ່ວມ

    ພິທີເປີດງານເທສະການອາຫານລາວປີ 2022 ພາຍໃຕ້ຄຳຂວັນ “ຕາມວິຖີຊີວິດປົກກະຕິແບບໃໝ່” ຈັດຂຶ້ນລະຫວ່າງວັນທີ 25-29 ມັງກອນ 2022 ທີ່ສວນເຈົ້າອະນຸວົງ (ແຄມຂອງ) ເປັນປະທານຂອງທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ປະທານຄະນະກຳມາທິການຈັດງານເທດສະການອຫານລາວ ເປັນກຽດເຂົ້າຮ່ວມຂອງທ່ານນາງ ນາລີ ສີສຸລິດ ພັນລະຍາຂອງທ່ານປະທານປະເທດ ທ່ານນາງ ສີຈັນ ວິພາວັນ ພັນລະຍາທ່ານນາຍົກລັດຖະມົນຕີ ທ່ານນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພັນລະຍາທ່ານເອກອັກຄະລັດຖະທູດ ທູຕານຸທູດຕ່າງປະເທດປະຈໍາລາວ ແລະ ແຂກຖືກເຊີນ. 

    ທ່ານ ຈັນທະຈອນ ວົງໄຊ ກ່າວວ່າ  ເພື່ອສ້າງແນວຄວາມຄິດກ່ຽວກັບການອະນຸຮັກອາຫານການກິນ ການດຳລົງຊີວິດໃຫ້ເປັນແບບວັດທະນະທຳ   ຮີດຄອງປະເພນີຂອງຄົນລາວ  ໃຫ້ສາມາດຢູ່ກັບສັງຄົມໃນສະພາບການວິຖີຊີວິດປົກກະຕິແບບໃໝ່ໄດ້ຢ່າງປອດໄພ ສືບຕໍ່ຊຸກຍູ້ສົ່ງເສີມແມ່ຍິງຜູ້ຜະລິດ ຜູ້ປູກຝັງລ້ຽງສັດທີ່ປຸງແຕ່ງອາຫານ ຮ້ານຂາຍຍ່ອຍຈາກຕ່າງແຂວງ ນະຄອນຫຼວງວຽງຈັນ ໄດ້ມາວາງສະແດງ ແລະ ສາມາດສັ່ງ ແລະ ຈັດສົ່ງສິນຄ້າຄ້າໃຫ້ທົ່ວເຖິງໃນສັງຄົມໃນຍຸກປັດຈຸບັນໄດ້ຢ່າງຄ່ອງຕົວ ເພື່ອປຸກລະດົມຜູ້ປະກອບການແມ່ຍິງໃນການຜະລິດເປັນສິນຄ້າ ໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງວາງໃນຂອບເຂດທົ່ວປະເທດ ເພື່ອສົ່ງເສີມການທ່ອງທ່ຽວລາວໄປຄຽງຄູ່ກັບການຮັກສາສຸຂະພາບ ເພື່ອເປັນການລະດົມໃຫ້ຜູ້ປະກອບການແມ່ຍິງຫຼຸດຜ່ອນການນໍາໃຊ້ຖົງຢາງ ແລະ ຫັນມານຳໃຊ້ວັດຖຸດິບປອດສານພິດເຂົ້າໃນການປຸງແຕ່ງອາຫານ. 

    ງານເທດສະການອາຫານລາວຄັ້ງນີ້ ເລີ່ມແຕ່ວັນທີ 25-29 ມັງກອນ ເປີດແຕ່ເວລາ 9-21 ໂມງພ້ອມກັນນັ້ນ ກໍໄດ້ປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງກ່ຽວກັບມາດຕະການປ້ອງກັນພະຍາດໂຄວິດ-19 ເພື່ອຮັກສາໄລຍະທາງສັງຄົມ ໂດຍສະເພາະຢູ່ໃນນະຄອນຫຼວວຽງຈັນ ສະນັ້ນ ຈຶ່ງໄດ້ຄັດຈ້ອນຈຳນວນຮ້ານຂາຍຈາກ 200 ຮ້ານໃຫ້ມີພຽງ 120 ຮ້ານ ໃນນັ້ນ ມີຮ້ານອາຫານລາວ 107 ຮ້ານ ຮ້ານຂາຍເຄື່ອງຫັດຖະກຳມີ 13 ຮ້ານ ເຊິ່ງເປັນສິນຄ້າພາຍໃນປະເທດ. 

    ນອກຈາກນີ້ ພາຍໃນງານຍັງມີກິດຈະກຳຫຼາຍຢ່າງຄື ໃນວັນທີ 28-29 ມີກິດຈະກຳໂຄສະນາສິນຄ້າຂອງບໍລິສັດ ທະນາຄານຕ່າງໆທີ່ສະໜັບສະໜູນງານ ຈັດໃຫ້ມີບ້ານອາຫານລາວເອກະລັກ ເພື່ອແຂກທີ່ມາທ່ຽວງານສາມາດຊີມ ຊື້ ແລະ ຖ່າຍຮູບໄວ້ເປັນທີ່ລະນຶກໄດ້ ການຈັດຕັ້ງແຂ່ງຂັນປຸງແຕ່ງລາບໝູຂອງແມ່ຍິງທີ່ມີພອນສະຫວັນໃນການປຸງແຕ່ງອາ ຫານໃນມື້ສຸດທ້າຍ ແລະ ກິດຈະກຳອື່ນໆ.

.# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!