ທົບທວນຄືນການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ

    ວັນທີ 25 ມັງກອນ 2022 ທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າທົ່ວປະເທດ ຄັ້ງທີ IV (ຜ່ານລະບົບທາງໄກ) ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ (ຄອຄສ) ມີທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະກົມ ຄະນະພະແນກຈາກຂະແໜງ ການທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ຂັ້ນແຂວງເຂົ້າຮ່ວມ.

    ການຈັດຕັ້ງປະຕິບັດວຽກອຳນວຍຄວາມສະດວກທາງດ້ານການຄ້າໃນປີ 2021 ຜ່ານມາ ກະຊວງອຸດສາຫະ ກຳ ແລະ ການຄ້າ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງຢູ່ຂັ້ນສູງກາງ ເພື່ອສ້າງ ແລະ ປັບປຸງລະບຽບການ ແນໃສ່ຫຼຸດຜ່ອນຂັ້ນຕອນ ເວລາ ແລະ ເອກະສານໃນການອອກໃບອະນຸຍາດ ຢັ້ງຢືນ ການນຳເຂົ້າ-ສົ່ງອອກ ໃຫ້ໄດ້ຢ່າງໜ້ອຍ 50% ຕາມເນື້ອໃນຈິດໃຈຂອງຄຳສັ່ງ 12/ນຍ ແລະ ແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ 2017-2022 ໄດ້ອອກຄຳແນະນຳການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງຂອງບັນດາຂະແໜງການທີ່ມີໜ່ວຍງານປະຈຳຢູ່ດ່ານ ແລະ ຂໍ້ຕົກລົງຮັບຮອງຄຳແນະນຳດັ່ງກ່າວ ເພື່ອເປັນບ່ອນອີງໃຫ້ແກ່ບັນດາຂະແໜງການທີ່ມີໜ່ວຍງານປະຈຳດ້ານ (ກົມພາສີ ກົມອາຫານ ແລະ ຢາ ກົມປູກຝັງ ກົມລ້ຽງສັດ ແລະ ການປະມົງ) ໃນການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ ເພື່ອຫຼຸດຜ່ອນຂັ້ນຕອນ ເວລາ ແລະ ຄ່າໃຊ້ຈ່າຍໃນການກວດປ່ອຍສິນຄ້າຢູ່ດ້ານລົງ ໂດຍການນຳໃຊ້ລະບົບແຈ້ງພາສີແບບອັດຕະໂນມັດ(ASYCUDA) ຂອງກົມພາສີ ເພື່ອເປັນມາດຕະຖານໃນການຄັດເລືອກວ່າສິນຄ້າໃດຈະນອນໃນກຸ່ມທີ່ມີຄວາມສ່ຽງສູງ ກາງ ແລະ ຕ່ຳ. 

    ການອອກອະນຸຍາດ ຢັ້ງຢືນ ການເຄື່ອນຍ້າຍສິນຄ້າພາຍໃນປະເທດ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງທີ່ບໍ່ສອດຄ່ອງກັບຄຳສັ່ງເລກທີ 12/ນຍ ແລະ ລະບຽບການທີ່ກ່ຽວຂ້ອງ ເຊິ່ງສ້າງອຸປະສັກທາງດ້ານເວລາ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນໃຫ້ແກ່ການເຄື່ອນຍ້າຍ ແລະ ການຂົນສົ່ງສິນຄ້າພາຍໃນປັດຈຸບັນ ບັນຫາເຫຼົ່ານີ້ ໄດ້ຮັບການປັບປຸງແກ້ໄຂໄດ້ລະດັບໜຶ່ງ ເຊິ່ງຈະຕ້ອງໄດ້ປຶກສາຫາລື ເພື່ອຊອກຫາວິທີການແກ້ໄຂຮ່ວມກັນເພີ່ມເຕີມລະຫວ່າງພາກລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງ. ສຳລັບການແກ້ໄຂບັນຫາຂອງພາກທຸລະກິດທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ ຈຳນວນທັງໝົດ 55 ບັນຫາ ເຊິ່ງສາມາດແກ້ໄຂໄດ້ແລ້ວ 20 ບັນຫາ ກຳລັງດຳເນີນການ 28 ບັນຫາ ບໍ່ມີຄວາມຄືບໜ້າ 7 ບັນຫາ ໃນນັ້ນ ຂັ້ນສູນກາງມີ 39 ບັນຫາ ສາມາດແກ້ໄຂໄດ້ 15 ບັນຫາ ກຳລັງດຳເນີນການ 18 ບັນຫາ ແລະ ບໍ່ມີຄວາມຄືບໜ້າ 6 ບັນຫາ ຂັ້ນແຂວງ ມີ 16 ບັນຫາ ສາມາດແກ້ໄຂໄດ້ 5 ບັນຫາ ກຳລັງດຳເນີນການ 10 ບັນຫາ ແລະ ບໍ່ມີຄວາມຄືບໜ້າ 1 ບັນຫາ.

    # ຂ່າວ & ພາບ : ຊິລິການດາ

error: Content is protected !!