ຜົນງານ PCD ໃນການປະກອບສ່ວນກໍ່ສ້າງພື້ນຖານໂຄງລ່າງ

    ບໍລິສັດ ພູສີຫຼວງພະບາງກໍ່ສ້າງ ແລະ ສ້ອມແປງຂົວ-ທາງ ຈໍາກັດຜູ້ດຽວ ເຊິ່ງເປັນບໍລິສັດໃຫຍ່ຜູ້ບຸກເບີກວຽກກໍ່ສ້າງພື້ນຖານໂຄງລ່າງອັນດັບຕົ້ນຂອງປະເທດນັບແຕ່ປີ 1997 ເປັນຕົ້ນມາ ໂດຍແມ່ນທ່ານ ສີພອນ ອຸທຸມພອນ ເປັນຜູ້ບໍລິຫານ ໄດ້ກາຍເປັນບໍລິສັດກໍ່ສ້າງຢືນຢູ່ແຖວໜ້າໃນເຂດພາກເໜືອຂອງລາວ ປີ 2009 ບໍລິສັດໄດ້ມີການໂອນຖ່າຍກິດຈະການຈາກທ່ານ ສີພອນ ອຸທຸມພອນ ໃນຖານະເປັນຜູ້ກໍ່ຕັ້ງບໍລິສັດ ມາໃຫ້ຜູ້ບໍລິຫານຮຸ່ນສືບທອດທີ່ມີປະສົບການສູງຫຼາຍສິບປີ ເປັນຜູ້ນຳພາບໍລິສັດໃຫ້ເຕີບໃຫຍ່ເຂັ້ມແຂງໃນອະນາຄົດ ນັ້ນກໍຄືທ່ານ ສີທອງ ພົມມະຈິດ ເຊິ່ງເປັນຜູ້ບໍລິຫານໜຸ່ມຮຸ່ນໃໝ່.

   ໃນຜ່ານມາ ທ່ານ ສີທອງ ພົມມະຈິດ ມີຜົນສໍາເລັດໃນວຽກກໍ່ສ້າງຫຼາຍໂຄງການສໍາຄັນເຊັ່ນ: ກໍ່ສ້າງທາງປູຢາງ 2 ຊັ້ນໃນເຂດພາກເໜືອ ສ້າງທາງເວັ້ນຕົວເມືອງຫຼວງພະບາງ ບຸກທະລຸທາງລຽບຊາຍແດນລາວ-ຫວຽດນາມ-ກໍາປູເຈຍ ສ້ອມແປງທາງທີ່ໄດ້ຮັບຄວາມເສຍຫາຍຈາກໄພພິບັດ ແລະ ອື່ນໆ ຖືໄດ້ວ່າເປັນບໍລິສັດທີ່ມີທ່າແຮງໃນການເປັນຜູ້ນໍາດ້ານການພັດທະນາກໍ່ສ້າງພື້ນຖານໂຄງລ່າງໄດ້ເປັນຢ່າງດີ ມີຄວາມພ້ອມດ້ວຍທີມງານທີມີຄວາມຮູ້ປະສົບການ ແລະ ມີເຕັກນິກວິສະວະກໍາການກໍ່ສ້າງດ້ວຍເຕັກໂນໂລຊີທີ່ທັນສະໄໝ ສາມາດຮັກສາຄຸນະພາບ ແລະ ມາດຕະຖານໃນການເຮັດວຽກໄດ້ເປັນຢ່າງດີ ພ້ອມທັງສົ່ງມອບວຽກທັນເວລາ ເຮັດໃຫ້ບໍລິສັດມີຄວາມໜ້າເຊື່ອຖືຈາກລູກຄ້າທີ່ເປັນເຈົ້າຂອງໂຄງການ.

    ປີ 2016 ບໍລິສັດໄດ້ເພີ່ມທຶນຈົດທະບຽນ ແລະ ໄດ້ປ່ຽນຮູບແບບວິສາຫະກິດ ຈາກບໍລິສັດ ພູສີຫຼວງພະບາງກໍ່ສ້າງ ແລະ ສ້ອມແປງຂົວ-ທາງ ຈໍາກັດຜູ້ດຽວ ມາເປັນບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ຫຼື (PCD) ເພື່ອຂະຫຍາຍຂອບເຂດການໃຫ້ບໍລິການດ້ານວິສະວະກໍາກໍ່ສ້າງແບບຄົບວົງຈອນ ແລະ ເປັນພັດທະນາໂຄງການຕໍ່ໄປໃນອະນາຄົດ ຕໍ່ມາ ບໍລິສັດໄດ້ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ແລະ ເປີດການຊື້-ຂາຍຮຸ້ນຄັ້ງທຳອິດວັນທີ 10 ຕຸລາ 2017 ສ່ວນຜົນງານຂອງບໍລິສັດປີ 1997 ເຂົ້າຮ່ວມປະມູນໂຄງການຈາກພາກລັດຢູ່ແຂວງຫຼວງພະບາງ ແລະ ບັນດາໂຄງການກໍ່ສ້າງຕ່າງໆຢູ່ບັນດາແຂວງພາກເໜືອຂອງລາວ ປີ 2004-2005  ບໍລິສັດຂະຫຍາຍທຸລະກິດໄປຍັງແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ ໂດຍເນັ້ນວຽກງານກໍ່ສ້າງພື້ນຖານໂຄງລ່າງ ປີ 2009 ທ່ານ ສີທອງ ພົມມະຈິດ ເຊິ່ງເປັນນັກທຸລະກິດໜຸ່ມຜູ້ມີວິໄສທັດໄດ້ເຂົ້າມາຮັບສືບທອດຂະຫຍາຍຕໍ່ໃນວຽກກໍ່ສ້າງຂອງບໍລິສັດ ໂດຍມີການໂອນຖ່າຍກິດຈະການຈາກທ່ານ ສີພອນ ມາຍັງທ່ານ ສີທອງ ປີ 2011 ບໍລິສັດ ໄດ້ລົງທຶນເຂົ້າໃນການກໍ່ສ້າງທາງເວັ້ນຕົວເມືອງຫຼວງພະບາງເສັ້ນທາງ 13 ເໜືອ (ແຕ່ບ້ານກົກງິ້ວຫາບ້ານພອນໄຊ ແລະ ຂົວເບຕົງຂ້າມນໍ້າຄານ 1  ແຫ່ງ) ດ້ວຍມູນຄ່າກໍ່ສ້າງທັງໝົດ 209.907 ລ້ານກີບ ປີ 2016 ບໍລິສັດໄດ້ເພີ່ມທຶນຈົດທະບຽນຂອງບໍລິສັດຈາກເດີມ 10.000 ລ້ານກີບ ມາເປັນ 700.000 ລ້ານກີບ ແລະ ປ່ຽນຮູບແບບວິສະຫະກິດຈາກບໍລິສັດ ພູສີຫຼວງພະບາງກໍ່ສ້າງ ແລະ ສ້ອມແປງຂົວ-ທາງ ຈໍາກັດ ຜູ້ດຽວ ມາເປັນບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາມະຫາຊົນ ເພື່ອກຽມຄວາມພ້ອມດ້ານຕ່າງໆເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ໂດຍອອກຮຸ້ນສາມັນເພີ່ມທຶນໃຫ້ແກ່ມວນຊົນຄັ້ງທໍາອິດ (IPO) 150 ລ້ານຮຸ້ນ ມູນຄ່າກໍານົດ 2.000 ກີບຕໍ່ຮຸ້ນ ປີ 2017 ຕໍ່ມາບໍລິສັດໄດ້ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ແລະ ເປີດການຊື້-ຂາຍຮຸ້ນຄັ້ງທຳອິດວັນທີ 10 ຕຸລາ 2017 ຈໍານວນ 82 ລ້ານຮຸ້ນ ໃນລາຄາກໍານົດ 1.000 ກີບຕໍ່ຮຸ້ນ ແຕ່ລາຄາເປີດໂຕແມ່ນ 1.350 ກີບຕໍ່ຮຸ້ນ ໂດຍມີການຊື້-ຂາຍທັງໝົດ 223.900 ຮຸ້ນ ຄິດເປັນມູນຄ່າບັນລຸ 364 ລ້ານກີບພາຍໃນມື້ດຽວ ມາຮອດໄຕມາດ 3 ປີ 2021 ບໍລິສັດຫຼາຍໂຄງການກໍ່ສ້າງທີ່ກໍາລັງສືບຕໍ່ຈັດຕັ້ງປະຕິບັດຢູ່ເຊັ່ນ:ໂຄງການກໍ່ສ້າງທາງດ່ວນ (ວຽງຈັນ-ປາກເຊ) ມີມູນຄ່າການລົງທຶນທັງໝົດປະມານ 4 ຕື້ໂດລາສະຫະລັດ ແລະ ບໍລິສັດແມ່ນໜຶ່ງໃນ 4 ບໍລິສັດທີ່ໄດ້ຮັບການຄັດເລືອກຈາກລັດຖະ ບານກໍຄືກະຊວງໂຍທາທິການ ແລະ ຂົນສົ່ງໃຫ້ຮັບຜິດຊອບກໍ່ສ້າງໃນຊ່ວງທີ 4 (ນັບແຕ່ເຊໂນແຂວງສະຫວັນນະເຂດ ຫານາປົ່ງແຂວງສາລະວັນ) ມີລວງຍາວທັງໝົດ 135,2 ກິໂລແມັດ ແລະ ມູນຄ່າກໍ່ສ້າງປະເມີນເບື້ອງຕົ້ນ 1,23 ຕື້ໂດລາ ນອກນັ້ນຍັງມີໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ (ແຕ່ບ້ານອູ້ ນະຄອນຫຼວງພະບາງ ຫາບ້ານສີບຸນເຮືອງ ເມືອງນານ ແຂວງຫຼວງພະບາງ) ລວງຍາວ 50,2 ກິໂລແມັດ ໂຄງການກໍ່ສ້າງທາງຍົກລະດັບ (ແຕ່ບ້ານກິ່ວເຈຍຫາບ້ານເມືອງຮືບ ເມືອງໂພນທອງ ແຂວງຫຼວງພະບາງ) ຄວາມຍາວ 32,5 ກິໂລແມັດ ແລະ ໂຄງການກໍ່ສ້າງພື້ນຖານໂຄງລ່າງອື່ນໆອີກຫຼາຍແຫ່ງ.   

error: Content is protected !!