ປະຊາຊົນສະເໜີໃຫ້ມີການສ້ອມແປງເສັ້ນທາງຕັດຜ່ານບ້ານ ຍ້ອນໄດ້ຮັບຜົນກະທົບ

    ທ່ານ ຕິ່ງຄໍາ ອິນທະວົງ ນາຍບ້ານຮ່ອງງົວ ໃຫ້ສໍາພາດອາທິດຜ່ານມາວ່າ: ບ້ານຮ່ອງງົວ ສ້າງຕັ້ງຂຶ້ນໃນປີ 1991 ມີ 10 ຫຼັງຄາເຮືອນ ມາຮອດປັດຈຸບັນໄດ້ມີປະຊາຊົນອາໄສຢູ່ເປັນຈໍານວນຫຼາຍ ສະແດງອອກມີ 300 ຫຼັງຄາເຮືອນ ມີພົນລະເມືອງ 1.414 ຄົນ ຍິງ 710 ຄົນ ປະຊາຊົນປະມານ 80% ມີອາຊີບເຮັດນາ ປູກຝັງ ແລະ ລ້ຽງສັດ ພະນັກງານ-ລັດຖະກອນ 5% ກໍາມະກອນໂຮງຈັກໂຮງງານ 5% ຊາວຄ້າຂາຍ 5% ແລະ ນັກຮຽນນັກສຶກສາ 5% ເຊິ່ງຕະຫຼອດໄລຍະຜ່ານມາ ໂດຍປະຕິບັດຕາມທິດຊີ້ນໍາຂອງອົງຄະນະພັກເມືອງ ອໍານາດການປົກຄອງບ້ານໄດ້ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ ມີເສັ້ນທາງການຄົມມະນາຄົມໄປມາໄດ້ສອງລະດູ ແຕ່ເປັນທາງດິນແດງ ໂດຍຫຼັກແລ້ວ ເສັ້ນທາງຕັດຜ່ານບ້ານຮ່ອງງົວ ຈາກເລກເສັ້ນທີ 13 ເໜືອ ຫາເສັ້ນທາງເລກທີ 13 ໃຕ້ ແຜນການພັດທະນາທາງດັ່ງກ່າວເຄີຍມີມາເທື່ອໜຶ່ງ ເຊິ່ງຕາມແຜນຈະພັດທະນາຍົກລະດັບໃຫ້ເປັນທາງເບຕົງເສີມເຫຼັກ ເນື່ອງຈາກວ່າເສັ້ນທາງນີ້ມີທັງລົດໜັກ ແລະ ລົດເບົາທຽວເປັນຈໍານວນຫຼາຍ ແລະ ຕັດຜ່ານບ້ານຮ່ອງງົວ ແສນດິນ ແລະ ບ້ານໂພນມ່ວງ ແລ້ວອອກເວີນຄໍາ ຈາກນັ້ນ ແຜນການພັດທະນາໄດ້ຢຸດລົງຈົນມາຮອດປັດຈຸບັນ ກໍບໍ່ເຫັນມີການເຄື່ອນໄຫວ ປະຊາຊົນກໍໄດ້ແຕ່ຄອງຄອຍຖ້າ ນອກນັ້ນ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມີໂຄງການຄູກັນນໍ້າຈາກເວີນຄໍາມາຫາແສນດິນ ມາຫາຮ່ອງງົວ ປັດຈຸບັນເຮັດ ມາຮອດເຂດບ້ານແສນດິນ ແຕ່ບໍ່ທັນສໍາເລັດ ແຕ່ແຜນຂອງເພິ່ນ ສະເພາະບ້ານຮ່ອງງົວອາດຈະບໍ່ຖົມ ຈະໄປຖົມຢູ່ບ້ານໂພນມ່ວງປະມານ 1,50 ແມັດ ບໍ່ຮູ້ວ່າປີໃດຈະສໍາເລັດ ສະນັ້ນ ປະຊາຊົນກໍໄດ້ມີການຮຽກຮ້ອງ ຍ້ອນເຂົາເຈົ້າໄດ້ຮັບຜົນກະທົບມົນລະພິດຈາກສະພາບແວດລ້ອມດັ່ງກ່າວ.

    ທ່ານ ຕິ່ງຄໍາ ອິນທະວົງ ໃຫ້ຮູ້ຕື່ມອີກວ່າ: ນັບຕັ້ງແຕ່ປີ 2012 ເປັນຕົ້ນມາຈົນມາຮອດປັດຈຸບັນ ການບູລະນະເສັ້ນທາງດັ່ງກ່າວແມ່ນປະຊາຊົນ 3 ບ້ານໄດ້ສົມທົບກັບບໍລິສັດ ດູດຫີນແຮ່ ສ້ອມແປງເສັ້ນທາງໃນແຕ່ລະປີ ເຊິ່ງບໍລິສັດດັ່ງກ່າວ ໄດ້ຫົດນໍ້າເຊົ້າ-ແລງ ແຕ່ກໍຍັງມີຂີ້ຝຸ່ນຢູ່ ດັ່ງນັ້ນ ຂໍສະເໜີມາຍັງຂັ້ນເທິງ ກໍຄືພາກສ່ວນກ່ຽວຂ້ອງ ບິແບ່ງງົບປະມານເພື່ອປັບປຸງສ້ອມແປງເສັ້ນທາງດັ່ງກ່າວ ເຊິ່ງຄວາມຕ້ອງການຂອງປະຊາຊົນໃຫ້ຮີບຮ້ອນແກ້ໄຂເປັນອັນຮີບດ່ວນ ມີພຽງແຕ່ 3 ກິໂລແມັດເທົ່ານັ້ນ ຖ້າຫາກພາກລັດບໍ່ມີງົບປະມານຊ່ວຍເຫຼືອເຖິງ 100% ຢາກໃຫ້ປະຊາຊົນຊ່ວຍປະມານ 30% ພາກລັດ 70% ກໍໃຫ້ມີການສະເໜີປຶກສາຫາລືກັນ ເພື່ອຄວາມເປັນເອກະພາບກັນ ປະກອບສ່ວນສ້າງສາພັດທະນາປະເທດຊາດໃຫ້ມີຄວາມສີວິໄລ.

. # ຂ່າວ – ພາບ :  ຂັນທະວີ

error: Content is protected !!